ການປ່ອຍນໍ້າອອກຈາກເຂື່ອນ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ປະຊາຊົນສ່ອງແສງໃຫ້ມີມາດຕະການທີ່ດີກວ່າ
ໂດຍ: ມຶກບໍ່ແຫ້ງ
ການປ່ອຍນໍ້າເຂື່ອນໃນຍາມຝົນ ກາຍເປັນເລື່ອງທີ່ປົກກະຕິ ແຕ່ເປັນເລື່ອງກັງວົນໃຈສຳລັບ ປະຊາຊົນ ທີ່ຢູ່ໃຕ້ເຂື່ອນ ເນື່ອງຈາກການປ່ອຍຈຳນວນຫຼາຍກໍຈະສົ່ງຜົນກະທົບໂດຍກົງຕໍ່ຜູ້ອາໄສຢູ່ຕາມແຄມແມ່ນໍ້າ ສ່ຽງຕໍ່ການເກີດດິນເຊາະເຈື່ອນ ພັດພາເອົາທີ່ຢູ່ອາໄສ ແລະ ຊັບສິນອື່ນໆໄປນຳ.
ນອກນັ້ນ ສຳລັບຜູ້ທີ່ມີໄຮ່ນາຕາກ້າເຂດຕໍ່າ ກໍອາດຈະພົບພໍ້ກັບໄພນໍ້າຖ້ວມໄດ້ງ່າຍ ເຊິ່ງອັນນີ້້ບໍ່ສະເພາະແຕ່ຈະສົ່ງຜົນກະທົບຕໍ່ສະບຽງອາຫານ ທີ່ລາຄາກຳລັງຖີບຕົວສູງຂຶ້ນທົ່ວປະເທດ ແຕ່ຍັງຈະເຮັດໃຫ້ປະຊາຊົາສູນເສຍລາຍຮັບຢ່າງຫຼວງຫຼາຍ.
ທີ່ຜ່ານມາການປ່ອຍນໍ້າເຂື່ອນໄຟຟ້າ ແມ່ນມີການແຈ້ງເຕືອນ ແລະ ໄດ້ຂໍອະນຸມັດຈາກພາກສ່ວນທີ່ກ່ຽວຂ້ອງຄັກແນ່ ເຊິ່ງຕາມຫຼັກການແລ້ວແມ່ນສາມາດປ່ອຍນໍ້າຕາມສັນຍາສຳປະທານ ແຕ່ໃນການຈັດຕັ້ງປະຕິບັດຕົວຈິງກໍອາດມີການຄາດເຄື່ອນ ຖ້າຫາກບໍ່ມີການຕິດຕາມກວດກາຢ່າງເຂັ້ມງວດຂອງເຈົ້າໜ້າທີ່. ນອກນັ້ນ ເມື່ອຜົນກະທົບເກີດຂຶ້ນຕໍ່ພໍ່ແມ່ປະຊາຊົນ ເຂດໃຕ້ເຂື່ອນນັ້ນແລ້ວ ຫຼາຍເຂດແມ່ນຖືກປ່ອຍປະລະເລີຍ ຕໍ່ການທົດແທນຜົນເສຍຫາຍໃຫ້ພໍ່ແມ່ປະຊາຊົນ.
ຜ່ານມາບັນຫາດັ່ງກ່າວນັ້ນ ໄດ້ເກີດຂຶ້ນກັບປະຊາຊົນມາແລ້ວຫຼາຍເຂດແຕ່ຜູ້ຂຽນບໍ່ຂໍເອີ່ຍຊື່ໂຄງການ ແຕ່ຂໍໃຫ້ເພີ່ມຄວາມເຂັ້ມງວດ ກວດຄືນຕໍ່ຜົນກະທົບທີ່ເກີດຂຶ້ນກັບປະຊາຊົນ.
ໃນທິດສະດີ ທີ່ອະທິບາຍເຫດຜົນຂອງການສ້າງເຂື່ອນນັ້ນພວກເຮົາເວົ້້າວ່າ “ແມ່ນເພື່ອຕ້ານແລ້ງຕ້ານຖ້ວມ” ແຕ່ເບິ່ງຄືວ່າການປະຕິບັດຕົວຈິງແມ່ນປີ້ນກັນ. ຍາມຝົນທີ່ປະລິມານເພີ່ມຂຶ້ນ ແຕ່ຊໍ້າປ່ອຍຕື່ມ ຫຼື ຍາມມີພາຍຸມາ ແທນທີ່ຈະລະບາຍອກກ່ອນພາຍຸຈະມາເຖິງ ເພື່ອເຮັດໃຫ້ແບ່ງເບົາພາລະປະຊາຊົນ ແຕ່ຊໍ້າພັດມາລະບາຍພ້ອມກັບການມາຂອງພາຍຸ ເຮັດໃຫ້ລະດັບນໍ້າສູງຂຶ້ນເປັນຫລາຍເທົ່າ ກໍ່ໃຫ້ເກີດມີຜົນກະທົບຄືດັ່ງກ່າວມາ.
ແຕ່ຮອດຍາມແລ້ງແລ້ວ ບັນດາເຂື່ອນທີ່ບໍ່ແມ່ນຮູບແບບການກໍ່ສ້າງ ຣັນອອຟ (run-of) ນັ້ນ ພັດເກັບນໍ້າໄວ້ ຜະລິດໄຟ ເຮັດພໍ່ແມ່ປະຊາຊົນຢູ່ໃຕ້ເຂື່ອນຂາດແຄນນໍ້າ ໂດຍສະເພາະສະໜອງແກ່ການຜະລິດກະສິກຳ ເພື່ອການຄໍ້າສະບຽງອາຫານ ກໍຄືການຜະລິດເປັນສິນຄ້າ ໂດຍບວກໃສ່ກັບທ່າອ່ຽງການບຸກລຸກປ່າຍອດນໍ້າ ແລະ ເຂດອ່າງຮັບນໍ້ານັ້ນຍິ່ງເຮັດປະລິມານການເກັບນໍ້າໃນສາຍຕ່າງໆຫຼຸດລົງຢ່າງໜ້າຕົກໃຈ.
ແນ່ນອນຖ້າຫາກວ່າ ບໍ່ປ່ອຍນໍ້າເຂື່ອນເມື່ອປະລິມານເພີ່ມຂຶ້ນສູງເກີນຂະໜາດບັນຈຸນັ້ນ ກໍມີຄວາມສ່ຽງສູງທີ່ຈະເຮັດໃຫ້ເຂື່ອນແຕກ ເຊິ່ງບໍ່ມີໃຜປາຖະໜາ ເພາະວ່າພວກເຮົາມີບົດຮຽນອັນເຈັບແສບມາແລ້ວ ແຕ່ການປ່ອຍນໍ້າທີ່ອັ່ງຢູ່ໜ້າເຂື່ອນລົງເຂດລຸ່ມເຂື່ອນນັ້ນຄວນມີຄວາມຮັບຜິດຊອບຫຼາຍຂຶ້ນກວ່າເກົ່າ. ນອກຈາກການແຈ້ງເຕືອນທີ່ທັນເວລາ, ຈະແຈ້ງ ແລະ ທົ່ວເຖິງນັ້ນແລ້ວ ກໍຕ້ອງມີການສຳຫຼວດປະເມີນຄືນ ເຖິງຄວາມເສຍຫາຍທີ່ອາດເຕະຕ້ອງເຖິງຜົນປະໂຫຍດຂອງປະຊາຊົນ ແລະ ມີການທົດແທນຕາມຄວາມເໝາະສົມ ແລະ ທັນເວລາ.
ໃນໄລຍະຜ່ານມາເຫັນໄດ້ວ່າການປະຕິບັດຂອດນີ້ຍັງບໍ່ແທດເໝາະ ແລະ ເຮັດບໍ່ໄດ້ດີເທົ່າທີ່ຄວນ ພາກສ່ວນກ່ຽວຂ່້ອງຄວນມີມາດຕະການທີ່ເໝາະສົມກວ່າ ບໍ່ວ່າຈະເປັນກທາງການແຈ້ງການເຕືອນ, ການປະຕິບັດໄລຍະເວລາການປ່ອຍນໍ້າ ແລະ ການຊົດເຊີຍຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບ. ເຊິ່ງຄວາມຈິງແລ້ວ ບໍ່ວ່າການດຳເນີນທຸລະກິດຂະແໜງການໃດ ຕ້ອງເອົາຄວາມຮັບຜິດຊອບຕໍ່ສັງຄົມ-ສິ່ງແວດລ້ອມເປັນບູລິມະສິດ. ອັນນີ້ບໍ່ແມ່ນອຸປະສັກໃນການດຳເນີນທຸລະກິດ ຫຼື ບໍ່ແມ່ນອຸປະສັກດ້ານການດຳເນີນການໂຄງການພັດທະນາ ແຕ່ຫາກແມ່ນການພັດທະນາເພື່ອຄວາມຍືນຍົງ, ມີຄວາມປອດໄພດຕ່າງຝ່າຍ ຕ່າງໄດ້ຮັບປະໂຫຍດໄປຄຽງຄູ່ກັນ.