ບາງບັນຫາທີ່ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ເມືອງທ່ອງທ່ຽວ

- 05953 - ບາງບັນຫາທີ່ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ເມືອງທ່ອງທ່ຽວ
- kitchen vibe - ບາງບັນຫາທີ່ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ເມືອງທ່ອງທ່ຽວ

ເມື່ອເວົ້າເລື່ອງຄວາມສະອາດສະອ້ານບໍ່ວ່າທັງໃນຕົວເມືອງໃຫຍ່ ຫລື ເມືອງທ່ອງທ່ຽວຍອດນິຍົມ ອັນໄດ້ສ້າງພາບພົດທີ່ບໍ່ດີ ແລະ ບໍ່ສະອາດງາມຕາ ດັ່ງເມືອງວັງວຽງ ແຂວງວຽງຈັນ ເປັນເມືອງໜຶ່ງທີ່ມີແຫລ່ງທ່ອງທ່ຽວຫລາຍບ່ອນສວຍງາມ ແລະ ລືຊື່ດ້ານການທ່ອງທ່ຽວທາງທຳມະຊາດ ແຕ່ລະປີຈະມີນັກທ່ອງທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ອງທ່ຽວຈຳນວນຫລາຍ ແຕ່ບັນຫາໜຶ່ງທີ່ມັກປາກົດໃຫ້ເຫັນ, ເປັນພາບບໍ່ປະທັບໃຈໃຫ້ແກ່ນັກທ່ອງທ່ຽວ ແລະ ເປັນພາບພົດອັນບໍ່ດີໃຫ້ແກ່ເມືອງ ເຊັ່ນ: ມີການປ່ອຍປະໃຫ້ມີຫຍ້າຮົກເຮື້ອໃນສະໜາມບິນເກົ່າ ແລະ ມີການຖິ້ມຂີ້ເຫຍື້ອຊະຊາຍ ເຮັດໃຫ້ມີສະພາບເປື້ອນເປິ ບໍ່ສະອາດງາມຕາ ແລະ ຍັງມີກິ່ນເໝັນ ເຮັດໃຫ້ພາບພົດ, ຊື່ສຽງໂດດເດັ່ນລືຊາເສຍຫາຍ.

ຈາກກໍລະນີນີ້ກໍຂໍພາກສ່ວນກ່ຽວຂ້ອງຕ່າງໆຄວນເຂົ້າໄປປັບປຸງແກ້ໄຂໃຫ້ດີຂຶ້ນໂດຍໄວ ແລະ ເຮັດຢ່າງຕໍ່ເນື່ອງ ເຮັດແທ້ເຮັດຈິງກັນເທາະ! ເພື່ອສ້າງຄວາມສະອາດໃຫ້ແກ່ເມືອງ ພ້ອມທັງເປັນການດຶງດູດນັກທ່ຽວທ່ຽວເຂົ້າມາທ່ຽວຊົມ, ໂດຍສະເພາະໄລຍະນີ້ພວມເຂົ້າສູ່ລະດູແຫ່ງການທ່ອງທ່ຽວ ແລະ ຈະມີນັກທ່ອງທ່ອງຈຳນວນຫລວງຫລາຍຈາກຫລາຍຖິ່ນຫລາຍແຂວງພາຍໃນ ແລະ ຕ່າງປະເທດເຂົ້າມາ.

- Visit Laos Visit SALANA BOUTIQUE HOTEL - ບາງບັນຫາທີ່ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ເມືອງທ່ອງທ່ຽວ
- 3 - ບາງບັນຫາທີ່ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ເມືອງທ່ອງທ່ຽວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!