ຮ້ານຮັບຊື້ເຫລັກເສດຢູ່ນະຄອນໄກສອນພົມວິຫານ ມີ 30 ຮ້ານ ເປັນຊາວຫວຽດນາມ 28 ຮ້ານ, ຮ້ານຊາວຈີນ 1 ແລະ ຮ້ານຄົນລາວ 1 ຮ້ານຈີນ
November 10, 2022 - 12:09 PM


ຂ່າວສະຫວັນພັດທະນາ ລາຍງານໃຫ້ຮູ້ວ່າ: ວັນທີ 8 ພະຈິກ 2022 ຜ່ານມາ ເຈົ້າໜ້າທີ່ ກວດກາການຄ້າທີ່ຂຶ້ນກັບພະ ແນກ ອຸດສາຫະກຳ-ການຄ້າແຂວງ ສະຫວັນນະເຂດ ໄດ້ພ້ອມກັນລົງເຄື່ອນໄຫວ ຕິດຕາມ, ກວດກາບັນດາຮ້ານ ເກັບຊື້ ແລະຈຳໜ່າຍເຫລັກເສດຢູ່ ພາຍໃນນະຄອນໄກສອນພົມວິຫານ.
ການຈັດຕັ້ງປະຕິບັດວຽກງານກວດກາບັນດາຮ້ານ ເປົ້າໝາຍເກັບ ຊື້-ຂາຍ ເຫລັກເສດ ຢູ່ນະຄອນໄກສອນພົມວິຫານ ພ້ອມທັງໄດ້ມີການເກັບກຳຂໍ້ມູນ ຄືນໃໝ່, ເຊິ່ງຜ່ານການເກັບກຳ ຕົວຈິງພົບເຫັນຈຳນວນຮ້ານຕົວ ຈິງທັງໝົດ 30 ຮ້ານ, ໃນນັ້ນ ເປັນ ຮ້ານຂອງຄົນຫວຽດນາມ 28 ຮ້ານ, ຮ້ານຂອງຄົນຈີນ 1 ຮ້ານ ແລະຮ້ານຂອງຄົນລາວ 1 ຮ້ານ.
ທ່ານ ໄຊຍະເດດ ຜຸຍຍະວົງ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະ ຜ່ານມາການເກັບຊື້ເຫລັກເສດພາຍ ໃນແຂວງຂອງພວກເຮົາໄດ້ເກີດ ຂຶ້ນຈຳນວນຫລວງຫລາຍໂດຍສະ ເພາະຢູ່ໃນເທສະບານນະຄອນ ໄກສອນພົມວິຫານ, ການດຳເນີນກິດຈະການຄ້າຂາຍ-ເກັບຊື້ເຫລັກ ເສດດັ່ງກ່າວ ລ້ວນແລ້ວແຕ່ແມ່ນຂອງຊາວຕ່າງປະເທດເປັນສ່ວນຫຼາຍ ຕໍໍໍ່ກັບບັນດາຫ້າງຮ້ານເກັບຊື້ເຫລັກເສດ ທີ່ເກີດຂຶ້ນເປັນຈຳນວນ ຫລວງຫລາຍນັ້ນ ພາໃຫ້ເກີດຜົນດີ ແລະ ຜົນເສຍຕາມມາ ເຮັດໃຫ້ເກີດ ປາກົດການຫຍໍ້ທໍ້ໃນສັງຄົມ, ເກີດມີການລັກລອບຊັບສິນສິ່ງຂອງທີ່ເປັນຂອງສາທາລະນະໄປຂາຍ.
ເຊິ່ງໃນຜ່ານມາ ເຫັນວ່າ ໄດ້ເກີດມີປະກົດການລັກລອບ ແລະ ສວຍໂອກາດ ໃນການລັກຕັດສາຍໄຟຟ້າ, ຫຼັກໄຟຟ້າ, ປ້າຍສັນຍານຈະລາຈອນ, ຕະແກງເຫລັກກັນຂີ້ເຫຍື້ອລົງຮ່ອງນ້ຳ ແລະຊັບ ສິນສິ່ງຂອງສາທາລະນະອື່ນໆ ເພື່ອໄປຂາຍໃຫ້ຮ້ານເກັບຊື້ເຫລັກເສດ.
ຕໍ່ກັບບັນຫາ ຫລື ປາກົດການ ຫຍໍ້ທໍ້ດັ່ງກ່າວ ແລະ ເພື່ອເຮັດໃຫ້ ການຄຸ້ມຄອງຫ້າງຮ້ານທີ່ເກັບຊື້ ເຫລັກເສດຫັນເຂົ້າສູ່ລະບຽບກົດ ໝາຍ ພ້ອມທັງເປັນການຕັດຊ່ອງ ຫວ່າງ ບໍໍ່ໃຫ້ມີຜູ້ສວຍໂອກາດກະ ທຳການດັ່ງທີ່ໄດ້ກ່າວໄວ້ຂ້າງ ເທິງນັ້ນ, ໃນເບື້ອງຕົ້ນທາງພະແນກອຸດສາຫະກຳ-ການຄ້າແຂວງ ໄດ້ແຕ່ງເຈົ້າໜ້າທີ່ກວດກາ ການຄ້າລົງຕິດຕາມ, ເກັບກຳ ຂໍ້ມູນໂດຍລະອຽດ ເພື່ອກ້າວໄປ ສູ່ການດັດສົມໃຫ້ມີຄວາມເປັນ ລະບຽບຮຽບຮ້ອຍ ແນໃສ່ຕີຖອຍປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ.
ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງ ທຸກພາກສ່ວນ, ຈົ່ງຊ່ວຍເປັນຫູເປັນຕາ ແລະ ແຈ້ງຕໍ່ເຈົ້າໜ້າທີ່ກວດກາການຄ້າໃນເມື່ອພົບເຫັນການຊື້-ຂາຍເຫລັກເສດທີ່ບໍ່ຖືກຕ້ອງ.
ທັງນີ້ກໍເພື່ອເປັນການປົກປ້ອງຊັບສິນສ່ວນລວມກໍຄືຊັບສິນຂອງ ພໍ່ແມ່ປະຊາຊົນບໍ່ໃຫ້ມີການລັກລອບໄປຂາຍເພື່ອຜົນປະໂຫຍດສ່ວນຕົວກໍ່ຄືບັນຫາຫຍໍ້ທໍ້ຂອງ ສົງຄົມ.