ຣຽວ ມາດຣິດ ຫວັງຄວ້າ ຈູດ ເບລລິງແຮມ ລະດູການໜ້າ




ສະໂມສອນ ຣຽວ ມາດຣິດ ທີມໃນລີກ ລາ ລີກາ ສະເປນ ສະແດງທ່າທີພ້ອມເດີນໜ້າເຕັມຕົວໃນຄວາມພະຍາຍາມຄວ້າ ຈູດ ເບລລິງແຮມ ດາວເຕະໄວໜຸ່ມຈາກ ໂບຣຸສເຊຍ ດອດມຸນ ຮ່ວມທີມໃນຕະຫລາດຊື້ຂາຍນັກເຕະ ລະດູການໜ້າຈາກ 90min ປະເທດອັງກິດ.
ກ່ອນໜ້ານີ້ ເບລລິງແຮມ ຕົກເປັນຂ່າວວ່າຍັງບໍ່ໄດ້ຕັດສິນໃຈໃນອະນາຄົດກ່ອນການແຂ່ງຂັນບານໂລກ ກາຕາ 2022 ທີ່ຈະແຂ່ງໃນໄລຍະທ້າຍປີນີ້ແຕ່ຢ່າງໃດ ໂດຍທີມ ຣຽວ ມາດຣິດ ເຂົ້າໃຈດີເຖິງທ່າທີດັ່ງກ່າວຂອງນັກເຕະອາຍຸ 19 ປີ ແຕ່ຍັງພ້ອມທີ່ຈະຍື່ນຂໍ້ສະເໜີເພື່ອໃຫ້ລາວພິຈາລະນາ.
ຣຽວ ມາດຣິດ ຫາກໍຄວ້າກອງກາງດາວຮຸ່ງຄື ເອດູດາໂດ ຄາມາວິນກາ ຈາກ ແຣນ ເມື່ອລະດູການ 2021 ຕາມມາດ້ວຍການຊື້ ອໍເຣລີຢົງ ຊູອາເມນີ ຈາກ ໂມນາໂກ ໃນລະດູການຜ່ານມາ ແຕ່ພວກເຂົາຍັງຄົງຕ້ອງການກອງກາງອາຍຸໜ້ອຍເສີມທີມເມື່ອສັນຍາສະບັບປັດຈຸບັນຂອງນັກເຕະຫລັກຢ່າງ ໂທນີ ໂຄຣສ ແລະ ລູກາ ໂມດຣິດ ພວມຈະສິ້ນສຸດລົງໃນລະດູການນີ້.
ຣຽວ ມາດຣິດ ເດີນໜ້າເຕັມຕົວໃນການຊື້ຂາຍດັ່ງກ່າວເມື່ອສົ່ງນັກສືບຕິດຕາມພັດທະນາການຂອງ ເບລລິງແຮມ ມາຕະຫລອດໄລຍະ 12 ເດືອນທີ່ຜ່ານມາ ພວກເຂົາຍັງເຄີຍສົນໃຈທີ່ຈະຄວ້ານັກລາຍນີ້ມາຮ່ວມທີມຕັ້ງແຕ່ລາວຫລິ້ນຢູ່ກັບ ເບີມິງແຮມ ຊິຕີ ນຳອີກ.
ຣຽວ ມາດຣິດ ເປັນຫນຶ່ງໃນທີມໃຫຍ່ທີ່ສະແດງຄວາມສົນໃຈໃນຕົວເດັກມະຫັດສະຈັນຂອງ ດອດມຸນ ຮ່ວມທີມ ລີເວີພູລ, ແມນເຊສເຕີ ຢູໄນເຕັດ, ແມນເຊສເຕີ ຊິຕີ ແລະ ເຊລຊີ ໄປຈົນເຖິງ ປາຣີ ແຊັງ ແຊັກແມັງ ລວມທັງ ຢູເວນຕຸສນຳອີກ.