ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ສ. ສິງກະໂປ ຢ່າງເປັນທາງການ

- 309758395 3176567799320426 918445878447771041 n - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ສ. ສິງກະໂປ ຢ່າງເປັນທາງການ
- kitchen vibe - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ສ. ສິງກະໂປ ຢ່າງເປັນທາງການ
ໃນຕອນແລງຂອງວັນທີ 27 ກັນຍາ 2022 ຜ່ານມາ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ສາທາລະນະລັດ ສິງກະໂປ ເພື່ອດໍາເນີນການຢ້ຽມຢາມ ສ. ສິງກະໂປ ຢ່າງເປັນທາງການ ໃນວັນທີ 27-28 ກັນຍາ 2022 ເພື່ອຕອບສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີ ແຫ່ງ ສ. ສິງກະໂປ.
อาจเป็นรูปภาพของ 6 คน, ผู้คนกำลังยืน และ ดอกไม้  - 309588871 3176567709320435 118987313791182644 n - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ສ. ສິງກະໂປ ຢ່າງເປັນທາງການ
ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ແມ່ນເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ລາວ-ສິງກະໂປ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ. ໃນໄລຍະການຢ້ຽມຢາມ, ທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ຈະພົບປະສອງຝ່າຍກັບ ທ່ານ ນາຍົກລັດ ຖະມົນຕີ ລີ ຊຽນ ລຸງ ເພື່ອທົບທວນຄືນ ກ່ຽວກັບ ການພົວພັນຮ່ວມມືຂອງສອງປະເທດ ໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບ ທິດທາງແຜນການຮ່ວມມືໃນຕໍ່ໜ້າ. ພ້ອມດຽວກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງຈະເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ຮາລິມາ ຢາຄອບ, ປະທາ ນາທິບໍດີ ແຫ່ງ ສ. ສິງກະໂປ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ທາມັນ ຊັນມູກາຣັດນັນ, ລັດຖະມົນຕີ ອາວຸໂສ ທັງເປັນລັດຖະມົນຕີປະສານງານດ້ານນະໂຍບາຍສັງຄົມ ແຫ່ງ ສ. ສິງກະໂປ; ເຂົ້າຮ່ວມກອງປະຊຸມພົບປະພາກທຸລະກິດ ລາວ-ສິງກະໂປ ແລະ ຢ້ຽມຢາມໂຮງຮຽນວິຊາຊີບນັນຢາງໂພລີເທັກນິກ ຕື່ມອີກ.
- 3 - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ສ. ສິງກະໂປ ຢ່າງເປັນທາງການ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!