ສາເຫດທີ່ເຮັດໃຫ້ອ່ານໜັງສືແລ້ວເຫງົານອນ.

- aHR0cHM6Ly9zLmlzYW5vb2suY29tL2hlLzAvdWQvMS83OTUzL3NsZWVweS5qcGc - ສາເຫດທີ່ເຮັດໃຫ້ອ່ານໜັງສືແລ້ວເຫງົານອນ.
- kitchen vibe - ສາເຫດທີ່ເຮັດໃຫ້ອ່ານໜັງສືແລ້ວເຫງົານອນ.

ເຊື່ອວ່າບັນຫານີ້ເປັນບັນຫາທີ່ໃຜຫລາຍຄົນເຄີຍພໍ້ມາແລ້ວ ເມື່ອຈັບໜັງສືມາອ່ານຍາມໃດກໍຈະເກີດອາການງ່ວງນອນຕາມມາຕະຫລອດ ເຊິ່ງສາເຫດຂອງອາການງ່ວງນອນຕອນອ່ານໜັງສືນັ້ນ ຈາກການສຶກສາພົບວ່າ ເມື່ອເຮົາອ່ານໜັງສື ດວງຕາຈະເຄື່ອນໄຫວໄປມາໃນຂະນະທີ່ກຳລັງອ່ານໜັງສື ແລະ ໃນຂະນະດຽວກັນ ສະໝອງກໍຕ້ອງເຮັດວຽກໄປນຳ ໂດຍການແປໂຕອັກສອນ ແລະ ແປຄວາມໝາຍຕາມທີ່ເຮົາເບິ່ງເຫັນ ເພາະທັງສອງອະໄວຍະວະເປັນສິ່ງທີ່ຈະຕ້ອງໃຊ້ເຮັດວຽກໜັກ ຈຶ່ງເກີດຄວາມຮູ້ສຶກອິດເມື່ອຍອ່ອນເພຍ ນັ້ນຈຶ່ງເປັນສາເຫດທີ່ເຮັດໃຫ້ຮ່າງກາຍສົ່ງສັນຍານເຕືອນວ່າຄວນໄດ້ຮັບການພັກຜ່ອນ ຈຶ່ງເຮັດໃຫ້ຕາຂອງເຮົາຄ່ອຍໆປິດລົງ ແລະ ເຂົ້າສູ່ສະພາບຂອງການນອນຫລັບນັ້ນເອງ.

ແຕ່ກໍອາດມີປັດໄຈອື່ນຮ່ວມນຳ ເຊັ່ນ : ສະຖານທີ່ໃນການອ່ານໜັງສືທີ່ສະບາຍຈົນເກີນໄປ, ນອນອ່ານເທິງໂຊຟານຸ້ມໆ, ຕຽງນອນນຸ້ມໆ ຫລື ອ່ານໃນບ່ອນທີ່ມີແສງສະຫ່ວາງບໍ່ພຽງພໍ ຈຶ່ງເຮັດໃຫ້ດວງຕາເຮັດວຽກໜັກໄດ້ ຫລື ແມ່ນແຕ່ເລື່ອງຂອງບັນຍາກາດອ້ອມຂ້າງກໍເປັນອີກປັດໄຈໜຶ່ງທີ່ອາດເຮັດໃຫ້ເກີດອາການງ່ວງນອນຕອນອ່ານໜັງສືໄດ້ຄືກັນ.

- Visit Laos Visit SALANA BOUTIQUE HOTEL - ສາເຫດທີ່ເຮັດໃຫ້ອ່ານໜັງສືແລ້ວເຫງົານອນ.
- 5 - ສາເຫດທີ່ເຮັດໃຫ້ອ່ານໜັງສືແລ້ວເຫງົານອນ.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!