10 ອັນດັບ ນັກເຕະອາຍຸຫລາຍກວ່າ 34 ປີທີ່ມີມູນຄ່າການຕະຫລາດສູງທີ່ສຸດກ່ອນເປີດຕະຫລາດນັກເຕະເດືອນມັງກອນ 2023

- Untitled 1 - 10 ອັນດັບ ນັກເຕະອາຍຸຫລາຍກວ່າ 34 ປີທີ່ມີມູນຄ່າການຕະຫລາດສູງທີ່ສຸດກ່ອນເປີດຕະຫລາດນັກເຕະເດືອນມັງກອນ 2023
- kitchen vibe - 10 ອັນດັບ ນັກເຕະອາຍຸຫລາຍກວ່າ 34 ປີທີ່ມີມູນຄ່າການຕະຫລາດສູງທີ່ສຸດກ່ອນເປີດຕະຫລາດນັກເຕະເດືອນມັງກອນ 2023

- Untitled 1 - 10 ອັນດັບ ນັກເຕະອາຍຸຫລາຍກວ່າ 34 ປີທີ່ມີມູນຄ່າການຕະຫລາດສູງທີ່ສຸດກ່ອນເປີດຕະຫລາດນັກເຕະເດືອນມັງກອນ 2023

  1. ເຊີຄີໂອ ຣາມອສ : 6 ລ້ານຢູໂຣ.

ກອງຫລັງຊາວສະເປນອາຍຸ 36 ປີ ທີ່ຫລັງຈາກເຊົາເຈັບກັບມາກໍຍຶດຕົວຫລັກກັບ ປາຣີສ ແຊັງ ແຊັກແມັງ ເອົາໄວ້ໄດ້ຢ່າງໜຽວແໜ້ນ ແຕ່ໜ້າເສຍດາຍທີ່ລາວບໍ່ໄດ້ຕິດທີມຊາດສະເປນໄປລຸຍບານໂລກຄັ້ງນີ້.

- Visit Laos Visit SALANA BOUTIQUE HOTEL - 10 ອັນດັບ ນັກເຕະອາຍຸຫລາຍກວ່າ 34 ປີທີ່ມີມູນຄ່າການຕະຫລາດສູງທີ່ສຸດກ່ອນເປີດຕະຫລາດນັກເຕະເດືອນມັງກອນ 2023
  1. ຮູໂກ້ ຢໍຣິສ : 7 ລ້ານຢູໂຣ.

ຜູ້ຮັກສາປະຕູອາຍຸ 35 ປີຈາກ ທັອດແນມ ຮັອດສະເປີ ຍັງຄົງຍຶດມືຫນຶ່ງຂອງ ສະເປີ ມາໄດ້ຢ່າງຕໍ່ເນື່ອງຍາວນານເຊ່ັນດຽວກັບໃນທີມຊາດຝຣັ່ງທີ່ລາວຍັງຄົງເປັນເບີຫນຶ່ງໃຫ້ກັບທີມຝຣັ່ງໃນບານໂລກ.

  1. ຢາໂກ ອາສປາສ : 7 ລ້ານຢູໂຣ.

ໂຊຟອມ ຖະຫລົ່ມທະລາຍໃນ ລາລີກາ ສະເປນ ຕະຫລອດຫລາຍປີທີ່ຜ່ານມາ ເຊ່ັນດຽວກັບລະດູການນີ້ທີ່ຍິງໄປແລ້ວ 7 ປະຕູໃຫ້ກັບຕົ້ນສັງກັດ.

  1. ລູກາ ໂມດຣິດ : 10 ລ້ານຢູໂຣ.

ຍອດກາງກາງຊາວໂຄຣເອເຊຍ ອາຍຸ 37 ປີ ເຖິງອາຍຸຈະຫລາຍ ແຕ່ກໍຍັງສະແດງຜົນງານໄດ້ຢ່າງຄົງເສັ້ນຄົງວາ ກັບບາດການເປັນກຳລັງສຳຄັນໃຫ້ກັບ ຣຽວ ມາດຣິດ ມາຈົນເຖິງປັດຈຸບັນ.

  1. ອັງເຄລ ດີ ມາເຣຍ : 10 ລ້ານຢູໂຣ.

ປີຕົວເກ່ັງຊາວອາເຈນຕີນາ ທີ່ຫາກໍຍ້າຍມາຮ່ວມທີມຢູເວນຕຸສເມື່ອລະດູການຜ່ານມາ ແຕ່ຜົນງານຂອງຕົ້ນສັງກັດຈະຍັງບໍ່ສົມບູນເທົ່າທີ່ຄວນ ເຊິ່ງລາວອາດຈະຕ້ອງໃຊ້ເວລາໃນການປັບຕົວເພື່ອຮຽກຟອມເກ່ັງກັບມາໃຫ້ໄດ້.

  1. ມານູເອລ ນອຍເອີ : 10 ລ້ານຢູໂຣ.

ມືກາວອາຍຸ 36 ປີຂອງ ບາເຢິນ ມິວນິກ ແລະ ທີມຊາດເຢຍລະມັນ ຍັງຄົງຍຶດມືຫນຶ່ງທັງໃນລະດັບສະໂມສອນ ແລະ ທີມຊາດເອົາໄວ້ໄດ້ຢ່າງໜຽວແໜ້ນ ແລະ ເບິ່ງຈາກສະພາບຮ່າງກາຍໜ້າຈະສາມາດຢູ່ເຝົ້າໃນລະດັບສູງໄດ້ສະບາຍໄປຈົນເຖິງອາຍຸ 40 ປີ ຢ່າງແນ່ນອນ.

  1. ຄຣິສເຕຍໂນ ໂຣນັລໂດ້ : 20 ລ້ານຢູໂຣ.

ພວມເປັນປະເດັນຮ້ອນກ່ອນບານໂລກສຳລັບຈຸດແຕກຫັກຂອງລາວກັບ ແມນເຊສເຕີ ຢູໄນເຕັດ ເຊິ່ງຄາດວ່າດາວຍິງອາຍຸ 37 ປີ ລາຍນີ້ໜ້າຈະບໍ່ສາມາດສວມເສື້ອແມນຢູ ໄດ້ອີກຕໍ່ໄປແລ້ວນັບຈາກນີ້.

  1. ຄາຣິມ ເບນເຊມາ : 35 ລ້ານຢູໂຣ.

ດາວຍິງທີມຊາດຝຣັ່ງຂອງ ຣຽວ ມາດຣິດ ອາຍຸ 34 ປີ ເຈົ້າຂອງລາງວັນບັນລົງດໍຄົນຫລ້າສຸດ ຍັງຄົງລະເບີດຜົນງານເກ່ັງກັບ ຣຽວ ມາດຣິດ ໄດ້ຢ່າງຕໍ່ເນື່ອງ ເຖິງວ່າຈະເລີ່ມມີອາການບາດເຈັບລົບກວນແລ້ວກໍຕາມ.

  1. ໂຣເບີດ ເລວານດອບສະກີ : 45 ລ້ານຢູໂຣ.

ດາວຍິງຊາວໂປແລນ ອາຍຸ 34 ປີ ທີ່ຫາກໍຍ້າຍມາຢູ່ກັບ ບາເຊໂລນາ ໃນລະດູການນີ້ ຍັງຄົງຍິງປະຕູຖະຫລ່ົມທະລາຍຢ່າງຕໍ່ເນື່ອງ ແຕ່ໜ້າເສຍດາຍທີ່ປີນີ້ພວກເຂົາຈະບໍ່ໄດ້ໄປຕໍ່ໃນ ແຊ໊ມປຽນລີກ ຫລັງຈາກຈົບອັນດັບ 3 ໃນຮອບແບ່ງກຸ່ມ.

  1. ລີໂອເນລ ເມສຊີ : 50 ລ້ານຢູໂຣ.

ຍອດດາວຍິງຊາວອາເຈນຕີນາອາຍຸ 35 ປີ ທີ່ປີນີ້ລະເບີດຜົນງານເກ່ັງກັບ ປາຣີສ ແຊງ ແຊັກແມັງ ໄດ້ຈາກຜົນງານ 12 ປະຕູ ກັບ 14 ແອສຊິສ ຈຶ່ງບໍ່ໜ້າແປກໃຈທີ່ລາວຈະບໍ່ຖືກກ່າວເຖິງຫລາຍຄືກັບສະໄຫມກ່ອນ ແຕ່ກໍຍັງມາດຕະຖານດັບດີເອົາໄວ້ໄດ້ຢ່າງສະເຫມີຕົ້ນສະເຫມີປາຍ.

- 4 - 10 ອັນດັບ ນັກເຕະອາຍຸຫລາຍກວ່າ 34 ປີທີ່ມີມູນຄ່າການຕະຫລາດສູງທີ່ສຸດກ່ອນເປີດຕະຫລາດນັກເຕະເດືອນມັງກອນ 2023
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!