ເອເອຟຊີ ເລືອກ ກາຕາ ເປັນເຈົ້າພາບເອຊຽນຄັບ ເລື່ອນໄປຕົ້ນປີ 2024

- FfP6BFJXgAEL2Xy e1665989134942 - ເອເອຟຊີ ເລືອກ ກາຕາ ເປັນເຈົ້າພາບເອຊຽນຄັບ ເລື່ອນໄປຕົ້ນປີ 2024
- kitchen vibe - ເອເອຟຊີ ເລືອກ ກາຕາ ເປັນເຈົ້າພາບເອຊຽນຄັບ ເລື່ອນໄປຕົ້ນປີ 2024

- FfP6BFJXgAEL2Xy e1665989134942 - ເອເອຟຊີ ເລືອກ ກາຕາ ເປັນເຈົ້າພາບເອຊຽນຄັບ ເລື່ອນໄປຕົ້ນປີ 2024

 

- Visit Laos Visit SALANA BOUTIQUE HOTEL - ເອເອຟຊີ ເລືອກ ກາຕາ ເປັນເຈົ້າພາບເອຊຽນຄັບ ເລື່ອນໄປຕົ້ນປີ 2024

AFC ຫລື ສະຫະພັນບານເຕະເອເຊຍ ຕັດສິນໃຈເລືອກປະເທດກາຕ້າ ເປັນເຈົ້າພາບການແຂ່ງຂັນບານເຕະເອເຊຍ ຄັບ 2023 ຮອບສຸດທ້າຍ ຫລັງຈາກຈີນປະກາດຖອນຕົວ ເນື່ອງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19.

ກ່ອນໜ້ານີ້ມີປະເທດ ອອາເຕຣເລຍ, ສ.ເກົາຫລີ, ກາຕ້າ ແລະ ອິນໂດນີເຊ ຍື່ນຂໍ້ສະເໜີຕົວເປັນເຈົ້າພາບຮອບສຸດທ້າຍ ແຕ່ອອສເຕຣເລຍ ຕັດສິນໃຈຖອນຕົວອອກໄປກ່ອນ ເຮັດໃຫ້ເຫລືອພຽງ 3 ຊາດ.

ຫລ້າສຸດເມື່ອວັນທີ 17 ຕຸລາຜ່ານມາ ໃນກອງປະຊຸມຂອງສະຫະພັນບານເຕະແຫ່ງຊາດເອເຊຍ ໄດ້ລົງມະຕິໃຫ້ ກາຕ້າ ເປັນຊາດທີ່ຖືກຮັບເລືອກໃຫ້ເປັນເຈົ້າພາບຈັດການແຂ່ງຂັນບານເຕະ AFC ASIAN Cup 2023 ຮອບສຸດທ້າຍ.

ໂດຍຈະເລື່ອນແຂ່ງຂັນຈາກເດືອນມິຖຸນາ 2023 ເປັນຕົ້ນປີ 2024 ເນື່ອງຈາກເຫດຜົນດ້ານສະພາບອາກາດທີ່ປະເທດກາຕ້າ ໂດຍສະເພາະໃນເດືອນມິຖຸນາ ຈະມີອາກາດຮ້ອນທີ່ສຸດ.

ສຳລັບ ກາຕ້າ ໄດ້ຮັບເລືອກໃຫ້ເປັນເຈົ້າພາບດັ່ງກ່າວເປັນສະໄຫມທີ່ 3 ຕໍ່ຈາກປີ 1988 ແລະ 2011.

- 3 - ເອເອຟຊີ ເລືອກ ກາຕາ ເປັນເຈົ້າພາບເອຊຽນຄັບ ເລື່ອນໄປຕົ້ນປີ 2024
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!