ທະນາຄານໂລກຫລຸດຄາດຄະເນ GDP ອາຊີຕາເວັນອອກ ເຫລືອ 3,2%


ທະນາຄານໂລກ ລະບຸ ເສດຖະກິດອາຊີຕາເວັນອອກ ແລະ ປາຊີຟິກ ຈະອ່ອນຕົວລົງຢ່າງວ່ອງໄວໃນປີນີ້ ເນື່ອງຈາກເສດຖະກິດຈີນຂະຫຍາຍຕົວຊ້າ ແຕ່ຈັງຫວະການຂະຫຍາຍຕົວຈະເລັ່ງຂຶ້ນໃນປີໜ້າ.
ລາຍງານທະນາຄານໂລກຫລຸດຄາດຄະເນການເຕີບໃຫຍ່ປະຈຳປີ 2022 ຂອງພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ເຊິ່ງລວມທັງຈີນເຫລືອ 3,2% ຈາກ 5,0% ທີ່ເຄີຍຄາດຄະເນໄວ້ໃນເດືອນເມສາ ຫລັງປີ 2021 ຂະຫຍາຍຕົວ 7,2% ຕົວເລກທີ່ຫລຸດລົງສາເຫດຫລັກມາຈາກເສດຖະກິດຈີນຂະຫຍາຍຕົວຊ້າ ເນື່ອງຈາກນະໂຍບາຍໂຄວິດເປັນສູນອັນເຂັ້ມງວດສ້າງຄວາມປັ່ນປ່ວນໃຫ້ການຜະລິດຂະແໜງອຸດສາຫະກຳຍອດຂາຍສິນຄ້າພາຍໃນປະເທດ ແລະ ການສົ່ງອອກ.
ທະນາຄານໂລກຄາດວ່າ: ປີນີ້ຈີນຄິດເປັນ 86% ຂອງ GDP ໃນພາກພື້ນນີ້ 23 ປະເທດຈະເຕີບໃຫຍ່ 2,8% ຫລຸດລົງຫລາຍຈາກ 5,0% ໃນການຄາດຄະເນຄັ້ງກ່ອນ ເຊິ່ງໃນປີ 2021 ເສດຖະກິດຈີນຂະຫຍາຍຕົວ 8,1% ດີທີ່ສຸດໃນຮອບສິບປີ. ສ່ວນໃນປີໜ້າຄາດວ່າຈີນທີ່ເສດຖະກິດໃຫຍ່ເປັນອັນດັບສອງຂອງໂລກຈະຂະຫຍາຍຕົວ 4,5%.
ຂະນະທີ່ພວກເຂົາກຽມຕົວຮັບເສດຖະກິດໂລກຂະຫຍາຍຕົວຊ້າ ປະເທດຕ່າງໆຄວນແກ້ໄຂບັນຫານະໂຍບາຍພາຍໃນບິດເບືອນທີ່ທຳລາຍການພັດທະນາໃນໄລຍະຍາວ” ທ່ານ ນາງ ມານູເອລາ ເຟີໂຣ ຮອງປະທານທະນາຄານໂລກພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ລະບຸໃນຖະແຫລງການ.
ອີກຄວາມສ່ຽງໜຶ່ງຕໍ່ອະນາຄົດຂອງພາກພື້ນນີ້ຄື ການຂຶ້ນດອກເບ້ຍທາງບຸກທີ່ທະນາຄານກາງທົ່ວໂລກກຳລັງເຮັດຢູ່ເພື່ອຕໍ່ສູ້ເງິນເຟີ້ເພີ່ມສູງ ເປັນເຫດໃຫ້ເງິນທຶນໄຫລອອກ ແລະ ເງິນອ່ອນຄ່າ.
ທະນາຄານໂລກເຕືອນໃຫ້ຜູ້ກຳນົດນະໂຍບາຍລະວັງການຄວບຄຸມລາຄາດ້ວຍວິທີການອຸດໜູນ ໂດຍຊີ້ວ່າ: ມາດຕະການເຫລົ່ານີ້ມີປະໂຫຍດສະເພາະຄົນລວນເທົ່ານັ້ນ ແຕ່ດຶງການໃຊ້ຈ່າຍຂອງລັດອອກຈາກໂຄງການໂຄງລ່າງພື້ນຖານ, ສຸຂະພາບ ແລະ ການສຶກສາ.