ໂຄງການສ້ອມແປງແຫຼ່ງທ່ອງທ່ຽວນ້ຳຕົກຕາດຄອນພະເພັງ ແລະ ນ້ຳຕົກຕາດສົມພະມິດ ໄລຍະທຳອິດ ຄາດວ່າຈະໃຊ້ຕົ້ນທຶນ 500.000 ໂດລາ 

- 310237438 585804563233004 8536097312178319172 n - ໂຄງການສ້ອມແປງແຫຼ່ງທ່ອງທ່ຽວນ້ຳຕົກຕາດຄອນພະເພັງ ແລະ ນ້ຳຕົກຕາດສົມພະມິດ ໄລຍະທຳອິດ ຄາດວ່າຈະໃຊ້ຕົ້ນທຶນ 500.000 ໂດລາ 
- kitchen vibe - ໂຄງການສ້ອມແປງແຫຼ່ງທ່ອງທ່ຽວນ້ຳຕົກຕາດຄອນພະເພັງ ແລະ ນ້ຳຕົກຕາດສົມພະມິດ ໄລຍະທຳອິດ ຄາດວ່າຈະໃຊ້ຕົ້ນທຶນ 500.000 ໂດລາ 
ວັນທີ 30 ກັນຍາ ຜ່ານມາ, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ຜູ້ຊີ້ນຳວຽກງານເສດຖະກິດ ໄດ້ລົງຕິດຕາມຊຸກຍູ້ວຽກງານ ຢູ່ເຂດເສດຖະກິດໃໝ່ ສີທັນດອນ ເມືອງໂຂງ. ໂດຍສະເພາະຊຸກຍູ້ການສືບຕໍ່ພັດທະນາໂຄງການອຸທິຍານແຫຼ່ງທ່ອງທ່ຽວ ນ້ຳຕົກຕາດຄອນພະເພັງ ແລະ ນ້ຳຕົກຕາດສົມພະມິດ ໃຫ້ມີໃບໜ້າໃໝ່.
ໃນການລົງຕິດຕາມຄັ້ງນີ້, ກໍໄດ້ມີກອງປະຊຸມປຶກສາຫາລືຮ່ວມກັນລະຫວ່າງ ອົງການປົກຄອງແຂວງ ແລະ ເມືອງໂຂງ ກໍຄື ພາກລັດ ກັບ ບໍລິສັດ ດັ່ງກ່າວ ແລະ ໄດ້ຮັບຟັງການລາຍງານຈາກ ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກກ່ຽວກັບ ຜົນການລົງສຳຫຼວດ ແລະ ເກັບກຳຂໍ້ມູນທາງດ້ານສິ່ງແວດລ້ອມ ແລະ ສັງຄົມໃນເນື້ອທີ່ດິນ 1.000 ເຮັກຕາ, ສໍາລັບວຽກການຊົດເຊີຍໂຄງການອຸທິຍານນໍ້າຕົກຕາດຄອນພະເພັງ ແລະ ອຸທິຍານນໍ້າຕົກຕາດສົມພະມິດ (ໃຫ້ຜູ້ສຳປະທານຜູ້ເກົ່າ) ໃນມູນຄ່າ 18 ຕື້ກວ່າກີບ ແລະ ການຈັດຕັ້ງປະຕິບັດໂຄງການພັດທະນາເສດຖະກິດໃໝ່ສີທັນດອນຊຶ່ງປະກອບມີບັນດາໜ້າວຽກຈຸດສຸມຕ່າງໆແຜນການພັດທະນາ 4 ໄລຍະໃນຕໍ່ໜ້າ ໂດຍສະເພາະໂຄງການອຸທິຍານນໍ້າຕົກຕາດຄອນພະເພັງ ແລະ ອຸທິຍານນໍ້າຕົກຕາດສົມພະມິດ ແນວທາງການປັບປຸງປົວແປງ ສິ່ງອຳນວຍຄວາມສະດວກໃນເຂດວັດທະນະທຳ, ເຂດຊົມວິວທາງທຳມະຊາດ ແລະ ພື້ນທີ່ສີຟ້າ ໃນຈຳນວນ 51 ເຮັກຕາ, ເພື່ອກຽມພ້ອມສຳລັບຕ້ອນຮັບນັກທ່ອງທ່ຽວ ໃນມື້ໜຶ່ງໃຫ້ຮອງຮັບໄດ້ຫຼາຍກວ່າ 5 ພັນຄົນ ແລະ ວາງແຜນການກໍ່ສ້າງສ້ອມແປງໄລຍະທຳອິດ ຄາດວ່າຈະໃຊ້ຕົ້ນທຶນການສ້ອມແປງ ປະມານ 500.000 ໂດລາ. 
- 3 - ໂຄງການສ້ອມແປງແຫຼ່ງທ່ອງທ່ຽວນ້ຳຕົກຕາດຄອນພະເພັງ ແລະ ນ້ຳຕົກຕາດສົມພະມິດ ໄລຍະທຳອິດ ຄາດວ່າຈະໃຊ້ຕົ້ນທຶນ 500.000 ໂດລາ 
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!