ຂໍໃຫ້ການຈັດຕັ້ງປະຕິບັດແຈ້ງການ 124/ຫສນຍ ປາກົດຜົນເປັນຈິງ


ໂດຍ: ທ່ຽງທຳ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ໃຜໆກໍອາດຈະດີໃຈ ພາຍຫລັງສື່ມວນຊົນເຮົາໄດ້ສ່ອງແສງມາຫລາຍກ່ຽວກັບຜົນໄດ້ຜົນເສຍຂອງການອະນຸຍາດໃຫ້ອອກເລກອອກຫວຍເປັນຈຳນວນຫລາຍຢູ່ປະເທດເຮົາ ແລະ ຫລາຍຫາງສຽງຈາກສັງຄົມກໍສ່ອງແສງມາວ່າ: ການອອກເລກອອກຫວຍເຫລົ່ານັ້ນມີຜົນເສຍຫລາຍກວ່າ ເພາະເປັນສ່ວນໜຶ່ງກໍໃຫ້ເກີດສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມຕາມມາ, ຜົວເສຍເມຍຫ້າງ, ລູກຫລານປະລະການຮຽນເສເພໄປຕິດການພະນັນຫລິ້ນເລກຫລິ້ນເບີຫລາຍຂຶ້ນ ແລະ ອື່ນໆ, ເມື່ອເປັນເຊັ່ນນັ້ນ ໂດຍອີງຕາມກອງປະຊຸມລັດຖະບານຫ້ອງການສຳນັກງານນາຍົກລັດຖະມົນຕີຈຶ່ງໄດ້ອອກແຈ້ງການສະບັບເລກທີ 124/ຫສນຍ, ລົງວັນທີ 17 ສິງຫາ 2017 ໃຫ້ຫລຸດຜ່ອນການອອກຫວຍພັດທະນາລົງຈາກເດືອນລະ 8 ຄັ້ງມາເປັນ 4 ຄັ້ງ, ສັ່ງໃຫ້ຢຸດຕິການອອກຫວຍທວາຍຜົນບ້ານ ແລະ ຫວຍເອເລັກໂຕຣນິກອື່ນໆ, ສ່ວນຫວຍຂູດກໍຕ້ອງໃຫ້ພິຈາລະນາ.
ນີ້ແມ່ນຄຳສັ່ງທີ່ເປັນເລີດ ແລະ ປະຊາຊົນສ່ວນຫລວງຫລາຍໃຜໆກໍເຫັນພ້ອມ ແລະ ມີຄວາມຫວັງໃຫ້ການຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວມີຜົນສັກສິດ ແລະ ກໍດີໃຈນຳເບື້ອງຫວຍພັດທະນາເພິ່ນກໍໄດ້ອອກປະກາດວ່າ: ແຕ່ລະອາທິດເພິ່ນຈະອອກເລກຫວຍພຽງມື້ວັນພຸດເທົ່ານັ້ນ ແລະ ຈະຮັບປະກັນໃຫ້ມີຄວາມໂປ່ງໃສ, ສ່ວນບັນດາຫວຍອື່ນທີ່ແຈ້ງການສັ່ງໃຫ້ຢຸດຕິນັ້ນກໍຂໍໃຫ້ເປັນຈິງ ເຊິ່ງຈະເປັນກຳລັງແຮງຊ່ວຍໃຫ້ບ້ານເມືອງເຮົາມີຄວາມສະຫງົບສຸກຫລາຍຂຶ້ນ.