ນໍ້າອຸ່ນດີຕໍ່ຮ່າງກາຍ ແຕ່ນໍ້າເຢັນບໍ່ດີຕໍ່ຮ່າງກາຍ ແທ້ ຫລື ບໍ່?

- cold water 1 - ນໍ້າອຸ່ນດີຕໍ່ຮ່າງກາຍ ແຕ່ນໍ້າເຢັນບໍ່ດີຕໍ່ຮ່າງກາຍ ແທ້ ຫລື ບໍ່?
- kitchen vibe - ນໍ້າອຸ່ນດີຕໍ່ຮ່າງກາຍ ແຕ່ນໍ້າເຢັນບໍ່ດີຕໍ່ຮ່າງກາຍ ແທ້ ຫລື ບໍ່?

ມີການຕັ້ງປະເດັນຖົກຖຽງກັນວ່າການດື່ມນໍ້າອຸ່ນກັບດື່ມນໍ້າເຢັນ ອັນໃດດີກວ່າກັນ, ອັນໃດດີກວ່າສຸຂະພາບຫລາຍກວ່າກັນ? ນໍ້າອຸ່ນ ແລະ ນໍ້າເຢັນທີ່ເຮົາດື່ມ ມີຜົນຕໍ່ຮ່າງກາຍເຮົາແນວໃດແນ່? ທ່ານໝໍ ເນຮາ ເຊນວັລກາ (Neha Sanwalka) ແພດຜູ້ຊ່ຽວຊານດ້ານໂພຊະນາສາດ ຈາກໂຮງໝໍເຈຮາງຈີປະເທດອິນເດຍ ພົບວ່າ ນໍ້າອຸ່ນ ແລະ ນໍ້າເຢັນລ້ວນແລ້ວແຕ່ມີຜົນປະໂຫຍດ ຂຶ້ນກັບວ່າເຮົາຈະເລືອກດື່ມນໍ້າໃນສະຖານະການແບບໃດ, ສະພາວະແບບໃດ ເຊິ່ງນໍ້າອຸ່ນຈະຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີຂຶ້ນ ເພາະມີອຸນຫະພູມທີ່ໃກ້ຄຽງກັບຮ່າງກາຍຂອງຄົນເຮົາ ສ່ວນນໍ້າເຢັນກໍມີປະໂຫຍດໃນການຊ່ວຍຜູ້ທີ່ເປັນລົມແດດ ເພາະຊ່ວຍຫລຸດອຸນຫະພູມຂອງຮ່າງກາຍທີ່ສູງ ໃຫ້ກັບມາປົກກະຕິໂດຍໄວ, ປົກກະຕິແລ້ວເວລາຮັບປະທານອາຫານ ຫລື ດື່ມນໍ້າ ສິ່ງໜຶ່ງທີ່ຈໍາເປັນແມ່ນລະບົບຕ່າງໆໃນໂຕຂອງຄົນເຮົາຈະຊ່ວຍກັນປັບອຸນຫະພູມຂອງອາຫານ ແລະ ນໍ້າດື່ມໃຫ້ໃກ້ຄຽງກັບອຸນຫະພູມຂອງຮ່າງກາຍຫລາຍທີ່ສຸດ ເພື່ອການຍ່ອຍ ແລະ ການດູດຊຶມສານອາຫານສະດວກຂຶ້ນ ການດື່ມນໍ້າອຸ່ນ ຫລື ດື່ມນໍ້າເຢັນຈຶ່ງສົ່ງຜົນຕໍ່ຮ່າງກາຍແຕກຕ່າງກັນ.

ຂໍ້ດີຂອງການດື່ມນໍ້າອຸ່ນມີດັ່ງນີ້:

- Visit Laos Visit SALANA BOUTIQUE HOTEL - ນໍ້າອຸ່ນດີຕໍ່ຮ່າງກາຍ ແຕ່ນໍ້າເຢັນບໍ່ດີຕໍ່ຮ່າງກາຍ ແທ້ ຫລື ບໍ່?
  1. ຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີຂຶ້ນ ການແພດຫລາຍຕໍາລາລ້ວນແລ້ວແຕ່ໄດ້ແນະນໍາໃຫ້ດື່ມນໍ້າອຸ່ນມື້ລະ 1 ຈອກໃນຕອນເຊົ້າ ຈະຊ່ວຍກະຕຸ້ນປະສິດທິພາບການເຮັດວຽກຂອງລະບົບທາງເດີນອາຫານ ແລະ ປ້ອງກັນທ້ອງບິດໄດ້ເປັນຢ່າງດີ.
  2. ຊ່ວຍໃຫ້ຫາຍໃຈສະດວກ ອຸນຫະພູມອຸ່ນໆຂອງນໍ້າຈະຊ່ວຍຫລຸດອາການຕັນດັງ ແລະ ຫລຸດອາການຫາຍໃຈບໍ່ສະດວກຂອງຄົນທີ່ເປັນພູມແພ້ໄດ້ດີ.
  3. ຊ່ວຍໃຫ້ເລືອດໄຫລວຽນດີ ນໍ້າອຸ່ນມີຄຸນສົມບັດອີກຢ່າງໜຶ່ງຄື ຊ່ວຍໃຫ້ຫລອດເລືອດຕ່າງໆໃນຮ່າງກາຍຂະຫຍາຍຕົວ, ເຮັດໃຫ້ຫລອດເລືອດໄປລ້ຽງອະໄວຍະວະຕ່າງສະດວກຂຶ້ນ, ໝາຍຄວາມວ່າຖ້າເຮົາມີອາການປວດເມື່ອຍຕົນຕົວ ການດື່ມນໍ້າອຸ່ນຈະຊ່ວຍເພີ່ມເລືອດໄປລ້ຽງສ່ວນດັ່ງກ່າວ, ຊ່ວຍຫລຸດອາການອ່ອນເພຍ ແລະ ຫລຸດປວດໄດ້ເປັນຢ່າງດີ.

ການດື່ມນໍ້າເຢັນມີປະໂຫຍດຫລາຍໃນກໍລະນີດັ່ງຕໍ່ໄປນີ້:

  1. ຊ່ວຍຫລຸດອຸນຫະພູມໃນຮ່າງກາຍ ການອອກກໍາລັງກາຍໜັກໆຈະເຮັດໃຫ້ອຸນຫະພູມຂອງຮ່າງກາຍສູງຂຶ້ນ, ການດື່ມນໍ້າເຢັນຫລັງຈາກອອກໍາລັງກາຍຈະຊ່ວຍໃຫ້ເຮົາຮູ້ສຶກສົດຊື່ນ ແລະ ອຸນຫະພູມຫລຸດລົງເປັນປົກກະຕິໂດຍໄວ. ການດື່ມນໍ້າເຢັນໃນບ່ອນທີ່ອາກາດຮ້ອນ ຈະຊ່ວຍປ້ອງກັນເຮົາຈາກການເປັນລົມແດດ. ຜູ້ຊ່ຽວຊານດ້ານສະລີລະວິທະຍາພົບວ່າຮ່າງກາຍສາມາດດູດຊຶມນໍ້າເຢັນໄດ້ໄວກວ່ານໍ້າອຸ່ນ.
  2. ຊ່ວຍໃຫ້ລະບົບເຜົາຜານເຮັດວຽກໄດ້ດີຂຶ້ນ ການດື່ມນໍ້າເຢັນເປັນປະຈໍາມີຜົນຕໍ່ການຊ່ວຍຫລູດນໍ້າໜັກໄດ້ທາງອ້ອມ ນັກວິທະຍາສາດພົບວ່ານໍ້າເຢັນສາມາດກະຕຸ້ນໃຫ້ຮ່າງກາຍມີຂະບວນການ Metabolism ຫລື ຂະບວນການເຜົາຜານສານອາຫານຫລາຍຂຶ້ນ ການດື່ມນໍ້າເຢັນ ແລະ ອາບນໍ້າເຢັນຈຶ່ງຊ່ວຍໃຫ້ລະບົບເຜົາຜານຂອງຮ່າງກາຍເຮັດວຽກໄດ້ດີຂຶ້ນ ມີຜົນໃນການຊ່ວຍຫລຸດນໍ້າໜັກໄປໃນຕົວ.

 

ເມື່ອຮູ້ແບບນີ້ແລ້ວເຮົາໜ້າຈະໄດ້ຄໍາຕອບແລ້ວວ່າໃນໂລກນີ້ບໍ່ມີສິ່ງໃດທີ່ດີທີ່ສຸດ ແລະ ບໍ່ມີສິ່ງໃດທີ່ບໍ່ດີທີ່ສຸດ,​ນໍ້າອຸ່ນກໍມີປະໂຫຍດໃນແບບຂອງນໍ້າອຸ່ນ ແລະ ນໍ້າເຢັນກໍມີປະໂຫຍດໃນແບບຂອງນໍ້າເຢັນ, ແຕ່ຖ້າສະຫລຸບແລ້ວນໍ້າເຢັນຈະມີປະໂຫຍດຫລາຍຫລັງຈາກອອກກໍາລັງກາຍແລ້ວເພາະຊ່ວຍໃຫ້ຮ່າງກາຍເຢັນລົງໄວ ແຕ່ຖ້າດື່ມນໍ້າເຢັນຫລັງຈາກກິນເຂົ້າອີ່ມກໍອາດຈະບໍ່ເໝາະ ເພາະຮ່າງກາຍຕ້ອງເຮັດວຽກໜັກໃນການປັບອຖນຫະພູມອາຫານໃຫ້ເໝາະສົມກັບຮ່າງກາຍ.

 

- 3 - ນໍ້າອຸ່ນດີຕໍ່ຮ່າງກາຍ ແຕ່ນໍ້າເຢັນບໍ່ດີຕໍ່ຮ່າງກາຍ ແທ້ ຫລື ບໍ່?
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!