ກອງປະຊຸມປຶກສາຫາລືຮອບດ້ານ ລາວ-ອາເມຣິກາ ຄັ້ງທີ 10 (Lao-US Comprehensive Bilateral Dialogue X)

- 311781307 3191762874467585 831802416964888518 n - ກອງປະຊຸມປຶກສາຫາລືຮອບດ້ານ ລາວ-ອາເມຣິກາ ຄັ້ງທີ 10 (Lao-US Comprehensive Bilateral Dialogue X)
- kitchen vibe - ກອງປະຊຸມປຶກສາຫາລືຮອບດ້ານ ລາວ-ອາເມຣິກາ ຄັ້ງທີ 10 (Lao-US Comprehensive Bilateral Dialogue X)
ໃນວັນທີ 14 ຕຸລາ 2022, ທີ່ ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມປຶກສາຫາລືຮອບດ້ານ ລາວ-ອາເມຣິກາ ຄັ້ງທີ 10 (Lao-US Comprehensive Bilateral Dialogue X ຫຼື CBD-X), ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີຕ່າງປະເທດ ແລະ ທ່ານ Daniel J. Kristenbrink, ຜູ້ຊ່ວຍລັດຖະມົນຕີຕ່າງປະເທດ ສະຫະລັດ ອາເມຣິກາ ຮັບຜິດ ຊອບວຽກງານອາຊີຕາເວັນອອກ ແລະ ປາຊີຟິກ.
อาจเป็นรูปภาพของ 12 คน, ผู้คนกำลังยืน และ สถานที่ในร่ม  - 311821342 3191763214467551 8230030953795479411 n - ກອງປະຊຸມປຶກສາຫາລືຮອບດ້ານ ລາວ-ອາເມຣິກາ ຄັ້ງທີ 10 (Lao-US Comprehensive Bilateral Dialogue X)
ກອງປະຊຸມ CBD ຄັ້ງນີ້, ຈຸດປະສົງເພື່ອສັງເກດຕີລາຄາ ແລະ ທົບທວນຄືນສະພາບການພົວພັນຮ່ວມຝ່າຍ ລະຫວ່າງ ສປປ ລາວ ແລະ ສ.ອາເມຣິກາ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ນັບແຕ່ກອງປະຊຸມ CBD ຄັ້ງທີ 9 ຈັດຂຶ້ນ ທີ່ ວໍຊິງຕັນ ດີຊີ ໃນປີ 2019 ທີ່ຜ່ານມາ ແລະ ປຶກສາຫາລືທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ, ລວມທັງການແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນຕ່າງໆ. ສໍາລັບການພົວພັນຮ່ວມມືໃນຂອບສອງຝ່າຍ, ຄະນະຜູ້ແທນຝ່າຍລາວ ແລະ ອາເມຣິກາ ໄດ້ຕີລາຄາການຈັດຕັ້ງປະຕິ ບັດໂຄງການຮ່ວມມື ແລະ ຊ່ວຍເຫຼືອຕ່າງໆ ເປັນຕົ້ນ ການຮ່ວມມືດ້ານການສຶກສາ, ສາທາລະນະສຸກ-ໂພຊະນາການ, ການຄ້າ, ການລົງທຶນ, ການປະຕິບັດກົດໝາຍ, ດ້ານ ພະລັງງານ, ການຊອກຄົ້ນຫາສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA), ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ອື່ນໆ; ອັນພົ້ນເດັ່ນ ແມ່ນການຮ່ວມມືໃນການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ລັດຖະບານ ແລະ ປະຊາຊົນ ອາເມຣິກາ ໄດ້ໃຫ້ການຊ່ວຍ ເຫຼືອດ້ານທຶນຮອນ, ອຸປະກອນການແພດ, ວັກຊີນ ແລະ ຢາ ແກ່ ສປປ ລາວ. ສ່ວນໃນຂອບການຮ່ວມມືຫຼາຍຝ່າຍ ໄດ້ມີການແລກປ່ຽນ ແລະ ປຶກສາຫາລືໃນບັນຫາຕ່າງໆ ເປັນຕົ້ນການຮ່ວມມື ອາຊຽນ ໂດຍສະເພາະການກະກຽມເປັນປະທານໜູນວຽນ ອາຊຽນ ຂອງ ສປປ ລາວ ໃນປີ 2024, ການຮ່ວມມື ຄູ່ຮ່ວມແມ່ນໍ້າຂອງ-ອາເມຣິກາ (Mekong-US Partnership-MUSP) ໃນປີ 2022 ທີ່ ສປປ ລາວ ແລະ ສ.ອາເມຣິກາ ເປັນປະທານຮ່ວມ. ຊຶ່ງທັງໝົດທີ່ກ່າວມານັ້ນ ໄດ້ເປັນການປະກອບສ່ວນເຂົ້າໃນການສົ່ງເສີມການພົວພັນ ແລະ ການຮ່ວມມື ລາວ-ອາເມຣິກາ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.
ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະ ມົນຕີ ບຸນເຫຼືອ ພັນດານຸວົງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອດ້ານຕ່າງໆຂອງ ອາເມຣິກາ ຕໍ່ ສປປ ລາວ ແລະ ສະແດງຄວາມຫວັງວ່າ ລັດຖະບານ ແລະ ປະຊາຊົນ ອາເມຣິກາ ຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນອະນາຄົດ; ພ້ອມດຽວກັນນັ້ນ, ທ່ານ Kristenbrink ກໍ່ໄດ້ສະແດງຄວາມພ້ອມທີ່ຈະສືບຕໍ່ການພົວພັນຮ່ວມມື ກັບ ສປປ ລາວ ໃນຂະແໜງການຕ່າງໆຄືໄລຍະຜ່ານມາ ເພື່ອເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍໃນອະນາຄົດ.
ກອງປະຊຸມ CBD ໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນດີ, ມີການແລກປ່ຽນ ແລະ ປຶກສາຫາລືຮ່ວມກັນຢ່າງສ້າງສັນ ແລະ ກົງໄປກົງມາ ບົນພື້ນຖານແຫ່ງການເປັນຄູ່ຮ່ວມແບບກວມລວມ ລາວ-ອາເມຣິກາ ທີ່ຜູ້ນໍາຂອງສອງປະເທດ ໄດ້ມີຖະແຫຼງການຮ່ວມກັນໃນປີ 2016 ເປັນຕົ້ນມາ.
อาจเป็นรูปภาพของ 15 คน, ผู้คนกำลังยืน และ สถานที่ในร่ม  - 311417034 3191763274467545 885767455386571703 n - ກອງປະຊຸມປຶກສາຫາລືຮອບດ້ານ ລາວ-ອາເມຣິກາ ຄັ້ງທີ 10 (Lao-US Comprehensive Bilateral Dialogue X)
- 3 - ກອງປະຊຸມປຶກສາຫາລືຮອບດ້ານ ລາວ-ອາເມຣິກາ ຄັ້ງທີ 10 (Lao-US Comprehensive Bilateral Dialogue X)
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!