ມຊ ແຈ້ງໂຈະລົງທະບຽນຊົ່ວຄາວ ວັນທີ 27-30 ກັນຍາ 2022 ໃນການຮັບນັກສຶກສາເຂົ້າໃໝ່ ສົກຮຽນ 2022-2023 ແລະ ຈະເປີດຮັບປົກກະຕິ ວັນທີ 3 ຕຸລາ 2022 ເປັນຕົ້ນໄປ

-        - ມຊ ແຈ້ງໂຈະລົງທະບຽນຊົ່ວຄາວ ວັນທີ 27-30 ກັນຍາ 2022 ໃນການຮັບນັກສຶກສາເຂົ້າໃໝ່ ສົກຮຽນ 2022-2023 ແລະ ຈະເປີດຮັບປົກກະຕິ ວັນທີ 3 ຕຸລາ 2022 ເປັນຕົ້ນໄປ
- kitchen vibe - ມຊ ແຈ້ງໂຈະລົງທະບຽນຊົ່ວຄາວ ວັນທີ 27-30 ກັນຍາ 2022 ໃນການຮັບນັກສຶກສາເຂົ້າໃໝ່ ສົກຮຽນ 2022-2023 ແລະ ຈະເປີດຮັບປົກກະຕິ ວັນທີ 3 ຕຸລາ 2022 ເປັນຕົ້ນໄປ

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ອອກແຈ້ງການໃນວັນທີ 26 ກັນຍາ 2022 ນີ້ ກ່ຽວກັບການໂຈະລົງທະບຽນຊົ່ວຄາວ ໃນການຮັບນັກສຶກສາເຂົ້າໃໝ່ ສົກຮຽນ 2022-2023, ເນື່ອງໃນໂອກາດ ການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສັນຍາຮ່ວມມືຮອບດ້ານລາວ-ຫວຽດນາມ ຄົບຮອບ 45 ປີ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮວ່ມມືກັບ ກະຊວງສຶກສາ ແລະ ກໍ່ສ້າງ ສສ ຫວຽດນາມ ຈະຈັດຕັ້ງກອງປະຊຸມສໍາມະນາຍົກສູງຄຸນນະພາບການກໍ່ສ້າງຊັບພະຍາກອນມະນຸດ ລະຫວ່າງ ລາວ-ຫວຽດນາມ ແລະ ງານວາງສະແດງການສຶກສາຊັ້ນສູງ ຂອງ 30 ມະຫາວະທະຍາໄລ ຈາກ ສສ ຫວຽດນາມ ຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ.

- 308559 677x1024 - ມຊ ແຈ້ງໂຈະລົງທະບຽນຊົ່ວຄາວ ວັນທີ 27-30 ກັນຍາ 2022 ໃນການຮັບນັກສຶກສາເຂົ້າໃໝ່ ສົກຮຽນ 2022-2023 ແລະ ຈະເປີດຮັບປົກກະຕິ ວັນທີ 3 ຕຸລາ 2022 ເປັນຕົ້ນໄປ

- Visit Laos Visit SALANA BOUTIQUE HOTEL - ມຊ ແຈ້ງໂຈະລົງທະບຽນຊົ່ວຄາວ ວັນທີ 27-30 ກັນຍາ 2022 ໃນການຮັບນັກສຶກສາເຂົ້າໃໝ່ ສົກຮຽນ 2022-2023 ແລະ ຈະເປີດຮັບປົກກະຕິ ວັນທີ 3 ຕຸລາ 2022 ເປັນຕົ້ນໄປ

ສະນັ້ນ, ຈຶ່ງມີຄວາມຈໍາເປັນໃນການໂຈະການລົງທະບຽນຮັບນັກສຶກສາ ໃໝ່ເຂົ້າຮຽນ ຢູ່ມະຫາວິທະຍາໄລແຫ່ງຊາດ ຊົ່ວຄາວ ນັບແຕ່ວັນທີ 27-30 ກັນຍາ 2022 ແລະ ສືບຕໍ່ເປີດ ລົງທະບຽນຮັບນັກສຶກສາໃໝ່ອີກຄັ້ງ ໃນວັນທີ 3 ຕຸລາ 2022, ດັ່ງມີລາຍລະອຽດລຸ່ມນີ້:

  • ວັນທີ 27-28 ກັນຍາ 2022 ກະກຽມສະຖານທີ່ (ຫ້ອງປະຊຸມສະໂມສອນ ມຊ ຊັ້ນ 1 ແລະ ຫ້ອງປະຊຸມສະໂມສອນ ມຊ ຊັ້ນ 2;
  • ວັນທີ 29 ກັນຍາ 2022 ງານພິທີວາສະແດງການສຶກສາຊັ້ນສູງ ຂອງ 30 ມະຫາວິທະຍາໄລ ຈາກ ສສ.ຫວຽດນາມ ແລະ ພິທີເຊັນສັນຍາການຮ່ວມມືລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ບັນດາມະຫາວິທະຍາໄລ ຈາກ ສສ ຫວຽດນາມ;
  • ວັນທີ 30 ກັນຍາ 2022 ເກັບມ້ຽນອຸປະກອນຕ່າງໆ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ດໍາເນີນການຕາມທາງຄວນດວ້ຍ.

 

- 3 - ມຊ ແຈ້ງໂຈະລົງທະບຽນຊົ່ວຄາວ ວັນທີ 27-30 ກັນຍາ 2022 ໃນການຮັບນັກສຶກສາເຂົ້າໃໝ່ ສົກຮຽນ 2022-2023 ແລະ ຈະເປີດຮັບປົກກະຕິ ວັນທີ 3 ຕຸລາ 2022 ເປັນຕົ້ນໄປ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!