ຄວາມຈິງ! ເສັ້ນທາງບ້ານຫັດສະດີ ຮ່ອມຂ້າງຕະຫລາດເຊົ້າຕຶກໃໝ່ ເປ່ເພມາດົນແລ້ວ


ເສັ້ນທາງບ້ານຫັດສະດີ ຮ່ອມຂ້າງຕະຫລາດເຊົ້າຕຶກເກົ່າ ມີສະພາບເປ່ເພຫລາຍສົມຄວນ ສ້າງຄວາມລຳບາກແກ່ຜູ້ສັນຈອນໄປມາ ທັງຜູ້ໃຊ້ລົດ ແລະ ຜູ້ຍ່າງ ເນື່ອງຈາກສະພາບທາງເປັນບວກຂຸມ ຜູ້ໃຊ້ລົດບໍ່ຢາກລົງຂຸມຈຶ່ງໃຊ້ວິທີຫລີກແລ້ວກໍໄປສວານກັບຄົນຍ່າງ ເຮັດໃຫ້ຜູ້ຍ່າງກັບຜູ້ຂີ່ລົດ ບໍ່ເຂົ້າແລວກັນ ສ້າງຄວາມໜັກໃຈບໍ່ໜ້ອຍ ທັງສ່ຽງຕໍ່ການເກີດອຸບັດເຫດ.
ຕະຫລອດໄລຍະຜ່ານມາ ປະຊາຊົນໄດ້ສ່ອງແສງມາຍັງໜັງສືພິມລາວພັດທະນາ ເພື່ອຫວັງວ່າຈະໄດ້ຮັບການແກ້ໄຂ ຫລື ສ້ອມແປງໃຫ້ເປັນແລນມາກທີ່ທຽວໄປມາສະດວກສະບາຍ ທັງເປັນໃບໜ້າໃບຕາຂອງປະເທດຊາດ ເນື່ອງຈາກດັ່ງກ່າວ ເປັນຈຸດໃນກາງເມືອງນະຄອນຫລວງວຽງຈັນ, ແຂກໄປໄທມາກໍມັກຈະໄດ້ເຫັນຈຸດນີ້ ອີກຢ່າງຮ່ອມດັ່ງກ່າວຖືກຂະໜານນາມ ວ່າ ຮ່ອມເສດຖີ ແຕ່ສະພາບຄວາມເປັນຈິງແລ້ວເຫັນວ່າບໍ່ເຂົ້າກັບສາຍາທີ່ໄດ້ຮັບ.
ຫລາຍຄົນອາດຄິດວ່າເສັ້ນທາງນີ້ ຫາກໍເປ່ເພນໄລຍະຜ່ານມາທີ່ຜ່ານມານີ້ເທົ່ານັ້ນ ແຕ່ຄວາມຈິງແລ້ວ ເສັ້ນທາງດັ່ງກ່າວ ມີສະພາບເປ່ເພມາດົນນານເກືອບ 10 ປີ ເຊິ່ງມີຫລັກຖານຊີ້ຊັດເຈນ ຢູ່ໃນພາບຖ່າຍຂອງ Google Map ໄດ້ບັນທຶກໄວ້ໃນເດືອນກັນຍາ 2014 ເຫັນມີສະພາບເສັ້ນທາງເປ່ເພ ຢູ່ຈຸດດຽວກັນ ເຊິ່ງບໍ່ໄດ້ຕ່າງຫຍັງກັບສະພາບ ປີ 2022 ເຊິ່ງຖືວ່າເກີນຄວາມຄາດໝາຍຂອງຫລາຍຄົນ.
ປະຊາຊົນທີ່ອາໄສຄ້າຂາຍ ແລະ ຜູ້ມີສຳນັກງານຫ້ອງການຢູ່ຈຸດດັ່ງກ່າວຕ້ອງໄດ້ໃຊ້ເສັ້ນທາງນີ້ເປັນປະຈຳ ໄດ້ແຕ່ຫວັງວ່າຈະມີໂຄງການຈາກພາກສ່ວນກ່ຽວຂ້ອງ ເພື່ອແກ້ໄຂສະພາບພາບເປ່ເພນີ້ໃຫ້ກັບມາມີສະພາບທີ່ດີງາມ, ໄດ້ຮັບການສ້ອມແປງໃຫ້ເປັນໃບໜ້າໃບຕາ, ມີຄວາມສະດວກສະບາຍ ແລະ ເປັນທີ່ເອກອ້າງຕໍ່ແຂກຕ່າງດ້າວທ້າວຕ່າງແດນທີ່ໄດ້ແນມເຫັນ.