ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ


ໃນວັນທີ 28 ຕຸລາ 2022, ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ພົອ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ), ມີລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ-ຜູ້ປະຈຳການ ພ້ອມດ້ວຍບັນ ດາທ່ານຮອງລັດຖະມົນຕີ ແລະ ຫົວໜ້າກົມ, ອົງການ ແລະ ທຽບເທົ່າ ຈາກບັນດາກະຊວງທີ່ກ່ຽວຂ້ອງພາຍໃນຄະນະ ຄຄອຊ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ແກ້ວວິສຸກ ໂສລະພົມ ຫົວໜ້າສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ທັງເປັນຫົວໜ້າຫ້ອງການກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ສະເໜີຈຸດປະສົງຂອງກອງປະ ຊຸມ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ສະບັບເລກທີ 89/ນຍ ລົງວັນທີ 5 ກັນຍາ 2022, ພ້ອມທັງລາຍງານກ່ຽວກັບການຈັດຕັ້ງວຽກງານ ຄຄອຊ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ.
ຄຄອຊ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ແນໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຄຸ້ມຄອງ ແລະ ຊຸກຍູ້, ສົ່ງເສີມກ່ຽວກັບວຽກງານອິນເຕີເນັດ, ເຕັກໂນໂລຊີການສື່ສານຂໍ້ມູນ-ຂ່າວສານ, ຄວາມປອດໄພດ້ານເຕັກໂນໂລຊີການສື່ສານຂໍ້ມູນ-ຂ່າວສານ, ການຫັນເປັນດິຈິຕອນ, ລັດຖະບານດິຈິຕອນ, ການພັດທະນາເສດຖະກິດດິຈິຕອນ ແລະ ອຸດສາຫະກຳ 4.0 ເພື່ອຮອງຮັບການສ້າງດິຈິຕອນລາວ (Digital Laos), ສ້າງໃຫ້ ສປປ ລາວ ກາຍເປັນຈຸດເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນທາງດ້ານດິຈິຕອນ (Digital Land-Linked).
ບັນດາທ່ານໃນຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ລາຍງານ ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອຮ່ວມກັນຕີລາຄາ ແລະ ຖອດຖອນບົດຮຽນ ຈາກການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຮ່ວມກັນວາງທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງອິນເຕີເນັດ ພາຍໃນປະເທດມີປະສິດທິພາບ ແລະ ປະສິດທິຜົນດິຂຶ້ນກວ່າເກົ່າ.
ທ່ານ ພົອ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ມີຄຳເຫັນຊີ້ນຳ ຕໍ່ກັບທິດທາງແຜນການ ແລະ ຂໍ້ສະເໜີໃນການຈັດຕັ້ງປະຕິບັດບັນດາວຽກງານໃນຕໍ່ໜ້າ ໂດຍໄດ້ຕີລາຄາສູງຕໍ່ການຄົ້ນ ຄວ້າ, ການກຳນົດບັນດາເປົ້າໝາຍທີ່ມີຄວາມສຳຄັນ, ຈຳເປັນທີ່ຈະຕ້ອງຄຸ້ມຄອງ ແລະ ພັດທະນາ ເຊິ່ງແມ່ນວຽກງານຂອງທຸກພາກສ່ວນທີ່ຈະຕ້ອງໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະ ກົມກຽວ ເພື່ອເຮັດໃຫ້ອິນເຕີເນັດ ແລະ ເຕັກໂນໂລຊີດິຈິຕອນ ສາມາດປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທັງຕິດພັນກັບ 2 ວາລະແຫ່ງຊາດ ກໍຄືການແກ້ໄຂບັນຫາຢາເສບຕິດ ແລະ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ໃນນັ້ນ, ແມ່ນໄດ້ເນັ້ນໜັກໃຫ້ສືບຕໍ່ຕາມແຜນທີ່ໄດ້ກຳນົດ ເປັນຕົ້ນດ້ານການເມືອງ-ແນວຄິດ; ການປັບປຸງການຈັດຕັ້ງ; ວຽກງານນິຕິກຳ; ວຽກງານໂຄງລ່າງພື້ນຖານ ແລະ ເຕັກນິກດ້ານດິຈິຕອນ; ວຽກງານການກວດກາປາກົດການຫຍໍ້ທໍ້ຜ່ານສື່ອິນເຕີເນັດ; ວຽກງານລັດຖະບານດິຈິຕອນ ແລະ ການຫັນເປັນທັນສະໄໝ; ການພັດທະນາເສດຖະກິດດິຈິຕອນ; ວຽກງານການຈັດເກັບລາຍຮັບ, ຄຸ້ມຄອງງົບປະມານ ແລະ ລາຍຈ່າຍໃຫ້ເປັນດິຈິຕອນ; ວຽກງານຄວາມປອດໄພ.