ເປັນໜີ້ແລ້ວບໍ່ໃຊ້ຄືນ ເຮັດໃຫ້ເສຍຄວາມສັດທາ ແລະ ເສຍຄົນຮັກແພງ ພ້ອມມີຄວາມຜິດທາງກົດໝາຍອາຍາ
ການທີ່ບຸກຄົນໃດໜຶ່ງຫາກມີໜີ້ສິນບໍ່ວ່າຈະໜ້ອຍ ຫລື ຫລາຍ ກໍບໍ່ແມ່ນເປັນເລື່ອງເສຍຫາຍ ແລະ ເປັນເລື່ອງທີ່ອັບອາຍແຕ່ຢ່າງໃດ ຖ້າມີຄວາມຮັບຜິດຊອບຕໍ່ໜີ້ສິນທີ່ເຮົາກໍ່ຂຶ້ນ. ການທີ່ເຮົາສາມາດສ້າງໜີ້ສິນໄດ້ແມ່ນຍ້ອນບຸກຄົນທີ່ໃຫ້ຢືມເງິນນັ້ນເຂົາໄວ້ເນື້ອເຊື່ອໃຈໃນຕົວເຮົາ ແລະ ເຊື່ອໝັ້ນຈຶ່ງກ້າເອົາເງິນໃຫ້ຢືມ.
ດັ່ງນັ້ນ, ການຢືມເງິນອາດມີຢູ່ 2 ກໍລະນີຄື: 1/. ຄົນທີ່ໃຫ້ຢືມແມ່ນຄົນໃກ້ຊິດຮັກແພງ ໃຫ້ຢືມໂດຍບໍ່ຫວັງຜົນກຳໄລ, ໃຫ້ຍ້ອນເຫັນອົກເຫັນໃຈ, ໃຫ້ການຊ່ວຍເຫລືອໃນຍາມທີ່ມີບັນຫາ. 2/. ຄົນໃຫ້ເຮົາຢືມເງິນແມ່ນຕ້ອງການຜົນຕອບແທນໂດຍການຄິດໄລ່ດອກເບ້ຍ.
ເຖິງຢ່າງໃດກໍຕາມການໃຫ້ຢືມເງິນທັງສອງກໍລະນີແມ່ນເກີດຈາກຄວາມເຊື່ອໃຈ ແລະ ສາມາດເອີ້ນໄດ້ວ່າຜູ້ທີ່ມີບຸນຄຸນ ເພາະຕົວເຮົາເອງເປັນຄົນສະໝັກໃຈຢືມ.
ແຕ່ຖ້າວ່າເຮົາສ້າງໜີ້ສິນຂຶ້ນແລ້ວບໍ່ມີຄວາມຮັບຜິດຊອບມີເຈດຕະນາຕົວະຕົ້ມ ອາດຈະເຮັດໃຫ້ເສຍຄົນຮັກແພງ, ເສຍຄວາມສັດທາ, ເປັນຂີ້ປາກຂອງສັງຄົມ ແລະ ມີຄວາມຜິດທາງກົດໝາຍອີກດ້ວຍ.
ຕາມປະມວນກົດໝາຍອາຍາ ມາດຕາ 235 ການຫລົບຫລີກຈາກການໃຊ້ແທນໜີ້ສິນ ລະບຸໄວ້ວ່າ: ບຸກຄົນໃດຫາກໄດ້ສ້າງໜີ້ແລ້ວເຮັດໃຫ້ຄວາມສະມາດໃຊ້ໜີ້ຂອງຕົນຫລຸດລົງດ້ວຍການເພີ່ມໜີ້ ຫລື ຫລຸດຊັບສົມບັດທີ່ຕົນມີ ຫລື ຫລຸດ ຫລື ຊຸກເຊື່ອງລາຍໄດ້ທັັງໝົດ ຫລື ບາງສ່ວນ ຫລື ຊຸກເຊື່ອງຊັບບາງຢ່າງຂອງຕົນ ເພື່ອຫລົບຫລີກການໃຊ້ແທນໜີ້ສິນ ກ່ອນ ຫລື ຫລັງມີຄຳຕັດສິນຂອງສານ ຈະຖືກຕັດອິດສະລະພາບ ແຕ່ 3 ເດືອນ ຫາ 3 ປີ ແລະ ຈະຖືກປັບໃໝ ແຕ່ 5 ລ້ານ ຫາ 50 ລ້ານກີບ.