ເກມການພະນັນແມ່ນອະບາຍະມຸກ ອະນຸຍາດແລ້ວຕ້ອງໝັ່ນກວດກາ

ເກມການພະນັນແມ່ນອະບາຍະມຸກ ອະນຸຍາດແລ້ວຕ້ອງໝັ່ນກວດກາ - 116 n e1669275034573 - ເກມການພະນັນແມ່ນອະບາຍະມຸກ ອະນຸຍາດແລ້ວຕ້ອງໝັ່ນກວດກາ
ເກມການພະນັນແມ່ນອະບາຍະມຸກ ອະນຸຍາດແລ້ວຕ້ອງໝັ່ນກວດກາ - kitchen vibe - ເກມການພະນັນແມ່ນອະບາຍະມຸກ ອະນຸຍາດແລ້ວຕ້ອງໝັ່ນກວດກາ

ຫລາຍທ່ານຊາບດີວ່າ: ອະບາຍະມຸກ ຄືຫົນທາງແຫ່ງຄວາມຈິບຫາຍທັງຫລາຍທັງປວງ ຊຶ່ງອະບາຍະມຸກນີ້ກວມເອົາທັງຢາເສບຕິດ ແລະ ການພະນັນ ໄດ້ກາຍເປັນປາກົດການຫຍໍ້ທໍ້ຕໍ່ການພັດທະນາເສດຖະກິດ-ສັງຄົມ. ແນວໃດກໍດີບັນຫາເຫລົ່ານີ້ ພວມສຸມໃສ່ແກ້ໄຂໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023) ແລະ ໄດ້ຮັບໝາກຜົນສໍາຄັນຫລາຍປະການ. ປາກົດການຫຍໍ້ທໍ້ສັງຄົມທີ່ກົດໜ່ວງການພັດທະນາ ທີ່ຫາງສຽງສັງຄົມຢາກໃຫ້ແກ້ໄຂຄື ເກມ ທີ່ເປັນການພະນັນ ຊຶ່ງມີການໂຄສະນາຊັກຊວນຜ່ານສື່ສັງຄົມທ້າທາຍລະບຽບກົດໝາຍບ້ານເມືອງ. ຮ້ານເກມທີ່ເປີດບໍລິການຈໍານວນໜຶ່ງທີ່ໄດ້ຮັບອະນຸຍາດກໍມີຫາງສຽງສັງຄົມວ່າຄວນກວດກາຄັກແນ່ວ່າ: ບໍລິການມີລັກສະນະພະນັນ ຫລື ບໍ່?

ການຫລິ້ນເກມຜ່ານລະບົບຄອມພິວເຕີ ແລະ ໂທລະສັບມືຖື ຫລື ເຄື່ອງກົນຕ່າງໆ, ພໍ່ແມ່ຜູ້ປົກຄອງສ່ວນ ຫລາຍລ້ວນເປັນຫ່ວງລູກໆຫລານໆທີ່ເກີດໃໝ່ໃຫຍ່ລຸນເນື່ອງຈາກໃນຍຸກສະໄໝແຫ່ງເຕັກໂນໂລຊີກ້າວໜ້າ,ເດັກນ້ອຍທັງໃນໄວອະນຸບານ-ປະຖົມຈໍານວນບໍ່ໜ້ອຍຕິດເກມໂທລະສັບ ຊຶ່ງຈະໜ້ອຍ ຫລື ຫລາຍຂຶ້ນກັບຜູ້ປົກຄອງແມ່ນຫລືບໍ່?. ປາກົດການນີ້ອາດຈະຖືກຍົກລະດັບຂຶ້ນເວລາເປັນຜູ້ໃຫຍ່ ຫລືບໍ່? ການປ່ອຍໃຫ້ລູກຫລິ້ນໂທລະສັບຈົນເພີດເພີນໄປກັບການບໍລິການໃນລະບົບອິນເຕີແນັດທີ່ເສລີນັ້ນ, ຜົນຮັບກໍພໍເຫັນ ພາ ໃຫ້ເດັກນ້ອຍມີພຶດຕິກໍາຜິດແປກແຕກຕ່າງປຸຕຸຊົນທົ່ວໄປໃນສັງຄົມຂອງຕົນເພາະເດັກນ້ອຍຮັບເອົາມາແບບ ບໍ່ເລືອກເຟັ້ນ. ມີບາງທັດສະນະບອກວ່າ: ການຫລິ້ນເກມບໍ່ແມ່ນບໍ່ມີປະໂຫຍດ ຊຶ່ງຖ້າຮູ້ແບ່ງເວລາ ແລະ ຫລິ້ນຢ່າງເລືອກເຟັ້ນສະໝອງກໍພັດທະນາ. ຂະນະທີ່ຫລາຍເກມໄດ້ພັດທະນາຂຶ້ນມາເພື່ອຝຶກສະໝອງລອງປັນຍາ, ມີລັກສະນະແຂ່ງຂັນ ແລະ ໃຫ້ຄວາມມ່ວນຊື່ນເບົາສະໝອງນັ້ນ ກໍມີເກມຖືກຫ້າມຈໍານວນບໍ່ໜ້ອຍ ທີ່ປະດິດ ແລະ ພັດທະນາຂຶ້ນ ເພື່ອການຄ້າ ຫລື ເບື່ອເມົາ…

ເກມການພະນັນແມ່ນອະບາຍະມຸກ ອະນຸຍາດແລ້ວຕ້ອງໝັ່ນກວດກາ - Visit Laos Visit SALANA BOUTIQUE HOTEL - ເກມການພະນັນແມ່ນອະບາຍະມຸກ ອະນຸຍາດແລ້ວຕ້ອງໝັ່ນກວດກາ

ບັນຫາທີ່ຕັ້ງຂຶ້ນແມ່ນການຫລິ້ນເກມ ເປັນການພະນັນທີ່ຢູ່ໃນລະບົບ ແລະ ນອກລະບົບການຄວບຄຸມຄຸ້ມ ຄອງຂອງລັດທີ່ກ່ຽວຂ້ອງ. ຜ່ານມາຢູ່ບາງປະເທດໃກ້ຄຽງມີປາກົດການຫຍໍ້ທໍ້ ລູກລັກຫລິ້ນເກມທາງໂທລະ ສັບຜ່ານລະບົບອອນລາຍໃນເຄືອຂ່າຍບໍລິການທີ່ເປັນການຄ້າ-ການພະນັນ ໝົດເງິນໄປບໍ່ໜ້ອຍ, ຊົ່ວຜູ້ປົກ ຄອງຮູ້ ກໍເກີດເປັນເລື່ອງແລ້ວ. ຫັນມາເບິ່ງຢູ່ບ້ານເຮົາ, ບັນດາຮ້ານບໍລິການຫລິ້ນເກມອອນລາຍເຖິງວ່າໄດ້ ຮັບອະນຸຍາດຖືກຕ້ອງ, ແຕ່ຫາງສຽງສັງຄົມ ກໍຢາກໃຫ້ຕິດຕາມກວດກາການບໍລິການ ບໍ່ໃຫ້ແຫກກົດ ກາຍ ເປັນການພະນັນ, ຍົວະຍຸເບື່ອເມົາ? ຖ້າບໍ່ກວດກາຈຶ່ງຖາມວ່າ:ເຮົາໄດ້ຫຍັງຈາກການອະນຸຍາດໃຫ້ບໍລິການ ນີ້? ມັນກຸ້ມຄ່າໜ້ອຍຫລາຍແນວໃດ? ເນື່ອງຈາກຊຸມທີ່ມັກໃຊ້ບໍລິການແມ່ນກຸ່ມຄົນໜຸ່ມເປັນສ່ວນຫລາຍຊຶ່ງຈຸດນີ້ຢາກໃຫ້ຄໍານຶງເຖິງເຍົາວະຊົນ-ໄວໜຸ່ມຄົນຮຸ່ນໃໝ່ເປັນຕົ້ນຕໍ.

ສະຫລຸບບໍ່ແມ່ນວ່າ: ຢາກໄດ້ເງິນຕ້ອງຫລິ້ນການພະນັນ, ຕ້ອງຫລົ້ມຫົວຈົມທ້າຍໃສ່ການຊື້ຫວຍໄປແຕ່ລະວັນບໍ່ດີແລ. ການພະນັນ ຄືອະບາຍະມຸກ, ການເປັນນັກເລງອັນຕະພານກໍແມ່ນອະບາຍະມຸກ, ເມົາເຫລົ້າເມົາຢາ(ເສບຕິດ…) ກໍແມ່ນອະບາຍະມຸກ ຊຶ່ງເປັນຫົນທາງແຫ່ງຄວາມຈິບຫາຍ, ແລ້ວເກມອອນລາຍຊວນຫລິ້ນວ່າ: ມີລາງວັນ ກໍແມ່ນອະບາຍະມຸກຢ່າງປະຕິເສດບໍ່ໄດ້? ເພື່ອສັງກັດກັ້ນບໍ່ໃຫ້ເກີດປາກົດການຫຍໍ້ທໍ່ໃນສັງຄົມທີ່ຈະຕາມມາຈາກການເບື່ອເມົາຂອງການພະນັນອອນລາຍ ຫລື ການພະນັນອື່ນໆ ທີ່ຜິດກົດໝາຍ ເຈົ້າໜ້າທີ່ກ່ຽວຂ້ອງຕ້ອງໄດ້ສຸມກຳລັງຢ່າງເອົາຈິງເອົາຈັງຕັດໄຟແຕ່ຕົ້ນ.

ເກມການພະນັນແມ່ນອະບາຍະມຸກ ອະນຸຍາດແລ້ວຕ້ອງໝັ່ນກວດກາ - 5 - ເກມການພະນັນແມ່ນອະບາຍະມຸກ ອະນຸຍາດແລ້ວຕ້ອງໝັ່ນກວດກາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!