ລາວ-ໄທ ບໍ່ຖິ້ມກັນ! ແຂວງຈຳປາສັກ ມອບເຂົ້າສານ ແລະ ນ້ຳດື່ມ ໃຫ້ແຂວງອຸບົນຣາຊະທານີ ຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

- 100540 - ລາວ-ໄທ ບໍ່ຖິ້ມກັນ! ແຂວງຈຳປາສັກ ມອບເຂົ້າສານ ແລະ ນ້ຳດື່ມ ໃຫ້ແຂວງອຸບົນຣາຊະທານີ ຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ
- kitchen vibe - ລາວ-ໄທ ບໍ່ຖິ້ມກັນ! ແຂວງຈຳປາສັກ ມອບເຂົ້າສານ ແລະ ນ້ຳດື່ມ ໃຫ້ແຂວງອຸບົນຣາຊະທານີ ຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

ໃນວັນທີ 21 ຕຸລາ 2022 ຜ່ານມາ ທີ່ດ່ານສາກົນ ວັງເຕົ່າ-ຊ່ອງເມັກ (ຊາຍແດນລາວ-ໄທ) ແຂວງຈຳປາສັກ, ໄດ້ມອບ ເຂົ້າສານ 10 ກວ່າໂຕນ ແລະ ນ້ຳດື່ມ ຈຳນວນ 850 ແກັດ ໃຫ້ແຂວງອຸບົນຣາຊະທານີ ປະເທດໄທ ເພື່ອປະກອບສ່ວນ ເຂົ້າໃນການຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມ ຢູ່ທີ່ແຂວງດັ່ງກ່າວ. ໂດຍການ ມອບ-ຮັບ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ຕາງໜ້າ ສປປ ລາວ ແລະ ທ່ານ ສົມເພັດ ສ້ອຍສະຄູ ຮອງຜູ້ວ່າຣາຊະການ ຈັງຫວັດອຸບົນຣາຊະທານີ ແຫ່ງ ຣາຊະອານາຈັກໄທ.

ໂອກາດນີ້, ທ່ານ ຮອງເຈົ້າແຂວງຈຳປາສັກ ກ່າວວ່າ: ຍ້ອນການພົວພັນ ແລະ ຮ່ວມມືກັນໃນຫລາຍໆດ້ານ ລະຫວ່າງ ແຂວງຈຳປາສັກ ແລະ ຈັງຫວັດອຸບົນຣາຊະທານີ, ການມອບເຄື່ອງຊ່ວຍເຫລືອດັ່ງກ່າວມາຈາກຮ່ວມແຮງຮ່ວມໃຈ ກັນ ຂອງພາກລັດ ແລະ ພາກເອກະຊົນ ໃນຫລາຍຂະແໜງການ ເພື່ອ ປະກອບສ່ວນສົ່ງນ້ຳໃຈ, ສະແດງເຖິງຄວາມເປັນຫ່ວງເປັນໃຍ ຂອງ ປະຊາຊົນ ຊາວ ແຂວງຈຳປາສັກ ກໍຄື ປະຊາຊົນລາວມອບໃຫ້ແກ່ປະຊາຊົນຜູ້ໄດ້ຮັບຜົນກະທົບໄພນ້ຳຖ້ວນມ ຢູ່ຈັງຫວັດອຸບົນຣາຊະທານີ ແລະ ຕາງໜ້າອົງການປົກຄອງແຂວງ ຈຳປາສັກ ຂໍອວຍພອນ ແລະ ຂໍໃຫ້ປະຊາຊົນ ຊາວຈັງຫວັດອຸບົນຣາຊະທານີ ຈົ່ງຜ່ານຜ່າໄພພິບັດນ້ຳຖ້ວມຄັ້ງນີ້ ແລະ ກັບສູ່ສະພາບປົກກະຕິໂດຍໄວ.

- Visit Laos Visit SALANA BOUTIQUE HOTEL - ລາວ-ໄທ ບໍ່ຖິ້ມກັນ! ແຂວງຈຳປາສັກ ມອບເຂົ້າສານ ແລະ ນ້ຳດື່ມ ໃຫ້ແຂວງອຸບົນຣາຊະທານີ ຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

ພ້ອມນີ້, ທ່ານຮອງຜູ້ວ່າຣາຊະການ ຈັງຫວັດອຸບົນຣາຊະທານີ ໄດ້ກ່າວຮັບເອົາການຊ່ວຍເຫລືອ ດັ່ງກ່າວ ແລະ ໄດ້ສະແດງຄວາມຂອບໃຈ, ພ້ອມນັ້ນ ກໍໄດ້ລາຍງານ ໃຫ້ຮູ້ເຖິງສະຖານະການສະພາບນໍ້າຖ້ວມໃນຈັງຫວັດອຸບົນຣາຊະທານີ ທີ່ແກ່ຍາວ ແລະ ກະທົບເປັນວົງກວ້າງກວມເອົາ 19 ເມືອງ, ໂດຍສະເພາະແມ່ນຕົວເມືອງອຸບົນ ແລະ ເມືອງວາລິນຊຳລາບ ໄດ້ຮັບຜົນກະທົບໜັກທີ່ສຸດໃນຮອບ 43 ປີ, ໃນທົ່ວຈັງຫວັດອຸບົນ ເນື້ອທີ່ກະສິກໍາຖືກນໍ້າຖ້ວມເສຍຫາຍ ແລ້ວ ຈໍານວນ 350,000 ກວ່າໄລ່. ສຳລັບລະດັບນ້ຳ ທີ່ວັດແທກໄດ້ຢູ່ທີ່ ສະຖານີຂົວເສລີປະຊາທິປະໄຕ ໃຈກາງເມືອງອຸບົນ ສູງຈາກຕະຫລິ່ງປະມານ 4 ແມັດ (ລະດັບຕະຫລິງ 112 ແມັດ) ແລະ ມີແນວໂນ້ມຫລຸດລົງຢ່າງຕໍ່ເນື່ອງ.

 

- 4 - ລາວ-ໄທ ບໍ່ຖິ້ມກັນ! ແຂວງຈຳປາສັກ ມອບເຂົ້າສານ ແລະ ນ້ຳດື່ມ ໃຫ້ແຂວງອຸບົນຣາຊະທານີ ຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!