ຍີ່ປຸ່ນຈັດຊ້ອມຮົບດ້ວຍ ລູກປືນແທ້ໃກ້ພູເຂົາໄຟຟູຈິ


ກອງກຳລັງປ້ອງກັນຕົນເອງຍີ່ປຸ່ນເລີ່ມຈັດຊ້ອມຮົບປະຈຳປີດ້ວຍລູກປືນແທ້ເປັນເວລາ 3 ວັນ ໃກ້ກັບພູເຂົາໄຟຟູຈິທ່າມກາງບັນຍາກາດຄວາມເຄັ່ງຕຶງຢູ່ແຫລມເກົາຫລີ.
ລາຍງານລະບຸວ່າ: ທະຫານປະມານ 2.400 ຄົນ ພ້ອມລົດຕັງ, ປືນໃຫຍ່ ແລະ ເຮລິກົບແຕຖືກສົ່ງເຂົ້າຮ່ວມການເຝິກແອບຢູ່ບໍລິເວນພູເຂົາໄຟຟູຈິ ເຊິ່ງຕັ້ງຢູ່ຫ່າງຈາກນະຄອນຫລວງໂຕກຽວໄປທາງຕາເວັນຕົກປະມານ 80 ກິໂລແມັດ ມີການຊ້ອມໂດດຈ້ອງ, ເຝິກແອບຍິງປືນໃຫຍ່ຕໍ່ສູ້ອາກາດສະຍານ ແລະ ສົ່ງເຮືອບິນຂັບໄລ່ F2 ບິນເໜືອທ້ອງຟ້າ ເພື່ອສະແດງແສນຍານຸພາບຂອງກອງກຳລັງທີ່ເອີ້ນໄດ້ວ່າ: ມີອາວຸດຍຸດໂທປະກອນພ້ອມພຽງ ແລະ ດີທີ່ສຸດແຫ່ງໜຶ່ງຂອງໂລກ.
ໄພຄຸກຄາມຈາກລູກສອນໄຟຂອງ ສປປ ເກົາຫລີ ແລະ ຂໍ້ຂັດແຍ່ງເຂດແດນກັບຈີນ ແລະ ຣັດເຊຍ ເປັນປັດໄຈສ້າງຄວາມກັງວົນໃຫ້ແກ່ຍີ່ປຸ່ນ. ພົນເອກ ໂຄຈິ ຢາມາຊາກິ ເສນາທິການກອງກຳລັງປ້ອງກັນຕົນເອງພາກພື້ນດິນ ອອກຖະແຫລງການລະບຸວ່າ: ຍີ່ປຸ່ນກຳລັງຜະເຊີນສະຖານະການດ້ານຄວາມໝັ້ນຄົງທີ່ມີຄວາມຮຸນແຮງອ້ອມທິດທາງ ທັງຈາກເລື່ອງຈີນພະຍາຍາມປ່ຽນແປງສະພາບຢູ່ທະເລຕາເວັນອອກ ແລະ ທະເລຈີນໃຕ້, ບັນຫາໂຄງການອາວຸດນິວເຄຼຍ ແລະ ລູກສອນໄຟຢູ່ ສປປ ເກົາຫລີ ແລະ ການຂະຫຍາຍອິດທິພົນຢູ່ພາກຕາເວັນອອກຂອງຣັດເຊຍ.