ແມນຊິຕີ ຂຶ້ນແທ່ນ 11 ຜູ້ຫລິ້ນຕົວຈິງມູນຄ່າແພງທີ່ສຸດ-ເປແອສເຊ ອັນດັບສອງ

-                                                 - ແມນຊິຕີ ຂຶ້ນແທ່ນ 11 ຜູ້ຫລິ້ນຕົວຈິງມູນຄ່າແພງທີ່ສຸດ-ເປແອສເຊ ອັນດັບສອງ
- kitchen vibe - ແມນຊິຕີ ຂຶ້ນແທ່ນ 11 ຜູ້ຫລິ້ນຕົວຈິງມູນຄ່າແພງທີ່ສຸດ-ເປແອສເຊ ອັນດັບສອງ

-                                                 - ແມນຊິຕີ ຂຶ້ນແທ່ນ 11 ຜູ້ຫລິ້ນຕົວຈິງມູນຄ່າແພງທີ່ສຸດ-ເປແອສເຊ ອັນດັບສອງ

ແມນເຊສເຕີ ຊິຕີ ຄອງຕຳແໜ່ງທີມທີ່ມີມູນຄ່າ 11 ຜູ້ຫລິ້ນຕົວຈິງໂດຍສະເລ່ຍແພງທີ່ສຸດໃນລີກໃຫຍ່ຢູໂຣບ ຂະນະນີ້ດ້ວຍມູນຄ່າ 560 ລ້ານປອນ.

- Visit Laos Visit SALANA BOUTIQUE HOTEL - ແມນຊິຕີ ຂຶ້ນແທ່ນ 11 ຜູ້ຫລິ້ນຕົວຈິງມູນຄ່າແພງທີ່ສຸດ-ເປແອສເຊ ອັນດັບສອງ

ໂດຍ CIES ສະຖາບັນວິເຄາະສະຖິຕິດັງຂອງວົງການບານເຕະຊື່ດັງໄດ້ເປີດເຜີຍສະໂມສອນທີ່ມີມູນຄ່າສະເລ່ຍຂອງ 11 ນັກເຕະຕົວຈິງໃນລີກໃຫຍ່ທະວີບຢູໂຣບ ອ້າງອີງມາຈາກຕັ້ງແຕ່ເລີ່ມຕົ້ນລະດູການ 2022-23 ຈົນເຖິງວັນທີ 26 ຕຸລາ.

ຜົນປາກົດວ່າ ແມນ ຊິຕີ ຈາກພຣີເມຍລີກ ອັງກິດ ຄືທີມທີ່ີໄດ້ອັນດັບໜຶ່ງດ້ວຍມູນຄ່າສະເລ່ຍ 560 ລ້ານປອນ ຈາກການ ທີ່ພວກເຂົາມີຜູ້ຫລິ້ນຄ່າຕົວລະດັບ 50-60 ລ້ານປອນ ຢູ່ຫລາຍຄົນ ບໍ່ວ່າຈະເປັນ ເຄວິນ ເດິ ບຣອຍ, ຣູເບນ ດີອາສ, ເຊົາ ຄັນເຊໂລ, ໂຣດຣີ ແລະ ເອີຣິງ ຮາແລນ ເປັນຕົ້ນ.

ຂະນະທີ່ອັນດັບ 2 ຄື ປາຣີສ ແຊັງ ແຊັກແມັງ ຈາກລີກເອິງ ຝຣັ່ງ ດ້ວຍມູນຄ່າ 439 ລ້ານປອນ, ຕາມມາດ້ວຍອັນດັບ 3 ຄື ແມນເຊສເຕີ ຢູໄນເຕັດ ອີກຫນຶ່ງທີມຈາກພຣີເມຍລີກ ດ້ວຍມູນຄ່າ 413 ລ້ານປອນ.

ສ່ວນອັນດັບ 4 ແລະ 5 ຕົກເປັນຂອງ 2 ທີມຈາກພຣີເມຍລີກ ຢ່າງ ລີເວີພູລ ແລະ ເຊລຊີ ດ້ວຍມູນຄ່າ 352 ລ້ານປອນ ແລະ 338 ລ້ານປອນ ຕາມລຳດັບ.

ສະຫລຸບ 10 ອັນດັບທີມມູນຄ່າ 11 ນັກເຕະຕົວຈິງໂດຍສະເລ່ຍແພງທີ່ສຸດ.

  1. ແມນເຊສເຕີ ຊິຕີ (ພຣີເມຍລີກ ອັງກິດ ) 560 ລ້ານປອນ.
  2. ເປສແອສເຊ (ລີກເອິງ ຝຣັ່ງ) 439 ລ້ານປອນ.
  3. ແມນເຊສເຕີ ຢູໄນເຕັດ (ພຣີເມຍລີກ ອັງກິດ) 413 ລ້ານປອນ.
  4. ລີເວີພູລ (ພຣີເມຍລີກ ອັງກິດ) 352 ລ້ານປອນ.
  5. ເຊລຊີ (ພຣີເມຍລີກ ອັງກິດ) 338 ລ້ານປອນ.
  6. ອາເຊນອລ (ພຣີເມຍລີກ ອັງກິດ) 329 ລ້ານປອນ.
  7. ຣຽວ ມາດຣິດ ( ລາ ລີກາ ສະເປນ) 318 ລ້ານປອນ.
  8. ບາເຊໂລນາ (ລາ ລີກາ ສະເປນ ) 287 ລ້ານປອນ.
  9. ຢູເວນຕຸສ (ກັລໂຊ ເຊເຣຍ ອາ) 258 ລ້ານປອນ.
  10. ບາເຢິນ ມິວນິກ (ບຸນເດສລີກາ ເຢຍລະມັນ) 253 ລ້ານປອນ.
- 4 - ແມນຊິຕີ ຂຶ້ນແທ່ນ 11 ຜູ້ຫລິ້ນຕົວຈິງມູນຄ່າແພງທີ່ສຸດ-ເປແອສເຊ ອັນດັບສອງ
- 3 - ແມນຊິຕີ ຂຶ້ນແທ່ນ 11 ຜູ້ຫລິ້ນຕົວຈິງມູນຄ່າແພງທີ່ສຸດ-ເປແອສເຊ ອັນດັບສອງ
- 5 - ແມນຊິຕີ ຂຶ້ນແທ່ນ 11 ຜູ້ຫລິ້ນຕົວຈິງມູນຄ່າແພງທີ່ສຸດ-ເປແອສເຊ ອັນດັບສອງ