ອັງກິດເລັ່ງຂະຫຍາຍເວລາ ຕັດງົບປະມານສະໜັບສະໜູນຕ່າງປະເທດ

- 2022 10 28T144416Z 1 LYNXMPEI9R0N1 RTROPTP 4 BRITAIN POLITICS SUNAK - ອັງກິດເລັ່ງຂະຫຍາຍເວລາ ຕັດງົບປະມານສະໜັບສະໜູນຕ່າງປະເທດ
- kitchen vibe - ອັງກິດເລັ່ງຂະຫຍາຍເວລາ ຕັດງົບປະມານສະໜັບສະໜູນຕ່າງປະເທດ

ລັດຖະບານອັງກິດຂອງນາຍົກລັດຖະມົນຕີ ຣິຊີ ຊູແນັກ ອາດຕໍ່ເວລາການຫລຸດງົບປະມານຊ່ວຍເຫລືອຕ່າງປະເທດອອກໄປອີກຢ່າງໜ້ອຍ 2 ປີ ເພື່ອເລັ່ງຟື້ນຟູລະບົບສາທາລະນະສຸກຂອງປະເທດກ່ອນ.

ວັນທີ 29 ຕຸລາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ນາຍົກລັດຖະມົນຕີ ຣິຊີ ຊູແນັກ ກຳລັງພິຈາລະນາຕໍ່ເວລາຢຸດການຈ່າຍງົບປະມານ ໃນພູດການຊ່ວຍເຫລືອ ແລະ ການດຳເນີນງານຕ່າງປະເທດຕໍ່ໄປອີກຢ່າງໜ້ອຍ 2 ປີ ເພື່ອໃຫ້ອັດຕາດັ່ງກ່າວລົງມາຢູ່ໃນເປົ້າໝາຍ 0,5% ຂອງລວມຍອດຜະລິດຕະພັນພາຍໃນ (GDP).

- Visit Laos Visit SALANA BOUTIQUE HOTEL - ອັງກິດເລັ່ງຂະຫຍາຍເວລາ ຕັດງົບປະມານສະໜັບສະໜູນຕ່າງປະເທດ

ມາດຕະການດັ່ງກ່າວມີການປະກາດຄັ້ງທຳອິດເມື່ອ 2 ປີກ່ອນ ໃນສະໄໝລັດຖະບານຂອງນາຍົກລັດຖະມົນຕີ ບໍຣິສ ຈອນສັນ ໂດຍໃຫ້ເຫດຜົນກ່ຽວກັບວິກິດການແພ່ລະບາດຂອງພະຍາດໂຄວິດ-19 ສ້າງຜົນກະທົບໃຫ້ທຸກໂຄງສ້າງທາງເສດຖະກິດ ເຊິ່ງສັ່ນຄອນຫລາຍຈາກວິກິດດ້ານສາທາລະນະສຸກຄັ້ງນີ້ ລັດຖະບານຈຶ່ງມີຄວາມຈຳເປັນໃນການຈັດສັນຊັບພະຍາກອນທີ່ມີຢູ່ຢ່າງຈຳກັດ ເພື່ອຟື້ນຟູສະຖຽນລະພາບຂອງປະເທດໃນທຸກດ້ານ.

ເຖິງຢ່າງໃດກໍຕາມ, ທ່ານ ຊູແນັກ ເຊິ່ງໃນເວລານັ້ນດຳລົງຕຳແໜ່ງລັດຖະມົນຕີການເງິນ ເຄີຍກ່າວວ່າ: ອັດຕາລາຍຈ່າຍດ້ານນະໂຍບາຍຕ່າງປະເທດຂອງອັງກິດ ຄວນກັບມາມີອັດຕາຢູ່ລະດັບ 0,7% ພາຍໃນປີງົບປະມານ 2024-2025 ເນື່ອງຈາກມີຄວາມກັງວົນວ່າ: ການຫລຸດງົບປະມານພູດນີ້ດົນເກີນໄປອາດສົ່ງຜົນຕໍ່ບົດບາດຂອງອັງກິດໃນເວທີໂລກ.

ທັງນີ້, ຜູ້ນຳອັງກິດລົງຢ້ຽມຢາມໂຮງໝໍຜູ້ສູງອາຍຸມະຫາວິທະຍາໄລຄຣອຍດອນ ໃນນະຄອນຫລວງລອນດອນ ໃນວັນທີ 28 ຕຸລາຜ່ານມາ ໂດຍໃຫ້ຄຳໝັ້ນຟື້ນຟູ ແລະ ຍົກລະດັບລະບົບບໍລິການສາທາລະນະສຸກແຫ່ງຊາດ (NHS) ເຊິ່ງຍັງຜະເຊີນສະພາບເຄັ່ງຕຶງຢ່າງໜັກຈາກວິກິດພະຍາດໂຄວິດ-19 ແລະ ພະຍາບານໃນສັງກັດຫລາຍກວ່າ 300.000 ຄົນ ທະຍອຍປະລະວຽກປະທ້ວງນັບແຕ່ອາທິດນີ້ ເພື່ອຮຽກຮ້ອງການປັບຂຶ້ນຄ່າຕອບແທນໃຫ້ສອດຄ່ອງກັບອັດຕາເງິນເຟີ້ຂອງປະເທດ ເຊິ່ງຍັງຢູ່ລະດັບສູງກວ່າ 10%.

- 3 - ອັງກິດເລັ່ງຂະຫຍາຍເວລາ ຕັດງົບປະມານສະໜັບສະໜູນຕ່າງປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!