ແຂວງຜົ້ງສາລີ ມີ 4 ເຂື່ອນ ມີກໍາລັງຕິດຕັ້ງທັງໝົດ 762 ເມກາວັດ
September 27, 2022 - 5:37 PM


ວັນທີ 26 ກັນຍາ 2022 ຜ່ານມາ, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ໃຫ້ຮູ້ວ່າ: ຢູ່ແຂວງຜົ້ງສາລີ ມີເຂື່ອນໄຟຟ້າ 4 ເຂື່ອນ ຄື: ເຂື່ອນໄຟຟ້ານໍ້າອູ 4, 5, 6 ແລະ 7 ທີ່ມີກໍາລັງຕິດຕັ້ງທັງໝົດ 762 ເມກາວັດ ຊຶ່ງການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແມ່ນປະກອນສ່ວນເຂົ້າໃນການເສີມຂະຫຍາຍມູນເຊື້ອການຮ່ວມມື ຂອງສອງປະເທດລາວ-ຈີນ ທີ່ມີມາແຕ່ດົນນານ, ເສີມຂະຍາຍຄູ່ຮ່ວມຍຸດທະສາດຮອບດ້ານ, ຄູ່ຮ່ວມຊາຕາກຳ ແລະ ແມ່ນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ໜຶ່ງແລວໜຶ່ງເສັ້ນທາງ ຂອງ ສປ ຈີນ.
ສະເພາະແຂວງຜົ້ງສາລີ, ໃນດ້ານຜົນປະໂຫຍດທີ່ໄດ້ຮັບຈາກເຂື່ອນໄຟຟ້າດັ່ງກ່າວ ແມ່ນໄດ້ຮັບຜົນປະໂຫຍດດ້ານໂຄງລ່າງພື້ນຖານ, ດ້ານພະລັງງານ, ດ້ານແສງສະຫວ່າງ, ການຈັດສັນບ້ານ, ຕັ້ງເຮືອນໃໝ່ໃຫ້ປະຊາຊົນທີ່ຖືກໂຄງການ ແລະ ການຈັດສັນ, ຟື້ນຟູອາຊີບໃຫ້ປະຊາຊົນ ເປັນຕົ້ນ ດ້ານພື້ນຖານໂຄງລ່າງລວມມີ: ເສັ້ນທາງ, ຂົວເຂົ້າຫາບ້ານ, ເຂົ້າຫາເຂດຜະລິດ, ລະບົບຕາຄ່າຍໄຟຟ້າ ແລະ ສະຖານີ ໂດຍມີລະບົບຕາຄ່າຍ 230 ກິໂລໂວນ, ຕາຄ່າຍ 115 ກິໂລໂວນ, 22 ກິໂລໂວນ ແລະ 0.4 ກິໂລໂວນ. ນອກນີ້ ຍັງສະຖານີ 230 ກິໂລໂວນ ແລະ ສະຖານີ 115 ກິໂລໂວນ ຊຶ່ງສາມາດສະໜອງພະລັງ ງານ ເຂົ້າໃສ່ການພັດທະນາດ້ານອຸດສາຫະກຳບໍ່ແຮ່, ໂຮງງານຕ່າງໆ ແລະ ຢຸດການນຳເຂົ້າພະລັງງານຈາກ ສປ ຈີນ ແລະ ສສ ຫວຽດນາມ.
ພ້ອມນີ້, ໂຄງການ ຍັງໄດ້ຈັດສັນທີ່ດິນ ແລະ ປຸກສ້າງເຮືອນຢູ່ຖາວອນ ໃຫ້ປະຊາ ຊົນ ພາຍໃນບ້ານທີ່ໄດ້ຮັບຜົນກະທົບ 44 ບ້ານ, 2.241 ຄອບຄົວ ກວມເອົາ 5 ເມືອງໃນທົ່ວແຂວງ. ໃນນີ້, ມີຜົນກະທົບໂຄງການເຂື່ອນນໍ້າອູ ໄລຍະທີ 1 (ເຂື່ອນນ້ຳອູ 5 ແລະ 6) ມີ 17 ບ້ານ 1.265 ຄອບຄົວ, ໂຄງການເຂື່ອນນໍ້າອູ ໄລຍະທີ 2 (ເຂື່ອນນໍ້າອູ 4 ແລະ 7) ມີ 27 ບ້ານ 976 ຄອບຄົວ ຊຶ່ງບໍລິສັດ ໄດ້ປະຕິບັດຕາມສັນຍາ ແລະ ໄດ້ປະ ກອບສ່ວນທຶນມະຫາສານ ໃນການຈັດສັນທີ່ຕັ້ງບ້ານໄປຢູ່ບ່ອນໃໝ່ ທີ່ມີຜັງບ້ານທີ່ສະດວກ ແລະ ສວຍງາມກວ່າຢູ່ບ່ອນເກົ່າ ແລະ ປຸກເຮືອນໃຫ້ແຕ່ລະຄອບຄົວ ຕາມແຕ່ລະລະດັບ ທີ່ມີຄວາມສະດວກ, ໄດ້ຊົດເຊີຍ, ເວນຄືນ ເຄື່ອງປູກຂອງຝັງ ແລະ ສິ່ງປຸກສ້າງ ໃຫ້ແກ່ປະຊາຊົນ, ພົນລະເມືອງ ຕາມນະໂຍບາຍຂອງພັກ-ລັດ ກໍຄື ຂອງແຂວງວາງອອກ.
