ຜູ້ຈັດການທີມໂຄຣເອເຊຍ ເຊື່ອ ໂມດຣິດ ຢູ່ຮັບໃຊ້ຊາດຮອດ 2024




ສະລັດໂກ ດາລິສ ຜູ້ຈັດການທີມຊາດໂຄຣເອເຊຍ ຫມັ້ນໃຈວ່າ ການແຂ່ງຂັນບານໂລກ 2022 ຈະບໍ່ແມ່ນລາຍການສຸດທ້າຍຂອງ ລູກາ ໂມດຣິດ ກອງກາງປະສົບການຫລາຍຂອງ ຣຽວ ມາດຣິດ ກັບທີມຊາດໂຄຣເອເຊຍ ແນ່ນອນ.
ສະລັດໂກ ດາລິສ ຜູ້ຈັດການທີມຊາດໂຄຣເອເຊຍ ຫມັ້ນໃຈວ່າບານເຕະໂລກ 2022 ທີ່ປະເທດກາຕາ ຈະບໍ່ແມ່ນລາຍການສຸດທ້າຍທີ່ ລູກາ ໂມດຣິດ ກອງກາງຄົນສຳຄັນ ລົງຮັບໃຊ້ຊາດ ໂດຍເຊື່ອວ່າ ລາວຍັງຈະໃສ່ເສື້ອທີມຊາດລົງສະໜາມ ຕໍ່ໄປຈົນເຖິງການແຂ່ງ ຂັນຢູໂຣ 2024 ເປັນຢ່າງຫນ້ອຍ.
ເຖິງຈະມີອາຍຸລ່ວງເລີຍຈົນເຖິງ 37 ປີແລ້ວກໍຕາມ ແຕ່ ໂມດຣິດ ຍັງຄົງເຮັດໜ້າທີ່ສ້າງຜົນງານໃຫ້ກັບ ຣຽວ ມາດຣິດ ໄດ້ຢ່າງ ໂດດເດ່ັນ ແລະ ຍັງຄົງເປັນກຳລັງສຳຄັນຂອງທີມຊາດໂຄຣເອເຊຍ ໃນການແຂ່ງຂັນບານໂລກ 2022 ເຊິ່ງ ດາລິສ ຫມັ້ນໃຈວ່າ ຈະບໍ່ແມ່ນລາຍການສຸດທ້າຍຂອງລາວກັບທີມຊາດໂຄຣເອເຊຍ ຢ່າງແນ່ນອນ.
ດາລິສ ກ່າວວ່າ : “ ຂ້ອຍຫມັ້ນໃຈວ່າ ລາວຈະຢູ່ກັບທີມຕໍ່ໄປ ແລະ ບານໂລກ 2022 ຈະບໍ່ແມ່ນລາຍການສຸດທ້າຍລະດັບເມເຈີລາຍ ການສຸດທ້າຍຂອງລາວນຳອີກ ລູກາ ພວມຈະສ້າງຜົນງານໄດ້ຢ່າງສຸດຍອດ ແລະ ຍັງສາມາດຈະຫລິ້ນໃຫ້ດີແບບນີ້ຕໍ່ໄປໄດ້່ເລື້ອຍໆ ”.