ເທນຮາກ ເຜີຍວ່າ ຣາຟາເອລ ວາຣານ ໝົດສິດລົງຊ່ວຍສະໂມສອນ ແຕ່ຈະຟິດທັນຫລິ້ນບານໂລກ

- FotoJet 21 1 1024x683 1 - ເທນຮາກ ເຜີຍວ່າ ຣາຟາເອລ ວາຣານ ໝົດສິດລົງຊ່ວຍສະໂມສອນ ແຕ່ຈະຟິດທັນຫລິ້ນບານໂລກ
- kitchen vibe - ເທນຮາກ ເຜີຍວ່າ ຣາຟາເອລ ວາຣານ ໝົດສິດລົງຊ່ວຍສະໂມສອນ ແຕ່ຈະຟິດທັນຫລິ້ນບານໂລກ

ຫລັງຈາກທີ່ປ່ອຍໃຫ້ແຟນບານລຸ້ນຕາມຕັ້ງແຕ່ທ້າຍອາທິດທີ່ຜ່ານມາ ໃນທີ່ສຸດການບາດເຈັບຂອງ ຣາຟາເອລ ວາຣານ ໄດ້ຮັບຄວາມກະຈ່າງແລ້ວຫລັງຈາກ ເອຣິກ ເທນຮາກ ຜູ້ຈັດການຂອງ ແມນເຊັສເຕີ ຢູໄນເຕັດ ຢືນຢັນວ່ານັກເຕະຈະບໍ່ໄດ້ລົງຫລິ້ນໃຫ້ສະໂມສອນອີກແລ້ວກ່ອນພັກເບກການແຂ່ງຂັນບານໂລກ.

ກອງຫລັງຊາວຝຣັ່ງໄດ້ຮັບບາດເຈັບໃນການແຂ່ງຂັນ 1-1 ກັບ ເຊວຊີ, ເບື້ອງຕົ້ນອາການຂອງລາວບໍ່ສູ້ດີ. ຫລັງ​ຈາກ​ຜູ້ກ່ຽວໄດ້ມີການ​ຮ້ອງໄຫ້​ອອກ​ມາໂດຍ​ບໍ່​​ອາຍ​ໃຜ​. ໃນ​ບັນ​ດາ​ຄວາມ​ກັງ​ວົນ​ຂອງ​ທັງ​ສະ​ໂມ​ສອນ ​ແລະ​ ທີມ​ຊາດ​ວ່າ​ ລາວອາດຈະໄດ້ຮັບບາດເຈັບຢ່າງຮຸນແຮງຈົນຕ້ອງພັກຍາວ

- Visit Laos Visit SALANA BOUTIQUE HOTEL - ເທນຮາກ ເຜີຍວ່າ ຣາຟາເອລ ວາຣານ ໝົດສິດລົງຊ່ວຍສະໂມສອນ ແຕ່ຈະຟິດທັນຫລິ້ນບານໂລກ

ຢ່າງໃດກໍຕາມ, ຫລ້າສຸດ ຜີສາດແດງໄດ້ສົ່ງ ວາຣານ ໄປກວດຢ່າງລະອຽດ ແລະ ເຂົາໝົດສິດລົງສະໜາມໃຫ້ກັບທີມໃນອີກ 6 ນັດຕໍ່ຈາກນີ້, ແຕ່ວ່າເຂົາມີແນວໂນ້ມທີ່ຈະກັບຄືນມາຊ່ວຍທີມຊາດຝຣັ່ງໃນການແຂ່ງຂັນບານໂລກ 2022 ເຊິ່ງມີກຳນົດທີ່ຈະເປີດສາກໃນວັນທີ 20 ພະຈິກນີ້

“ຣາຟາເອລ ວາຣານ ບໍ່ໄດ້ຢູ່ໃນທີມ ລາວຕ້ອງພັກຈົນເຖິງບານໂລກ. ລາວຈະບໍ່ລົງຫລິ້ນໃຫ້ ແມນ ຢູໄນເຕັດ ໃນຊ່ວງໂປຣແກມພັກເບກ ແຕ່ຂ້ອຍຄິດວ່າລາວຈະສາມາດລົງຫລິ້ນໃນບານໂລກໄດ້. ແຕ່ພວກເຮົາຕ້ອງລໍຖ້າເບິ່ງການພັດທະນາ ແລະ ການຟື້ນຕົວຂອງລາວ, “ເທນຮາກ ກ່າວ.

- 5 - ເທນຮາກ ເຜີຍວ່າ ຣາຟາເອລ ວາຣານ ໝົດສິດລົງຊ່ວຍສະໂມສອນ ແຕ່ຈະຟິດທັນຫລິ້ນບານໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!