ອີຣັກ ໄດ້ປະທານາທິບໍດີ ແລະ ນາຍົກລັດຖະມົນຕີຄົນໃໝ່ແລ້ວ

-           4 - ອີຣັກ ໄດ້ປະທານາທິບໍດີ ແລະ ນາຍົກລັດຖະມົນຕີຄົນໃໝ່ແລ້ວ
- kitchen vibe - ອີຣັກ ໄດ້ປະທານາທິບໍດີ ແລະ ນາຍົກລັດຖະມົນຕີຄົນໃໝ່ແລ້ວ

ລັດຖະສະພາອີຣັກລົງມະຕິໃນວັນທີ 14 ຕຸລາ ເລືອກທ່ານ ອັບດຸລ ລາຕິຟ ຣາຊິດ ນັກການເມືອງຊາວເຄີດໃຫ້ດຳລົງຕຳແໜ່ງປະທານາທິບໍດີຄົນໃໝ່ ເຊິ່ງທ່ານໄດ້ສະເໜີຊື່ທ່ານ ໂມຮຳເໝັດ ເຊຍ ອັລ-ຊູດານີ ໃຫ້ເປັນວ່າທີ່ນາຍົກລັດຖະມົນຕີໃນທັນທີ ຖືເປັນການສິ້ນສຸດການຢຸດສະງັກເປັນເວລາ 1 ປີ ຫລັງການເລືອກຕັ້ງທົ່ວໄປໃນເດືອນຕຸລາປີຜ່ານມາ.

ຕຳແໜ່ງປະທານາທິບໍດີ ເຊິ່ງຕາມປົກກະຕິແລ້ວມັກຈະເປັນຂອງຊາວເຄີດ ເປັນຕຳແໜ່ງທາງພິທີການ, ແຕ່ການລົງຄະແນນເລືອກທ່ານ ຣາຊິດ ເປັນກ້າວສຳຄັນໃນການຈັດຕັ້ງລັດຖະບານໃໝ່ ທີ່ບັນດານັກການເມືອງບໍ່ສາມາດດຳເນີນການໄດ້ສຳເລັດນັບແຕ່ສຳເລັດການເລືອກຕັ້ງ. ທ່ານ ຣາຊິດ ອາຍຸ 78 ປີ ເຄີຍດຳລົງຕຳແໜ່ງລັດຖະມົນຕີຊັບພະຍາກອນນ້ຳລະຫວ່າງປີ 2003-2010 ທ່ານເປັນວິສະວະກອນທີ່ຈົບການສຶກສາຈາກອັງກິດ ໄດ້ຮັບໄຊຊະນະເໜືອອະດີດປະທານາທິບໍດີ ບາຮາມ ຊາລີ ທີ່ລົງຊີງໄຊເພື່ອດຳລົງຕຳແໜ່ງເປັນສະໄໝທີ 2. ທ່ານ ຣາຊິດ ໄດ້ເຊີນທ່ານ ຊູດານີ ເຊິ່ງເປັນຜູ້ໄດ້ຮັບການສະເໜີຊື່ຈາກກຸ່ມໃນລັດຖະສະພາໃຫຍ່ທີ່ສຸດ ຮູ້ຈັກກັນໃນຊື່ “ກອບການປະສານງານ” (The Coordination Framework) ທີ່ຄວບຄຸມທຸກກຸ່ມໃນມຸດສະລິມນິກາຍຊີອະ ໃຫ້ຈັດຕັ້ງລັດຖະບານ. ທ່ານ ຊູດານີ ອາຍຸ 52 ປີ ເຄີຍດຳລົງຕຳແໜ່ງລັດຖະມົນຕີສິດທິມະນຸດ ແລະ ລັດຖະມົນຕີແຮງງານ ແລະ ກິດຈະການສັງຄົມ. ທ່ານ ຊູດານີ ມີເວລາອີກ 30 ວັນ ໃນການຈັດຕັ້ງຄະນະລັດຖະບານ ແລະ ນຳສະເໜີລາຍຊື່ເພື່ອໃຫ້ລັດຖະສະພາໃຫ້ຄວາມເຫັນພ້ອມ.

- Visit Laos Visit SALANA BOUTIQUE HOTEL - ອີຣັກ ໄດ້ປະທານາທິບໍດີ ແລະ ນາຍົກລັດຖະມົນຕີຄົນໃໝ່ແລ້ວ
- 4 - ອີຣັກ ໄດ້ປະທານາທິບໍດີ ແລະ ນາຍົກລັດຖະມົນຕີຄົນໃໝ່ແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!