ງານບຸນນະມັດສະການພຣະທາດຫຼວງວຽງຈັນ 2 ວັນຜ່ານມາມີຄວາມສະຫງົບ 100%
November 7, 2022 - 12:07 PM


ພັອ ອຸບົນ ຈຸນລະມະນີ ຮອງຫົວໜ້າ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ທັງເປັນອະນຸກຳມະການປ້ອງກັນງານບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈຳປີ 2022 ໄດ້ໃຫ້ສໍາພາດຕໍ່ ນັກຂ່າວ ປກສ ນວ ໃນວັນທີ 6 ພະຈິກ 2022, ວ່າ: ຜ່ານການລົງກວດກາບັນຊາຕົວຈິງຢູ່ໃນງານບຸນ 2 ວັນຜ່ານມາ ກຳລັງປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພຣະທາດຫຼວງວຽງຈັນ ໃນຄັ້ງນີ້ ຮັກສາໄດ້ຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ແລະ ບໍ່ມີປະກົດການຫຍໍ້ທໍ້ເກີດຂຶ້ນມີພຽງແຕ່ການພັດຫຼົງລະຫວ່າງຜູ້ປົກກັບລູກຫຼານ.
ສະນັ້ນ, ຕໍ່ກັບມວນຊົນທີ່ຈະມາທ່ຽວຊົມງານບຸນນະມັດສະການພຣະທາດຫຼວງວຽງຈັນປະຈຳປີ 2022 ໃນອີກ 2 ວັນຂ້າງໜ້າ ຂໍໃຫ້ມີສະໃນການປົກປັກຮັກສາຊັບສິນຂອງຕົນ ເພື່ອບໍ່ໃຫ້ຕົກເຮ່ຍ, ສຳລັບຜູ້ປົກຄອງທີ່ນຳເອົາລູກຫຼານເຂົ້າມາທ່ຽວຊົມພາຍໃນງານບຸນ ໃຫ້ເອົາໃຈໃສ່ໃນການເບິ່ງແຍງລູກຫຼານຂອງທ່ານ ເພື່ອບໍ່ໃຫ້ພັດຫຼົງ, ແຕ່ຖ້າຫາກວ່າມີການພັດຫຼົງໃຫ້ແຈ້ງຕໍ່ເຈົ້າໜ້າທີ່ ເພື່ອປະຫາຢູ່ຜາມກຳມະການ.