ອຸດົມໄຊເລັ່ງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

- 14255 - ອຸດົມໄຊເລັ່ງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ
- kitchen vibe - ອຸດົມໄຊເລັ່ງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

ແຫລ່ງຂ່າວທ້ອງຖິ່ນໃຫ້ຮູ້ ວ່າ: ພາຍຫລັງຄະນະປ້ອງກັນ ແລະ ຄວບຄຸມໄພພິບັດແຂວງ ອຸດົມໄຊ ໄດ້ລົງເກັບກຳຂໍ້ມູນຜົນ ເສຍຫາຍທີ່ເກີດຈາກສະພາບນ້ຳ ຖ້ວມເທສະບານເມືອງໄຊ ເມື່ອ ຕົ້ນເດືອນກໍລະກົດຜ່ານມາອັນໄດ້ ສົ່ງຜົນໃຫ້ປະຊາຊົນຫລາຍກວ່າ 440 ຄົນໃນ 5 ບ້ານໄດ້ຮັບຜົນ ກະທົບ ແລະ ມີເຮືອນຫລາຍກວ່າ 70 ຫລັງຖືກເປ່ເພເສຍຫາຍ ແລະ ຕໍ່ສະພາບ ດັ່ງກ່າວອຳນາດການ ປົກຄອງແຂວງຈິ່ງໄດ້ຮີບຮ້ອນ ນຳເອົາສັງກະສີ, ຕະປູ, ເຄື່ອງນຸ່ງ ຫົ່ມ, ເຄື່ອງໃຊ້ຄົວເຮືອນ ແລະ ເຂົ້າ ສານອາຫານແຫ້ງ, ນ້ຳດື່ມ ແລະ ເງິນຈຳນວນໜຶ່ງໄປຊ່ວຍ ເຫລືອ ບັນເທົາທຸກເບື້ອງຕົ້ນແລ້ວ ແລະ ທ້າຍອາທິດຜ່ານມານີ້, ອົງການ ກາແດງແຂວງອຸດົມໄຊ ກໍໄດ້ສືບ ຕໍ່ນຳເອົາເຄື່ອງຊ່ວຍເຫລືອຈຳ ນວນໜຶ່ງລວມມີມູນຄ່າຫລາຍ ກວ່າ 16 ລ້ານກີບໄປມອບ ໃຫ້ປະຊາຊົນຜູ້ໄດ້ຮັບຜົນກະ ທົບຢູ່ບ້ານຫ້ວຍຂຸມ ແລະ ບ້ານ ກອນແກ່ນ.

 

- Visit Laos Visit SALANA BOUTIQUE HOTEL - ອຸດົມໄຊເລັ່ງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

 

+ ປະທານສູນກາງແນວລາວສ້າງຊາດມອບເຄື່ອງຊ່ວຍເຫລືອ ຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ເມືອງຈຳພອນ ແລະ ຊົນນະບູລີ

+ ກາແດງລາວຍົກລະດັບວຽກງານ ຄວາມປອດໄພໃຫ້ອາສາສະໝັກ

+ 30ບ້ານຢູ່ເມືອງວາປີໄດ້ຮັບຜົນກະທົບຈາກນ້ຳຖ້ວມ

 

 

ນອກນີ້, ຍັງມີທິມງານຄາ ລາວານປັນນ້ຳໃຈຊ່ວຍເຫລືອຜູ້ ປະສົບໄພຈາກນະຄອນຫລວງ ວຽງຈັນ ກໍໄດ້ນຳເອົາເຄື່ອງຊ່ວຍ ເຫລືອປະເພດເຂົ້າສານ, ອາ ຫານແຫ້ງ, ເຄື່ອງນຸ່ງຫົ່ມລວມ ມີມູນ ຄ່າຫລາຍກວ່າ 50 ລ້ານ ກີບໄປມອບໃຫ້ອຳນາດການ ປົກຄອງ ເມືອງໄຊ ເພື່ອນຳ ໄປແຈກຢາຍໃຫ້ປະຊາຊົນຜູ້ທີ່ ໄດ້ຮັບຜົນກະທົບຈາກໄພ ທຳມະ ຊາດດັ່ງກ່າວ.

ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງອຸ ດົມໄຊ ໃຫ້ຮູ້ວ່າ: ໄພທຳມະຊາດ ຄັ້ງນີ້ໄດ້ສົ່ງຜົນກະທົບໃຫ້ແກ່ ຊັບສິນຂອງປະຊາຊົນເສຍຫາຍ ຫລາຍກວ່າ 4 ຕື້ກີບ, ເຊິ່ງປັດຈຸ ບັນທາງການແຂວງພວມເລັ່ງ ຟື້ນຟູໂຄງລ່າງພື້ນຖານ ແລະ ລະດົມທຶນຮອນຈາກສັງຄົມເພື່ອ ນຳໄປຊ່ວຍເຫລືອຜູ້ປະສົບໄພໃຫ້ ເງື່ອນໄຂຟື້ນຟູຊີວິດການເປັນຢູ່ ກັບສູ່ສະພາບປົກ ກະຕິໂດຍໄວ.

- 3 - ອຸດົມໄຊເລັ່ງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!