ຕາລີບັນລົງນາມຂໍ້ຕົກລົງຊື້ເຊື້ອໄຟ ແລະ ເຂົ້າສາລີ ໃນລາຄາ “ຫລຸດພິເສດ” ຈາກຣັດເຊຍ


ລັດຖະບານຕາລີບັນຂອງອັບການິດສະຖານລົງນາມໃນຂໍ້ຕົກລົງກັບຣັດເຊຍ ເພື່ອນຳເຂົ້າເຊື້ອໄຟ ແລະ ເຂົ້າສາລີໃນລາຄາຫລຸດພິເສດ ຫລັງອັບການິດສະຖານປະສົບບັນຫາໃນການເບິ່ງແຍງປາກທ້ອງຂອງປະຊາຊົນ ແລະ ພະຍາມສົ່ງເສີມການຄ້າພາຍໃນພາກພື້ນ.
ທ່ານ ອັບດຸນ ຊາລາມ ຈາວາດ ອັກຄຸນຊາດາ ໂຄສົກກະຊວງການຄ້າ ແລະ ອຸດສາຫະກຳຂອງອັບການິດສະຖານ ໃຫ້ສຳພາດທາງໂທລະສັບຕໍ່ສຳນັກຂ່າວບລູມເບິກຈາກນະຄອນຫລວງກາບູນໃນວັນທີ 28 ກັນຍາວ່າ: ອັບການິດສະຖານກຽມຊື້ສິນຄ້າຕ່າງໆເຊັ່ນ: ນ້ຳມັນແອັດຊັງ, ກາຊວນ, ແກັສ ແລະ ເຂົ້າສາລີໃນລາຄາ “ຫລຸດພິເສດ” ຈາກຣັດເຊຍດ້ວຍສະກຸນເງິນຣູເບິລ ແລະ ກຳລັງກຽມການນຳເຂົ້າສິນຄ້າໃນມໍ່ໆນີ້.
ການເຄື່ອນໄຫວດັ່ງກ່າວຖືເປັນການເຮັດຂໍ້ຕົກລົງທາງເສດຖະກິດລະຫວ່າງປະເທດຄັ້ງໃຫຍ່ຄັ້ງທຳອິດນັບແຕ່ກຸ່ມຕາລີບັນຫວນຄືນສູ່ອຳນາດໄດ້ປະມານໜຶ່ງປີກວ່າ ເຊິ່ງຈະສາມາດຊ່ວຍບັນເທົາບັນຫາໃນປະເທດທີ່ຕັດຂາດຈາກລະບົບທະນາຄານທົ່ວໂລກໄດ້.
ທັງນີ້, ບໍ່ມີປະເທດໃດທີ່ໃຫ້ການຮັບຮອງກຸ່ມຕາລີບັນຢ່າງເປັນທາງການ ເຊິ່ງໄດ້ກັບຄືນສູ່ອຳນາດຫລັງສ້າງຄວາມບໍ່ສະຫງົບມາຕະຫລອດ 20 ປີ ໂດຍຕໍ່ສູ້ກັບທະຫານຕາເວັນຕົກ ແລະ ກອງກຳລັງອັບການິດສະຖານທີ່ເປັນພັນທະມິດກັບຕາເວັນຕົກ ກ່ອນຕາລີບັນຈະບຸກຢຶດນະຄອນຫລວງກາບູນໄດ້ໃນທີ່ສຸດ. ຂະນະທີ່ກອງທະຫານອາເມລິກາຖອນກຳລັງອອກໄປ.