ເມສຊີ່ ພ້ອມປະຕິເສດສັນຍາໃຫມ່ກັບ ປາຣີສ ເພື່ອເປັນນັກເຕະບໍ່ມີຕົວແທນ ລະດູການໜ້າ ອາດຍ້າຍກັບ ບາຊ່າ ແບບບໍ່ມີຄ່າຕົວ


ຍອດນັກເຕະຂອງທີມຊາດອາເຈນຕິນາ ຍ້າຍຈາກ ບາຊ່າ ເຂົ້າຮ່ວມ ປາຣີສ ພ້ອມກັບເຊັນສັນຍາ 2 ປີ ໃນຊ່ວງປີ 2021 ສ້າງຜົນງານໄດ້ຢ່າງໂດດເດັ່ນຊ່ວຍໃຫ້ສະໂມສອນຄວ້າແຊ້ມລີກ 1 ຝຣັ່ງໃນລະດູການທໍາອິດຂອງທີ່ເຂົ້າຮ່ວມທີມ.
ຢ່າງໃດກໍຕາມ, ສື່ໃນ ຄາຕາລັນ ລະບູວ່າຕອນນີ້ ເມສຊີ່ ວາງແຜນທີ່ຈະປະຕິເສດຂໍ້ສະເໜີສັນຍາສະບັບໃໝ່ກັບ ປາຣີສ ແຊັງ-ແຊກແມ໊ງ ເຊິ່ງນີ້ຫມາຍຄວາມວ່າເຂົາຈະກາຍເປັນນັກເຕະທີ່ບໍ່ມີຕົວແທນທັນທີເມື່ອຈົບລະດູການນີ້.
ສໍາລັບລະດູການທໍາອິດຂອງດາວຍິງອາຍຸ 35 ປີກັບ “ປາຣີສ” ຍິງໄປ 6 ປະຕູໃນລີກ, ເຊິ່ງຖືວ່າເປັນຈໍານວນຫນ້ອຍຫລາຍໃນອາຊີບ, ຖ້າຫາກນັບຕັ້ງແຕ່ຕອນທີ່ເຂົາໄດ້ກ້າວຂຶ້ນເປັນຕົວຫລັກຂອງ “ເຈົ້າບຸນຖິ້ມ” ໃນລະດູການ 2005/2006.
ແຕ່ໃນລະດູການ 2022/2023, ກອງຫນ້າເຈົ້າຂອງ Ballon d’Or 7 ສະໄໝຍັງໂດດເດັ່ນ, ຍິງໄດ້ 4 ປະຕູຈາກ 8 ເກມໃນລີກຝຣັ່ງ. ພ້ອມນຳພາຕົ້ນສັງກັດຕົນເອງຍຶດຕຳແໜ່ງຈ່າຝູງຢ່າງໜຽວແໜ້ນ.
ກ່ອນໜ້ານີ້ ເມສຊີ່ ເຄີຍຕົກເປັນຂ່າວວ່າຈະຫວນກັບໄປຫລິ້ນໃຫ້ກັບ ບາເຊໂລນາ ເມື່ອລະດູການທີ່ຜ່ານມາ. ແຕ່ນັກເຕະຕ້ອງການຮັກສາສັນຍາສອງປີທີ່ເຊັນກັບ ປາຣີສ ແຊັງ-ແຊກແມ໊ງ ແລະ ຈະຢູ່ກັບທີມໄປຢ່າງໜ້ອຍຈົນເຖິງປີ 2023, ແນວໃດກໍ່ຕາມເຊື່ອໝັ້ນວ່າທັບ “ເຈົ້າບຸນທຸ້ມ” ຄົງຈະພະຍາຍາມດຶງຕົວຮີໂລ່ຂອງພວກເຂົາກັບຄືນຮ່ວມທີມແບບບໍ່ເສຍຄ່າຕົວແນ່ນອນ.