ນັກສຶກສາຫວຽດນາມກຳລັງພົບວິກິດ




ບລູມເບີກລາຍງານວ່າ: ຜູ້ຈົບການສຶກສາລະດັບມັດທະຍົມຕອນປາຍໃນປະເທດຫວຽດນາມກຳລັງປະສົບບັນຫາບໍ່ມີວຽກເຮັດເພີ່ມຂຶ້ນ, ເຖິງວ່າຫວຽດນາມຈະມີອັດຕາການວ່າງງານໂດຍລວມພຽງ 2,3% ເນື່ອງຈາກມະຫາວິທະຍາໄລບໍ່ສາມາດສ້າງບຸກຄະລາກອນທີ່ມີຄຸນນະພາບອອກມາຮອງຮັບບໍລິສັດເອກະຊົນທີ່ຕ້ອງການທັກສະ ແລະ ການຄິດວິເຄາະທີ່ສູງໄດ້.
ລາຍງານລະບຸວ່າ: ນັກສຶກສາໃນລະດັບມັດທະຍົມຕອນປາຍຂອງຫວຽດນາມ 2 ປີທຳອິດແມ່ນເນັ້ນຮຽນເລື່ອງປະຫວັດສາດຫລາຍກວ່າການຮຽນພັດທະນາທັກສະ ແລະ ຄິດໃນແງ່ການວິເຄາະທີ່ນາຍຈ້າງຕ້ອງການ ຈົນເຮັດໃຫ້ບໍລິສັດມີຄວາມກັງວົນຈະຈ້າງບັນດິດທົ່ວໄປທີ່ບໍ່ແມ່ນສາຍສະເພາະ ຈົນເຮັດໃຫ້ອັດຕາວ່າງງານລະດັບມັດທະຍົມຕອນປາຍສູງ 17%.
ທ່ານ ສະກອດ ໂຣເຊວ ນັກເສດຖະສາດ ຈາກມະຫາວິທະຍາໄລສະແຕນຟອດ ກ່າວວ່າ: ປະເທດທີ່ປະສົບຜົນສຳເລັດໃນການພັດທະນາລະບົບເສດຖະກິດໄປອີກຂັ້ນ ຄືປະເທດກຳລັງພັດທະນາທີ່ສາມາດຍົກລະດັບການສຶກສາຂອງຕົນເອງໄດ້, ແຕ່ປະເທດທີ່ເຮັດບໍ່ໄດ້ຈະມີຄວາມສ່ຽງ ຫລື ຕິດຢູ່ກັບລາຍໄດ້ປານກາງເຊັ່ນ: ອາກຊັງຕິນ, ບຣາຊິນ ແລະ ແມັກຊິກ.