ອົດສະຕຣາລີ ເລັ່ງແກ້ໄຂບັນຫາຂາດແຄນແຮງງານແບບມືອາຊີບ

- 310992965 2005648336305603 1743930361448154015 n - ອົດສະຕຣາລີ ເລັ່ງແກ້ໄຂບັນຫາຂາດແຄນແຮງງານແບບມືອາຊີບ
- kitchen vibe - ອົດສະຕຣາລີ ເລັ່ງແກ້ໄຂບັນຫາຂາດແຄນແຮງງານແບບມືອາຊີບ

ສຳນັກ​ຂ່າວ ​ຊິນ​ຮວາ ລາຍງານໃນ ວັນ​ທີ 7 ​ຕຸລາ​ 2022 ໃຫ້ຮູ້ວ່າ: ອົດ​ສະຕຣາລີ ພວມ​ຂາດ​ແຄນ​ແຮງ​ງານ ​ທີ່​ມີຄວາ​ມຮູ້ຄວາມ​ສາມາດ ​ແບບ​ມື​ອາຊີບ​ ຈຳນວນ ​286 ອາຊີບ​, ໃນ​ປີ​ນີ້ ​ເພີ່ມ​ຂຶ້ນ 153 ອາຊີບ ​ເມື່ອ​ທຽບໃສ່ປີ​ກາຍ​ນີ້ ​ໂດຍອາຊີບ ທີ່ຕ້ອງການ ພະນັກງານ ຫລາຍທີ່ສຸດ ແມ່ນພະຍາບານ ມື​ອາຊີບ, ວິສະວະກອນ ຊອບແວ, ພະນັກງານ​ເບິ່ງ​ແຍງ, ຜູ້ຈັດການກໍ່ສ້າງ, ພະນັກງານ ລ້ຽງເດັກ ແລະ ຊ່າງກົນຈັກ.

ຂະນະ​ທີ່ ທ່ານ ​ແອນ​ໂທ​ນີ ​ອັລບາ​ນີສ ( Anthony Albanese), ນາຍົກ ລັດຖະມົນຕີ ອົດ​ສະຕຣາລີ ​ໄດ້ກ່າວ​ເຖິງ ເລື່ອງນີ້ວ່າ: ລັດຖະບານ ກຽມເພີ່ມງົບປະມານສະໜັບສະ​ໜູນ ການຈັດຝຶກອົບຮົມ ແລະ ການຝຶກວິຊາ​ຊີບ​ຕ່າງໆ ​ໃຫ້​ຫລາຍ​ຂຶ້ນ ​ເພື່ອ​ແກ້​ໄຂ ​ບັນຫາ​ດັ່ງກ່າວຢ່າງ​ຮີບ​ດ່ວນ.​ໃນ​ເດືອນ​ກັນຍາ​ ຜ່ານ​ມາ ລັດຖະບານອົດ​ສະຕຣາລີ ປະກາດ​ ເພີ່ມ​ໂຄ​ຕ້າ ການ​ຮັບ​ຜູ້​ອົບ​ພະຍົບ ຖາວອນ ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດດ້ານ​ວຽກ​ງານຕ່າງໆ​ ໃຫ້​ຫລາຍ​ຂຶ້ນ ​ຈາກ 160.000 ຄົນ ມາ​ເປັນ 195.000 ຄົນ ​ເພື່ອ​ເພີ່ມ ​ແຮງ​ງານທີ່​ຂາດ​ແຄນ ​ໃນ​ປັດຈຸບັນ.

- Visit Laos Visit SALANA BOUTIQUE HOTEL - ອົດສະຕຣາລີ ເລັ່ງແກ້ໄຂບັນຫາຂາດແຄນແຮງງານແບບມືອາຊີບ
- 4 - ອົດສະຕຣາລີ ເລັ່ງແກ້ໄຂບັນຫາຂາດແຄນແຮງງານແບບມືອາຊີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!