ການຈັດກິດຈະກຳ ຕ້ອງມີຄວາມຮັບຜິດຊອບຕໍ່ສະຖານທີ່ ແລະ ຜູ້ເຂົ້າຮ່ວມຄວນມີມາລະຍາດໃນການຖິ້ມສິ່ງເສດເຫລືອ

ການຈັດກິດຈະກຳ ຕ້ອງມີຄວາມຮັບຜິດຊອບຕໍ່ສະຖານທີ່ ແລະ ຜູ້ເຂົ້າຮ່ວມຄວນມີມາລະຍາດໃນການຖິ້ມສິ່ງເສດເຫລືອ - 317381144  e1669527854724 - ການຈັດກິດຈະກຳ ຕ້ອງມີຄວາມຮັບຜິດຊອບຕໍ່ສະຖານທີ່ ແລະ ຜູ້ເຂົ້າຮ່ວມຄວນມີມາລະຍາດໃນການຖິ້ມສິ່ງເສດເຫລືອ
ການຈັດກິດຈະກຳ ຕ້ອງມີຄວາມຮັບຜິດຊອບຕໍ່ສະຖານທີ່ ແລະ ຜູ້ເຂົ້າຮ່ວມຄວນມີມາລະຍາດໃນການຖິ້ມສິ່ງເສດເຫລືອ - kitchen vibe - ການຈັດກິດຈະກຳ ຕ້ອງມີຄວາມຮັບຜິດຊອບຕໍ່ສະຖານທີ່ ແລະ ຜູ້ເຂົ້າຮ່ວມຄວນມີມາລະຍາດໃນການຖິ້ມສິ່ງເສດເຫລືອ

ປັດຈຸບັນເຫັນວ່າມີການຈັດງານກິດຈະກຳຕ່າງໆຫລາຍຂຶ້ນຫລາຍກິດຈະກຳ ບໍ່ວ່າຈະເປັນກິດຈະກຳເພື່ອການກຸສົນ ຫລື ກິດຈະກຳສະເຫລີມສອງຫລອງວັນສຳຄັນຕ່າງໆ ສ່ວນຫລາຍຈະເປັນກິດຈະກຳແລ່ນເພື່ອສຸຂະພາບ ຜ່ານມາມັກຈະມີຫລາຍກິດຈະກຳຈັດຂຶ້ນ ຢູ່ເຂດເສດຖະກິດ ບຶງທາດຫລວງ ນະຄອນຫລວງວຽງຈັນ ເພື່ອເປັນການສະເຫລີມສະຫລອງວັນພິເສດໃດໜຶ່ງ, ພິທີແຂ່ງຂັນກິລາແລ່ນລານ ຫລື ເປັນການກະຊັບມິດອ້າຍນ້ອງ ເພື່ອນຮ່ວມງານ ໃຫ້ມີຄວາມຮັກແພງສາມັກຄືກັນ. ແຕ່ບັນຫາທີ່ເກີດຂຶ້ນຄືມີຄົນທີ່ເຂົ້າຮ່ວມງານຈຳນວນໜຶ່ງຂາດຄວາມຮັບຜິດຊອບຕໍ່ຄວາມເປັນລະບຽບຮຽບຮ້ອຍຈົບງາມ ໂດຍສະເພາະການຖິ້ມຂີ້ເຫຍື້ອຊະຊາຍຢັ່ງຢາຍຢູ່ຕາມສະຖານທີ່ກິດຈະກຳ ທັງໆທີ່ພາຍໃນງານກໍມີການວາງຖັງຂີ້ໄວ້ເປັນຈຸດໆ ແຕ່ກໍບໍ່ພາກັນໄປຖິ້ມໃສ່ຖັງທີ່ໜ່ວຍງານກ່ຽວຂ້ອງຈັດສັນໄວ້ໃຫ້, ການຖິ້ມຂີ້ເຫຍື້ອຊະຊາຍໃນສະຖານທີ່ສາທາລະນະ ໂດຍສະເພາະສະຖານທີ່ອອກກຳລັງກາຍແມ່ນເປັນການບໍ່ເໝາະສົມທີ່ສຸດ.

ນອກຈາກຈະມີການຈັດກິດຈະກິດຕ່າງໆແລ້ວ ຈຸດນີ້ກໍເປັນຈຸດໜຶ່ງທີ່ມີມວນຊົນມາອອກກຳລັງກາຍເປັນປະຈຳ ບໍ່ວ່າຈະເປັນຕອນເຊົ້າໆ ຫລື ຕອນແລງຂອງແຕ່ລະວັນ ການຖິ້ມຂີ້ເຫຍື້ອຊະຊາຍຂອງຄົນວາງກຸ່ມໄດ້ສະແດງໃຫ້ເຫັນຄວາມບໍ່ສະອາດງາມຕາ ທັງກາຍເປັນຫາງສຽງສັງຄົມ.

ທັງນີ້ທັງນັ້ນ ເພື່ອເປັນການແກ້ໄຂບັນຫາ ຕ້ອງເລີ່ມຕົ້ນຢູ່ທີ່ຕົວບຸກຄົນນັ້ນໆ ແລະ ທຸກຄົນໃນສັງຄົມ ຊ່ວຍກັນເກັບມ້ຽນເສດຂີ້ເຫຍື້ອທີ່ຕົນມີຢູ່ໃນມື ບໍ່ວ່າຈະເປັນຕຸກນ້ຳດື່ມ, ຖົງເຂົ້າໜົມ ແລະ ອາຫານການກິນຕ່າງໆ ພ້ອມທັງເປັນການປູກຈິດສຳນຶກໄປໃນຕົວ ເພື່ອສິ່ງແວດລ້ອມທີ່ດີ ເປັນອະນາຄົດທີ່ສົດໃສໄຮ້ຄວາມເປິະເປື້ອນ.

Cr: Fongbeer Kesone ພາບຖ່າຍວັນທີ 27 ພະຈິກ 2022

ການຈັດກິດຈະກຳ ຕ້ອງມີຄວາມຮັບຜິດຊອບຕໍ່ສະຖານທີ່ ແລະ ຜູ້ເຂົ້າຮ່ວມຄວນມີມາລະຍາດໃນການຖິ້ມສິ່ງເສດເຫລືອ - 5 - ການຈັດກິດຈະກຳ ຕ້ອງມີຄວາມຮັບຜິດຊອບຕໍ່ສະຖານທີ່ ແລະ ຜູ້ເຂົ້າຮ່ວມຄວນມີມາລະຍາດໃນການຖິ້ມສິ່ງເສດເຫລືອ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!