WHO ແນະນໍາໃຫ້ບໍລິໂພກນໍ້າຕານບໍ່ເກີນມື້ລະ 6 ບ່ວງກາເຟເພື່ອຫລຸດຄວາມສ່ຽງໃນການເປັນພະຍາດຕ່າງໆ

- Different Sugars - WHO ແນະນໍາໃຫ້ບໍລິໂພກນໍ້າຕານບໍ່ເກີນມື້ລະ 6 ບ່ວງກາເຟເພື່ອຫລຸດຄວາມສ່ຽງໃນການເປັນພະຍາດຕ່າງໆ
- kitchen vibe - WHO ແນະນໍາໃຫ້ບໍລິໂພກນໍ້າຕານບໍ່ເກີນມື້ລະ 6 ບ່ວງກາເຟເພື່ອຫລຸດຄວາມສ່ຽງໃນການເປັນພະຍາດຕ່າງໆ

.
ເຊື່ອວ່າມີຫລາຍຄົນຕິດໃຈໃນການບໍລິໂພກນໍ້າຕານທີ່ຢູ່ໃນຮູບແບບຂອງອາຫານ ເຄື່ອງດື່ມ ຫລື ຂອງຫວານ, ແຕ່ຮູ້ບໍ່ວ່າອາຫານທີ່ມີສ່ວນປະກອບນໍ້າຕານນັ້ນອາດຈະມີດີຕໍ່ໃຈ ກິນເຂົາໄປແລ້ວຮູ້ສຶກມີຄວາມສຸກ, ແຕ່ຜົນທີ່ໄດ້ຈາກການກິນຫວານຕໍ່ເນື່ອງກັນເປັນເວລາດົນ ຈະເຮັດໃຫ້ຮ່າງກາຍເພີ່ມຄວາມສ່ຽງໃນການເປັນພະຍາດໄດ້ຫລາກຫລາຍ ແລະ ຍັງເປັນສານເລັ່ງຄວາມແຫ່ວຍານໃຫ້ຜິວໜັງ ຍິ່ງກິນຫວານຍິ່ງເຮັດໃຫ້ໜ້າເຖົ້າໄວ ເພາະນໍ້າຕານຈະເຮັດປະຕິກິລິຍາປ່ຽນໂຄງສ້າງຄໍລາເຈນ ເຮັດໃຫ້ອີລາສຕິນທີ່ເປັນໂປຣຕີນເຮັດໃຫ້ຜິວກະຊັບ ແລະ ເຄັ່ງຕຶງນັ້ນ ມີໜ້ອຍລົງ ກໍຈະເຮັດໃຫ້ຜິວແຫ້ງ,​ ມີຮອຍ ແລະ ເຖົ້າກ່ອນໄວງ່າຍຂຶ້ນ

.

- Visit Laos Visit SALANA BOUTIQUE HOTEL - WHO ແນະນໍາໃຫ້ບໍລິໂພກນໍ້າຕານບໍ່ເກີນມື້ລະ 6 ບ່ວງກາເຟເພື່ອຫລຸດຄວາມສ່ຽງໃນການເປັນພະຍາດຕ່າງໆ

ຂໍ້ມູນຈາກທ່ານໝໍຂອງໂຮງໝໍປະເທດໄທຍັງບອກອີກວ່າ ນໍ້າຕານເຮັດໃຫ້ນໍ້າໜັກເພີ່ມຂຶ້ນຖ້າມີປະລິມານນໍ້າຕານໃນເລືອດສູງ ຮ່າງກາຍຈະປ່ຽນນໍ້າຕານທີ່ໄດ້ຮັບຫລາຍເກີນຄວາມຕ້ອງການໄປສະສົມກາຍເປັນໄຂມັນ ທີ່ອາດເປັນສາເຫດທີ່ເຮັດໃຫ້ນໍ້າໜັກເພີ່ມຂຶ້ນ ສ່ຽງຕໍ່ການເປັນພະຍາດອ້ວນໄດ້, ຍິ່ງຄົ້ນຄວ້າຍິ່ງເຫັນແຕ່ຂໍ້ເສຍ ດັ່ງນັ້ນ, ການຈໍາກັດປະລິມານການກິນນໍ້າຕານໃນແຕ່ລະມື້ຈຶ່ງສໍາຄັນຕໍ່ສຸຂະພາບ ເຊິ່ງອົງການອະນາໄມໂລກ (WHO) ໄດ້ແນະນໍາໃຫ້ບໍລິໂພກນໍ້າຕານບໍ່ເກີນມື້ລະ 6 ບ່ວງກາເຟ ຫລື ປະມານ 24 ກຣາມເທົ່ານັ້ນ, ເຊິ່ງມື້ນີ້ພວກເຮົາໄດ້ນໍາເອົາເຄັດລັບເພື່ອສຸຂະພາບດີໃນການຫລຸດນໍ້າຕານທີ່ທຸກຄົນສາມາດເຮັດໄດ້ງ່າຍໆ  ໂດຍການບໍລິໂພກນໍ້າຕານບໍ່ເກີນມື້ລະ 6 ບ່ວງກາເຟ ຫລື ປະມານ 24 ກຣາມ ສໍາລັບຄົນທີ່ຢາກຄ່ອຍໆຫລຸດປະລິມານນໍ້າຕານ ເຊິ່ງສາມາດເລີ່ມຈາກການຫລຸດໃສ່ນໍ້າຕານໃນອາຫານ, ເຄື່ອງດື່ມ ແລະ ຫລຸດຜ່ອນກິນຂອງຫວານ ພຽງເທົ່ານີ້ກໍເຮັດໃຫ້ລະດັບນໍ້າຕານຫລຸດລົງ

 

- 5 - WHO ແນະນໍາໃຫ້ບໍລິໂພກນໍ້າຕານບໍ່ເກີນມື້ລະ 6 ບ່ວງກາເຟເພື່ອຫລຸດຄວາມສ່ຽງໃນການເປັນພະຍາດຕ່າງໆ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!