ຍີ່ປຸ່ນຜະເຊີນເງິນເຟີ້ໜັກສຸດໃນຮອບ 8 ປີ ເພີ່ມແຮງກົດດັນທະນາຄານກາງ

- b45e24d6d655be55ca1cf7d9e8106408 - ຍີ່ປຸ່ນຜະເຊີນເງິນເຟີ້ໜັກສຸດໃນຮອບ 8 ປີ ເພີ່ມແຮງກົດດັນທະນາຄານກາງ
- kitchen vibe - ຍີ່ປຸ່ນຜະເຊີນເງິນເຟີ້ໜັກສຸດໃນຮອບ 8 ປີ ເພີ່ມແຮງກົດດັນທະນາຄານກາງ

ອັດຕາເງິນເຟີ້ຂອງຍີ່ປຸ່ນໃນເດືອນກັນຍາຜ່ານມາ ເພີ່ມເປັນສະຖິຕິສູງທີ່ສຸດນັບແຕ່ປີ 2014. ຂະນະທີ່ທະນາຄານກາງ ພົບແຮງກົດດັນຢ່າງໜັກຈາກກໍລະນີເງິນຢວນອ່ອນຄ່າເກີນ “ຈຸດວິກິດ”.

ວັນທີ 21 ຕຸລາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ດັດຊະນີລາຄາຜູ້ບໍລິໂພກ (CPI) ຂອງຍີ່ປຸ່ນ ໂດຍບໍ່ລວມສິນຄ້າອາຫານສົດ ແລະ ເຊື້ອໄຟທີ່ມີລາຄາປັ່ນປ່ວນ ເຊິ່ງເປັນມາດຕະການວັດແທກອັດຕາເງິນເຟີ້ຂັ້ນພື້ນຖານ ຢູ່ລະດັບ 3,0% ໃນເດືອນກັນຍາຜ່ານມາ ເພີ່ມຂຶ້ນ 0,2% ຈາກສະຖິຕິຂອງເດືອນສິງຫາ ເຊິ່ງຢູ່ລະດັບ 2,8% ຖືເປັນສະຖິຕິສູງສຸດນັບແຕ່ເດືອນກັນຍາ 2014 ແລະ ສູງກວ່າເປົ້າໝາຍຂອງທະນາຄານກາງຍີ່ປຸ່ນ (BOJ) ກຳນົດເພດານເງິນເຟີ້ຂອງປະເທດຕ້ອງບໍ່ເກີນ 2,0%.

ສະຖິຕິດັ່ງກ່າວຍິ່ງເພີ່ມແຮງກົດດັນໃຫ້ BOJ ວ່າອາດຕ້ອງຂະຫຍາຍເພດານອັດຕາເງິນເຟີ້ ຫລື ບໍ່ ແລະ ການເປີດເຜີຍຕົວເລກຄັ້ງນີ້ ຍັງເກີດຂຶ້ນໃນວັນທີ່ເງິນເຢນອ່ອນຄ່າຜ່ານລະດັບແນວຮັບສຳຄັນທາງຈິດຕະວິທະຍາ ຫລື “ຈຸດວິກິດ” ລະດັບ 150 ເຢນ ເມື່ອທຽບໃສ່ເງິນໂດລາສະຫະລັດ ຕໍ່ເນື່ອງເປັນວັນທີສອງຕິດຕໍ່ກັນ ໃນວັນທີ 21 ຕຸລາ ເປັນສະຖິຕິການອ່ອນຄ່າທີ່ສຸດຂອງເງິນເຢນ ນັບແຕ່ເດືອນສິງຫາ 1990.

ເຖິງຢ່າງໃດກໍຕາມ, ທ່ານ ຮາຣຸຮິໂກະ ຄຸໂຣດະ ຜູ້ວ່າການທະນາຄານກາງຍີ່ປຸ່ນ ກ່າວວ່າ: ນະໂຍບາຍຂອງ BOJ ບໍ່ກ່ຽວຂ້ອງກັບອັດຕາແລກປ່ຽນ ແລະ ເສດຖະກິດຂອງຍີ່ປຸ່ນ ຍັງຢູ່ໃນສະພາບບອບບາງຢ່າງໜັກ ຈຶ່ງຍັງຈຳເປັນຕ້ອງມີການກະຕຸ້ນຄັ້ງໃຫຍ່ ແລະ ຕໍ່ເນື່ອງຕໍ່ໄປ ແລະ ປະເມີນສະຖານະການວ່າ: ຖ້າອັດຕາເງິນເຟີ້ຂອງຍີ່ປຸ່ນຍັງຖືວ່າຕໍ່າ ເມື່ອທຽບໃສ່ປະເທດພັດທະນາແລ້ວທາງເສດຖະກິດອີກຫລາຍແຫ່ງ ຈຶ່ງຍັງຮັກສາອັດຕາດອກເບ້ຍພັນທະບັດໄລຍະສັ້ນໃນລະດັບ -0,1%.

- 4 - ຍີ່ປຸ່ນຜະເຊີນເງິນເຟີ້ໜັກສຸດໃນຮອບ 8 ປີ ເພີ່ມແຮງກົດດັນທະນາຄານກາງ
- 5 - ຍີ່ປຸ່ນຜະເຊີນເງິນເຟີ້ໜັກສຸດໃນຮອບ 8 ປີ ເພີ່ມແຮງກົດດັນທະນາຄານກາງ
- 3 - ຍີ່ປຸ່ນຜະເຊີນເງິນເຟີ້ໜັກສຸດໃນຮອບ 8 ປີ ເພີ່ມແຮງກົດດັນທະນາຄານກາງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!