ມູນຄ່າການການຄ້າຂອງ ສປປ ລາວ ປະຈໍາເດືອນ 9 ປີ 2022 ບັນລຸໄດ້ ປະມານ 1.146 ລ້ານໂດລາ ຂາດດຸນ 233 ລ້ານໂດລາ

ສູນຂໍ້ມູນຂ່າວສານການຄ້າຂອງລາວ ລາຍງານວັນທີ 6 ຕຸລາ 2022 ນີ້ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 9 ປີ 2022 ບັນລຸໄດ້ ປະມານ 1.146 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ປະມານ 456 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 689 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ ປະມານ 233 ລ້ານໂດລາສະຫາລັດ. ສິນຄ້າສົ່ງອອກຕົ້ນຕໍ ປະກອບມີ: ຄຳປະສົມ-ຄຳແທ່ງ, ຢາງພາລາ, ຝຸ່ນ (ປຸຍ), ແຮ່ທອງ, ນ້ຳຕານ, ເຄື່ອງນຸ່ງຫົ່ມ, ໝາກກ້ວຍ, ເກີບ, ແຮ່ເຫຼັກ ແລະ ງົວ-ຄວາຍ. ສິນຄ້ານໍາເຂົ້າຕົ້ນຕໍ ປະກອບມີ: ອຸປະກອນກົນຈັກ, ນ້ຳມັນກາຊວນ, ພາຫະນະທາງບົກ, ແກ້ວປະເສີດ-ເຄິ່ງປະເສີດ, ນ້ຳມັນແອັດຊັງ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ-ເຫຼັກກ້າ, ສັດມີຊີວິດ, ສາຍໄຟຟ້າ-ເຄເບີ້ລ ແລະ ຊິ້ນສ່ວນອາໄຫຼ່ລົດ.
ປະເພດສິນຄ້າສົ່ງອອກຕົ້ນຕໍ ຂອງ ສປປ ລາວ
ສິນຄ້າສົ່ງອອກທັງໝົດ ສະເລ່ຍປະມານ 456 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້າສົ່ງອອກ 10 ອັນດັບ ທີ່ມີມູນຄ່າສູງ ໄດ້ແກ່: ຄຳປະສົມ-ຄຳແທ່ງ 55 ລ້ານໂດລາສະຫະລັດ, ຢາງພາລາ 36 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) 31 ລ້ານໂດລາສະຫະລັດ, ແຮ່ທອງ 31 ລ້ານໂດລາສະຫະລັດ, ນໍ້າຕານ 28 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 25 ລ້ານໂດລາສະຫະລັດ, ໝາກກ້ວຍ 16 ລ້ານໂດລາສະຫະລັດ, ເກີບ 15 ລ້ານໂດລາສະຫະລັດ, ແຮ່ເຫຼັກ 14 ລ້ານໂດລາສະຫະລັດ ແລະ ງົວ-ຄວາຍ 13 ລ້ານໂດລາສະຫະລັດ.
ປະເພດສິນຄ້ານໍາເຂົ້າຕົ້ນຕໍ ຂອງ ສປປ ລາວ
ສິນຄ້ານຳເຂົ້າທັງໝົດ ສະເລ່ຍປະມານ 689 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້ານຳເຂົ້າ 10 ອັນດັບ ທີ່ມີມູນຄ່າສູງ ໄດ້ແກ່: ອຸປະກອນກົນຈັກ 119 ລ້ານໂດລາສະຫະລັດ, ນໍ້າມັນກາຊວນ 86 ລ້ານໂດລາສະຫະລັດ, ພາຫະນະທາງບົກ 44 ລ້ານໂດລາສະຫະລັດ, ແກ້ວປະເສີດ-ເຄິ່ງປະເສີດ 26 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ 24 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 19 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ-ເຫຼັກກ້າ 14 ລ້ານໂດລາສະຫະລັດ, ສັດທີ່ມີຊີວິດ 14 ລ້ານໂດລາສະຫະລັດ, ສາຍໄຟຟ້າ-ເຄເບີ້ລ 13 ລ້ານໂດລາສະຫະລັດ ແລະ ຊິ້ນສ່ວນອາໄຫຼ່ລົດ 12 ລ້ານໂດລາສະຫະລັດ.
5 ປະເທດ ສົ່ງອອກຕົ້ນຕໍ ຂອງ ສປປ ລາວ
ບັນດາປະເທດ ທີ່ ສປປ ລາວ ສົ່ງອອກ 05 ອັນດັບ ໄດ້ແກ່: ຈີນ 176 ລ້ານໂດລາສະຫະລັດ, ຫວຽດນາມ 103 ລ້ານໂດລາສະຫະລັດ, ໄທ 53 ລ້ານໂດລາສະຫະລັດ, ອົດສະຕາລີ 25 ລ້ານໂດລາສະຫະລັດ ແລະ ຮົງກົງ 17 ລ້ານໂດລາສະຫະລັດ.
5 ປະເທດ ນໍາເຂົ້າຕົ້ນຕໍ ຂອງ ສປປ ລາວ
ບັນດາປະເທດ ທີ່ ສປປ ລາວ ນໍາເຂົ້າ 5 ອັນດັບ ໄດ້ແກ່: ໄທ 289 ລ້ານໂດລາສະຫະລັດ, ຈີນ 250 ລ້ານໂດລາສະຫະລັດ, ຫວຽດນາມ 27 ລ້ານໂດລາສະຫະລັດ, ສ.ອາເມລິກາ 24 ລ້ານໂດລາສະຫະລັດ ແລະ ສະວິດເຊີແລນ 23 ລ້ານໂດລາສະຫະລັດ.
ໝາຍເຫດ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 9 ປີ 2022 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).