ທ່ານສີຈິ້ນຜິງ ພົບປະກັບ ນາຍົກລັດຖະມົນຕີເຢຍລະມັນ
November 5, 2022 - 2:18 PM


ສຳນັກຂ່າວ CRI ໄດ້ລາຍງານຂ່າວວ່າ: ຕອນເຊົ້າວັນທີ 4 ພະຈິກ 2022 ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບ ທ່ານໂອລັຟ ໂຊນສ ນາຍົກລັດຖະມົນຕີເຢຍລະມັນ ທີ່ເດີນທາງມາຢ້ຽມຢາມປະເທດຈີນຢ່າງເປັນທາງການ.

ທ່ານສີຈິ້ນຜິງ ກ່າວເນັ້ນວ່າ: ຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງແມ່ນຖືກທຳລາຍໄດ້ຢ່າງງ່າຍດາຍ, ແຕ່ການສ້າງສາຄືນໃໝ່ພັດຍາກຫຼາຍ, ຈຶ່ງຕ້ອງການສອງຝ່າຍປົກປັກຮັກສາຮ່ວມກັນ. ຈີນ-ເຢຍລະມັນ ຄວນເຄົາລົບນັບຖືເຊິ່ງກັນ ແລະ ກັນ, ເອົາໃຈໃສ່ຜົນປະໂຫຍດໃຈກາງຂອງກັນ ແລະ ກັນ, ຍຶດໝັ້ນການປຶກສາຫາລື ແລະ ສົນທະນາກັນ, ຮ່ວມກັນຕໍ່ຕ້ານປັດໄຈລົບກວນຕ່າງໆເຊັ່ນ: ການເປັນປໍລະປະກັນລະຫວ່າງຝ່າຍ, ການຫັນເປັນຮູບຖານຈິດສຳນຶກ ແລະ ປັດໄຈອື່ນໆ. ນະໂຍບາຍຕໍ່ເຢຍລະມັນ ຂອງຈີນ ມີລັກສະນະໝັ້ນທ່ຽງ ແລະ ຕໍ່ເນື່ອງໃນລະດັບສູງ, ຫວັງວ່າເຢຍລະມັນກໍຈະປະຕິບັດນະໂຍບາຍທີ່ຕັ້ງໜ້າຕໍ່ຈີນເຊັ່ນດຽວກັນ, ບັນລຸໃຫ້ສອງປະເທດຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນຳກັນ. ຫວັງວ່າເຢຍລະມັນຈະຮ່ວມກັນກັບຈີນຄັດຄ້ານລັດທິປົກປ້ອງ, ເຮັດໃຫ້ໝາກຜົນການຮ່ວມມືລະຫວ່າງສອງປະເທດສ້າງຜົນປະໂຫຍດໃຫ້ກັບປະຊາຊົນສອງຊາດດີກວ່າເກົ່າ.

ທ່ານສີຈິ້ນຜິງ ໄດ້ຊີ້ອອກວ່າ: ການພົວພັນລະຫວ່າງຈີນ-ເອີຣົບກ່ຽວພັນເຖິງສະຖຽນລະພາບຂອງສະພາບການທົ່ວໂລກແລະຄວາມຈະເລີນຮຸ່ງເຮືອງຂອງແຜ່ນດິນໃຫຍ່ອາຊີເອີຣົບ, ເປັນໜ້າໃຫ້ສອງຝ່າຍສຸມຄວາມພະຍາຍາມປົກປັກຮັກສາໃຫ້ດີ, ພັດທະນາໃຫ້ດີ. ຈີນຖືທະວີບເອີຣົບເປັນຄູ່ຮ່ວມຍຸດທະສາດຢ່າງຮອບດ້ານຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນໃຫ້ສະຫະພາບເອີຣົບເປັນເຈົ້າຕົນເອງດ້ານຍຸດທະສາດ, ຫວັງວ່າເອີຣົບມີສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງ, ຍຶດໝັ້ນໃຫ້ການພົວພັນລະຫວ່າງຈີນ-ເອີຣົບບໍ່ແນໃສ່, ບໍ່ເພິ່ງອາໄສ, ບໍ່ຖືກຄວບຄຸມໂດຍຝ່າຍທີ 3.