ປກສ ເມືອງໂພນໂຮງ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ ພ້ອມທຳລາຍອຸປະກອນເສີມຜິດກົດຈະລາຈອນ

- kitchen vibe - ປກສ ເມືອງໂພນໂຮງ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ ພ້ອມທຳລາຍອຸປະກອນເສີມຜິດກົດຈະລາຈອນ
ປກສ ແຂວງວຽງຈັນ ລາຍງານໃຫ້ຮູ້ວ່າ: ວັນທີ 29 ກັນຍາ 2022 ຜ່ານມານີ້   ປກສ ເມືອງໂພນໂຮງ ສຶກສາອົບຮົມນັກຂັບຂີ່ທີ່ດັດແປງສະພາບເຕັກນິກລົດ ໂດຍການເປັນປະທານຂອງທ່ານ ພັທ ແສງທອງ ລໍວັນໄຊ ຮອງຫົວໜ້າກອງບັນຊາການ ປກສ ເມືອງໂພນໂຮງ ມີພະນັກງານທີ່ກ່ຽວຂ້ອງ, ນັກຂັບຂີ່ທີ່ດັດແປງສະພາບເຕັກນິກຂອງລົດ ພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.
ກອງຈະລາຈອນ ປກສ ເມືອງໂພນໂຮງ ໄດ້ລົງເຄື່ອນໄຫວກວດກາພາຫະນະຕາມເສັ້ນທາງຂອບເຂດເທດສະບານ ເມືອງໂພນໂຮງ ແຂວງວຽງຈັນ ຜ່ານການລົງກວດກາຕົວຈິງຈຶ່ງພົບເຫັນນັກຂັບຂີ່ດັດແປງສະພາບເຕັກນິກຂອງລົດຈັກຈຳນວນ 10 ຄັນ ເພື່ອທຳລາຍຢາງຕີນລົດ ແລະ ທໍ່ໄອເສຍ ທີ່ບໍ່ຖືກຕ້ອງຕາມມາດຕະຖານຂອງໂຮງງານຜະລິດອອກ ແລ້ວປ່ຽນຖ່າຍໃໝ່.
ສະພາບເຕັກນິກຂອງລົດຕ້ອງຢູ່ໃນສະພາບເດີມທີ່ໂຮງງານຜະລິດອອກມາເທົ່ານັ້ນ ແຕ່ຍ້ອນຄວາມຮູ້ເທົ່າບໍ່ເຖິງການ ພັດມີນັກຂັບຂີ່ຈຳນວນໜຶ່ງມີການຝ່າຝືນບໍ່ເຄົາລົບກົດລະບຽບຈະລາຈອນ ເປັນຕົ້ນແມ່ນການຂັບຂີ່ລົດຈັກເປັນພຶງເປັນແພກີດຂວາງການສັນຈອນ, ດັດແປງທໍ່ໄອເສຍເຮັດໃຫ້ມີສຽງລົບກວນຄົນອື່ນໃນເວລາກາງຄືນ, ໃສ່ຕີນນ້ອຍບໍ່ຖືກຕາມຂະໜາດມາດຕະຖານຂອງໂຮງານຜະລິດ ແລະອື່ນໆ ນີ້ກໍແມ່ນສາເຫດໜຶ່ງ ທີ່ພາໃຫ້ຕົວເລກອຸບັດເຫດເພີ່ມຂຶ້ນຢ່າງຫຼວງຫຼາຍ ທັງສູນເສຍວັດຖຸເງິນຄຳ ຮ້າຍແຮງໄປກວ່ານັ້ນກໍ່ກ້າວໄປເຖິງຂັ້ນເສຍຊີວິດ ຈາກສະພາບຄືດັ່ງກ່າວຈຶ່ງຮຽກຮ້ອງໃຫ້ນັກຂັບຂີ່ ຈົ່ງຢຸດເຊົາການປະພຶດຕົວໄປໃນທາງທີ່ບໍ່ຖືກຕ້ອງ ແລ້ວປ່ຽນແນວຄິດຂອງຕົນເອງໄປໃນທາງທີດີ ເປັນລູກທີ່ດີຂອງພໍ່ແມ່ ແລະ ເປັນເຈົ້າການໃນການປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ.
- 5 - ປກສ ເມືອງໂພນໂຮງ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ ພ້ອມທຳລາຍອຸປະກອນເສີມຜິດກົດຈະລາຈອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!