ປກສ ແຂວງບໍ່ແກ້ວ ຢຶດຢາບ້າ 3.500.000 ເມັດ ແລະ ຢາເຄຕາມິນ 66 ກິໂລ
October 18, 2022 - 3:35 PM


ເວລາປະມານ 5-6 ໂມງ ວັນທີ 15 ຕຸລາ 2022, ເຈົ້າໜ້າທີ່ ປກສ ກຸ່ມບ້ານສີເມືອງງານ ເມືຶອງຕົ້ນເຜີ້ງ ແຂວງບໍ່ແກ້ວໄດ້ອອກເຄື່ຶອນໄຫວລາດຕະເວນຕາມຂອບເຂດຮັບຜິດຊອບໄດ້ພົບເຫັນລົດວີໂກ ກະບະສີຂາວ ບໍ່ມີປ້າຍທະບຽນ ມີຜ້າດຳປົກທ້າຍຈອດຢູ່ແຄມທາງເຂດກ້ອງບ້ານໃຫຍ່ສີເມືອງງາມ ຫາ ບ້ານນ້ຳແງ້ນ ທາງເຈົ້າໜ້າທີ່ໄດ້ກວດກາພົບເຫັນເຄື່ອງຂອງກາງທີ່ຊຸກເຊືອງຢູ່ໃນລົດ ແລະ ກະບະລົດ ພ້ອມຢຶດໄວ້ຄື:


– ຢາບ້າຈຳນວນ 14 ເປົາ ມີ 350 ແພັກ ຫລື 1,750 ມັດ, ເທົ່າກັບ 3.500.000 ເມັດ, ນ້ຳໜັກ 385 ກິໂລ.
– ຢາເຄຕາມິນຈຳນວນ 2 ເປົາ, ມີຈຳນວນ 66 ຫໍ່, ນ້ຳໜັກ 66 ກິໂລ.
– ລົດກະບະວີໂກສີຂາວ 1 ຄັນ (ບໍ່ມີປ້າຍທະບຽນ) ສ່ວນຜູ້ກະທຳຜິດແມ່ນເອົາຕົວລົບໜີ.
ປັດຈຸບັນທາງເຈົ້າໜ້າທີ່ພະແນກຕຳຫລວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງ ກຳລັງສືບຄົ້ນຫາເປົ້າໝາຍທີ່ເອົາຕົວຫລົບໜີ.


ພາບ-ຂ່າວ: ປກສ ແຂວງບໍ່ແກ້ວ