ບັນຫາຂີ້ລັກ ມີຢູ່ບ້ານ ອັນຕະພານ ມີຢູ່ເມືອງ ເປັນມາດຕະການຮີບດ່ວນ ທີ່ຄວນໄດ້ຮັບການແກ້ໄຂ

- 306941999 421441236764901 4538217325234564590 n - ບັນຫາຂີ້ລັກ ມີຢູ່ບ້ານ ອັນຕະພານ ມີຢູ່ເມືອງ ເປັນມາດຕະການຮີບດ່ວນ ທີ່ຄວນໄດ້ຮັບການແກ້ໄຂ
- kitchen vibe - ບັນຫາຂີ້ລັກ ມີຢູ່ບ້ານ ອັນຕະພານ ມີຢູ່ເມືອງ ເປັນມາດຕະການຮີບດ່ວນ ທີ່ຄວນໄດ້ຮັບການແກ້ໄຂ

ໂດຍ: ມຶກບໍແຫ້ງ

ການປຸ້ນຈີ້, ຂີ້ລັກງັດແງະ ເກີດຂຶ້ນທຸກບໍ່ເວັ້ນວັນ ກາຍເປັນເລື່ອງຄວາມກັງວົນໃຈທົ່ວສັງຄົມ, ເປັນໄພຂົ່ມຂູ່ຕໍ່ຄວາມປອດໄພ ດ້ານຊັບສິນ ແລະຊີວິດຂອງປະຊາຊົນ ຢ່າງບໍ່ເຄີຍມີມາກ່ອນ ແລ້ວພວກເຮົາຈະສະກັດກັ້ນ ແລະແກ້ໄຂແນວໃດ? ນີ້ຄືຄຳຖາມກ້ອງກັງວານທົ່ວສັງຄົມໃນປັດຈຸບັນ.

- Visit Laos Visit SALANA BOUTIQUE HOTEL - ບັນຫາຂີ້ລັກ ມີຢູ່ບ້ານ ອັນຕະພານ ມີຢູ່ເມືອງ ເປັນມາດຕະການຮີບດ່ວນ ທີ່ຄວນໄດ້ຮັບການແກ້ໄຂ

ບັນຫາຕ່າງໆເຫລົ່ານີ້ເປັນສິ່ງທີ່ສັງຄົມຄາດການໄວ້ແຕ່ເມື່ອຕອນການລະບາດຂອງພະຍາດໂຄວິດ ທີ່ປະຊາຊົນຖືກລ໋ອກດາວ ທົ່ວປະເທດ ແລະຕ່າງຄົນກໍເວົ້າກັນວ່າ ພາຍຫລັງໂຄວິດຈົບລົງ ການກໍ່ອາຊະຍາກຳອາດເພີ່ມຂຶ້ນແນ່ນອນ ເນື່ອງຈາກຄວາມອຶດຢາກເພີ່ມທະວີຂຶ້ນ ແຕ່ການລະບາດດັ່ງກ່າວບໍ່ໄດ້ເກີດຂຶ້ນຫຼາຍຈົນກວ່າຈະມາຮອດໄລຍະເວລາທີ່ເສດຖະກິດຂອງພວກເຮົາ ຖົດຖອຍຢ່າງຮ້າຍແຮງ, ເງິນກີບອອ່ນຄ່າເປັນປະຫວັດການ, ຄ່າຄອງຊີບທີ່ສູງກວ່າລາຍໄດ້ ແລະ ບັນຫາຢາເສບຕິດ ການພະນັນນັບມື້ຫຼາຍຂຶ້ນ.

ພາວະເງິນເຟີ້ ທີ່ຖີບຕົວສູງຂຶ້ນເປັນປະຫວັດການ, ການຂາດແຄນນໍ້າມັນຍ້ອນບໍ່ມີເງິນຕາປະເທດ, ການຂາດດຸນຢ່າງເນື່ອງ ເຮັດໃຫ້ເສດຖະກິດພາຍໃນປະເທດອ່ອນແອລົງ, ຜູ້ທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ແມ່ນຜູ້ມີລາຍໄດ້ໜ້ອຍ ແຕ່ຄ່າຄອງຊີບແພງ ເຮັດໃຫ້ການຄອງຊີບຂອງປະຊາຊົນ ນັບມື້ນັບຝືດເຄືອງ.

ເມື່ອເປັນເຊັ່ນນັ້ນ ກໍໃຫ້ເກີດການຂີ້ລັກງັດເງະ ໄດ້ແພ່ລາມຢ່າງກວ້າງຂວາງ ແບບບໍ່ເຄີຍມີມາກ່ອນ, ເຮັດໃຫ້ບ້ານເມືອງບໍ່ມີຄວາມສະຫງົບ, ປະຊາຊົນມີຄວາມຫວາດຫວັ່ນຢ້ານກົວ, ລະແວງສົງໄສ ໄພອັນຕະບາຍຈະເກີດຕໍ່ຕົນເອງທຸກເມື່ອ. ສິ່ງດັ່ງກ່າວກໍຍ້ອນວ່າ ປະຊາຊົນສ່ວນໃຫຍ່ ແມ່ນມີຄວາມຫຍຸ້ງຍາກທາງເສດຖະກິດບໍ່ມີທາງອອກ, ຕີນຖີບປາກກັດ, ເກີດບັນຫາ ຢາເສບຕິດ ເຊິ່ງນຳມາເຖິງການກໍ່ອາຊະຍາກຳຕ່າງໆ.

ການລັກລົດຈັກ, ການປຸ້ນຈີ້ເອົາເງິນ ແລະ ເຄື່ອງຂອງມີຄ່າຕາມຖະໜົນຫົນທາງ ຫຼື ຕັດກະແຈຮົ້ວເຂົ້າມາລັກເອົາ ເຄື່ອງຂອງ ຢູ່ເຮືອນປະຊາຊົນ ມີໃຫ້ເຫັນເກືອບທຸກມື້ ເຊິ່ງປາກົດການຫຍໍ້ທໍ້ນີ້ ແມ່ນເກີດຖີ່ ແລະຮຸນແຮງຂຶ້ນນັບມື້. ບາງເຂດບໍ່ຄ່ອຍໄດ້ຍິນຄົນເຮືອນໃກ້ຄຽງກັນເລົ່າກ່ຽວກັບການຂີ້ລັກໃນເມື່ອກ່ອນ ແຕ່ຕົກມາຫວ່າງສອງສາມເດືອນນີ້ ໄກ່ທີ່ປະຊາຊົນລ້ຽງໄວ້ແມ່ນຖືກລັກເກືອບທຸກຫຼັງຄາເຮືອນ, ນອກນັ້ນ ແມ່ນແຕ່ເປັນເຄື່ອງໃຊ້ໃນເຮືອນຄົວກໍຖືກລັກໄປຈົນໝົດ ເຊິ່ງປະຊາຊົນກໍໄດ້ລາຍງານຫາກອງຫຼອນ ແລະ ນາຍບ້ານ ແຕ່ກໍບໍ່ເຫັນມາດຕະການໃດ ນອກຈາກ ໃຫ້ປະຊາຊົນການເຝົ້າລະວັງເອງ.

ສິ່ງອັນຕະລາຍຮ້າຍແຮງກວ່ານັ້ນ ແມ່ນການລັກອຸປະກອນສຳຄັນຂອງທາງດ່ວນ, ທາງລົດໄຟ ທີ່ອາດຈະເຮັດໃຫ້ ການເດີນທາງມີຄວາມສ່ຽງຫຼາຍຂຶ້ນ ແລະມີມູນຄ່າການເສຍຫາຍບໍ່ແມ່ນໜ້ອຍ.​

ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ກໍໄດ້ເຝົ້າລະວັງຕິດຕາມ ໂດຍສາມາດຈັບກຸມຄົນຮ້າຍລັກລົດຈັກໄດ້ຈຳນວນໜຶ່ງ ແຕ່ນັ້ນມັນອາດຍັງບໍ່ພຽງພໍໃນການສະກັດກັ້ນ ແລະ ປາບປາມຄົນຂີ້ລັກນີ້ໄດ້.

ກ່ອນອື່ນໝົດ ການສະກັດກັ້ນ ແລະປ້ອງກັນ ຂັ້ນບ້ານຕ້ອງໄດ້ເຮັດວຽກໜັກຂຶ້ນກວ່າເກົ່າ ຕາມທີ່ປະຊາຊົນພາຍໃນບ້ານເສຍພັນທະໃຫ້ ແຕ່ລະເດືອນ ແລະ ແນ່ນອນຈຸດເລີ່ມຕົ້ນທຳອິດກໍແມ່ນປະຊາຊົນ ມີສະຕິບໍ່ປະໝາດ ແລະໃຫ້ມີການລາຍງານຫາເຈົ້າໜ້າທີ່ກ່ຽວຂ້ອງໂດຍດ່ວນ ເມື່ອເກີດເຫດການຂີ້ລັກງັດແງະ.

ບັນດານາຍບ້ານ, ຫົວໜ້າໜ່ວຍແຕ່ລະບ້ານຄວນຈະຕ້ອງໄດ້ຕິດຕາມລູກໜ່ວຍ ລູກບ້ານຂອງຕົນໃກ້ຊິດຕື່ມ ທີ່ອາດຈະມີຜູ້ກໍເຫດພາຍໃນຊຸມຊົນຕົນເອງ.

ໃນການແກ້ໄຂໄລຍະຍາວນັ້ນ ພວກເຮົາຕ້ອງເພີ່ມທະວີການເອົາໃຈໃສ່ຟື້ນຟູເສດຖະກິດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຄຽງຄູ່ກັບການປາບປາມຢາເສດຕິດທີ່ເປັນວາລະແຫ່ງຊາດຢູ່ແລ້ວ ເຊື່ອວ່າ ຄວາມທຸກຍາກ ແລະຢາເສບຕິດເປັນສາເຫດຕົ້ນຕໍຂອງການ ຂີ້ລັກງັດແງະ. ມີໜ້ອຍຄົນຖ້າຫາກ ມີຢູ່ມີກິນແລ້ວ ແລະບໍ່ຕິດຢາເສບຕິດ ຈະຫາລັກຂອງຜູ້ອື່ນ ແລະ ສ່ວນລວມ.

 

- 4 - ບັນຫາຂີ້ລັກ ມີຢູ່ບ້ານ ອັນຕະພານ ມີຢູ່ເມືອງ ເປັນມາດຕະການຮີບດ່ວນ ທີ່ຄວນໄດ້ຮັບການແກ້ໄຂ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!