ລໍຖ້າການສ້ອມແປງ ! ເສັ້ນທາງດົງປ່າແຫລບ-ສົ້ນຂົວດອນແດງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ


ຕະຫລອດໄລຍະຫລາຍເດືອນຜ່ານມາ ປະຊາຊົນໄດ້ສ່ອງແສງ ຜ່ານໜັງສືພິມລາວພັດທະນາວ່າ: ເສັ້ນທາງດົງປ່າແຫລບ-ສົ້ນຂົວດອນແດງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ມີສະພາບເປ່ເພໜັກ, ເຕັມໄປດ້ວຍຂຸມ ນ້ອຍ-ໃຫຍ່, ເລິກ-ຕື້ນ ຢັງຢາຍຢູ່ຫລາຍຈຸດ ສ້າງຄວາມຫຍຸ້ງຍາກແກ່ຜູ້ສັນຈອນໄປມາ, ທັງສ່ຽງຕໍ່ອຸບັດເຫດ ແລະ ມີຂີ້ຝຸ່ນໃຫງ່ຟຸ້ງກະຈາຍ ອັນສ້າງຄວາມລຳບາກແກ່ການດຳລົງຊີວິດ.
ວັນທີ 24 ຕຸລາ 2022 ນີ້ ທີມຂ່າວນັງສືພິມລາວພັດທະນາ ໄດ້ລົງເບິ່ງສະພາບຕົວຈິງໃນຈຸດດັ່ງກ່າວ ກໍຄືດັ່ງທີ່ເຫັນໃນພາບ.
ນອກນີ້ ປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ໃຫ້ສຳພາດວ່າ: ນັບຕັ້ງແຕ່ຕົ້ນລະດູຝົນເປັນຕົ້ນມາ ສະພາບເສັ້ນທາງທີ່ເປ່ເພເປັນບວກຂຸມ ນ້ອຍໃຫຍ່ ຢູ່ຈຸດດັ່ງກ່າວນີ້ ແມ່ນມີໃຫ້ເຫັນຈົນລຶ້ງເຄີຍ, ຜ່ານມາມີການສ້ອມແປງ ໂດຍເອົາຢາງໝາກຕອຍມາໃສ່ ປະມານ 2-3 ເທື່ອ ສ້ອມໄປໄດ້ບໍ່ພໍອາທິດ ຝົນຕົກລົງມາທາງກໍເປ່ເພ ເປັນສະພາບເກົ່າອີກ.
ໜັງສືພິມລາວພັດທະນາ ໄດ້ນຳສະເໜີຂ່າວກ່ອນໜ້ານີ້ ເຫັນໄດ້ວ່າ ເສັ້ນທາງດັ່ງກ່າວນີ້ ມີການສ້ອມແປງ ຄັ້ງຫລ້າສຸດ ໃນວັນທີ 23 ສິງຫາ 2022 ເຊິ່ງນັບແລ້ວກໍເປັນເວລາ 2 ເດືອນພໍດີ.
https://www.facebook.com/166082960225998/posts/2192996467534627/
ສຳລັບທ່ານໃດຈະເດີນທາງຜ່ານຈຸດດັ່ງກ່າວນີ້ ຂໍໃຫ້ລະມັດລະວັງ, ມີສະຕິ ຄ່ອຍໄປຄ່ອຍມາ ໂດຍສະເພາະກາງຄືນບໍ່ມີໄຟເຍືອງທາງ ສ່ຽງຕໍ່ການເກີດອຸບັດເຫດ.
ຫວັງຢ່າງຍິ່ງວ່າພາກສ່ວນກ່ຽວຂ້ອງຈະຮີບຮ້ອນແກ້ໄຂສະພາບເສັ້ນທາງດັ່ງກ່າວນີ້ໃຫ້ໄປມາໄດ້ສະດວກສະບາຍໂດຍໄວ.