ອີຣານເຜີຍໃຫ້ຣັດເຊຍໃຊ້ຖານທັບທະຫານໄດ້ໃນບາງກໍລະນີ
March 28, 2017 - 6:06 PM


ທ່ານ ຊາຣີບ ກ່າວວ່າ: ບັນຫາໃນພາກພື້ນ ເຊິ່ງລວມທັງສະຖານະການຢູ່ຊີຣີຈະເປັນຫົວຂໍ້ຫາລືໃນກອງປະຊຸມຢູ່ທຳນຽບເຄຣມລິນຂອງຣັດເຊຍ ໂດຍມີຄະນະຜູ້ແທນລະດັບສູງຂອງອີຣານ ລວມທັງປະທານາທິບໍດີ ຮັດຊັນ ໂຣວຮານີ ຂອງອີຣານ ເຊິ່ງເດີນທາງຮອດນະຄອນຫຼວງມົດສະກູໃນວັນທີ 27 ມີນາ ເຂົ້າຮ່ວມນຳ. ຣັດເຊຍ ແລະ ອີຣານ ເປັນພັນທະມິດສຳຄັນຂອງປະທານາທິບໍດີ ບາຊາ ອານ ອັດຊັດ ແຫ່ງຊີຣີ ໂດຍມີບົດບາດສຳຄັນໄລຍະ 18 ເດືອນຜ່ານມາ ໃນການປີ້ນສະຖານະການໃຫ້ຝ່າຍທ່ານ ອັດຊາດ ໄດ້ປຽບໃນຄວາມຂັດແຍ່ງຢູ່ຊີຣີ, ເຮືອບິນຮົບຣັດເຊຍໄດ້ໃຊ້ຖານທັບອາກາດຢູ່ອີຣານໃນປະຕິບັດການໂຈມຕີເປົ້າໝາຍກຸ່ມຕິດອາວຸດຢູ່ຊີຣີໃນລະດູຮ້ອນຜ່ານມາ. ຖືເປັນເທື່ອທຳອິດທີ່ກອງກຳລັງຕ່າງປະເທດໄດ້ໃຊ້ຖານທັບອີຣານນັບແຕ່ສົງຄາມໂລກຄັ້ງທີ 2.