ຈີນລົງໂທດຫົວໜ້າແກ້ງອັນຕະພານຕີຜູ້ຍິງ ຢູ່ຮ້ານອາຫານ ຕິດຄຸກ 24 ປີ

-           6 - ຈີນລົງໂທດຫົວໜ້າແກ້ງອັນຕະພານຕີຜູ້ຍິງ ຢູ່ຮ້ານອາຫານ ຕິດຄຸກ 24 ປີ
- kitchen vibe - ຈີນລົງໂທດຫົວໜ້າແກ້ງອັນຕະພານຕີຜູ້ຍິງ ຢູ່ຮ້ານອາຫານ ຕິດຄຸກ 24 ປີ

ທາງການຈີນ ຕັດສິນລົງໂທດຫົວໜ້າແກ້ງທີ່ກໍ່ອາລະວາດຕີລູກຄ້າຜູ້ຍິງຂອງຮ້ານອາຫານແຫ່ງໜຶ່ງໃນເມືອງຖັງຊານ ເມື່ອຫລາຍເດືອນກ່ອນ ເຊິ່ງສ້າງກະແສຄວາມຄຽດແຄ້ນຕໍ່ຊາວຈີນທົ່ວປະເທດ.

ວັນທີ 23 ກັນຍາ 2022, ສານປະຊາຊົນເຂດກວ່າງຢາງ ມົນທົນເຫີເປຍ ປະເທດຈີນ ໄດ້ຊີ້ຂາດວ່າ: ທ້າວ ເສິນຈື່ຊື່ ອາຍຸ 41 ປີ ເປັນຫົວໜ້າແກ້ງອັນຕະພານທີ່ກໍ່ເຫດອາດຊະຍາກຳຫລາຍຄະດີນັບແຕ່ປີ 2012.

- Visit Laos Visit SALANA BOUTIQUE HOTEL - ຈີນລົງໂທດຫົວໜ້າແກ້ງອັນຕະພານຕີຜູ້ຍິງ ຢູ່ຮ້ານອາຫານ ຕິດຄຸກ 24 ປີ

ທ້າວ ເສິນ ແລະ ລູກນ້ອງອີກ 4 ຄົນ ຄືຜູ້ທີ່ຢູ່ໃນວິດີໂອຈາກກ້ອງວົງຈອນປິດ ເຊິ່ງບັນທຶກເຫດການທີ່ພວກເຂົາລົງມືຕົບຕີ ແລະ ທຳຮ້າຍຮ່າງກາຍລູກຄ້າຜູ້ຍິງ 4 ຄົນ ຂອງຮ້ານອາຫານແຫ່ງໜຶ່ງໃນເມືອງຖັງຊານ ມົນທົນເຫີເປຍ ໃນວັນທີ 10 ມິຖຸນາ 2022 ຫລັງຈາກທີ່ຜູ້ຍິງຄົນໜຶ່ງໃນກຸ່ມຜູ້ເສຍຫາຍບໍ່ຍອມຮັບທີ່ລາວເວົ້າຈາລວນລາມໃສ່.

ທ້າວ ເສິນ ທຳຮ້າຍຮ່າງກາຍກຸ່ມຜູ້ເສຍຫາຍດ້ວຍການດຶງຜົມຝ່າຍຍິງ, ໃຊ້ແກ້ວເຄື່ອງດື່ມຕີຫົວຂອງນາງ. ນອກຈາກນີ້ ລູກນ້ອງຂອງລາວຍັງເຂົ້າມາເຕະຫົວຂອງຜູ້ເສຍຫາຍຊ້ຳອີກ.

ວິດີໂອດັ່ງກ່າວກາຍເປັນກະແສຮ້ອນແຮງໄປທົ່ວໂລກອອນລາຍຂອງຈີນ ແລະ ທົ່ວໂລກ ສ້າງຄວາມຄຽດແຄ້ນຕໍ່ປະຊາຊົນຊາວຈີນຈຳນວນຫລາຍ.

ສານຕັດສິນວ່າ: ທ້າວ ເສິນ ມີຄວາມຜິດແທ້ຕາມຂໍ້ກ່າວຫາກ່ຽວກັບການທຳຮ້າຍຮ່າງກາຍ ແລະ ກະທຳຄວາມຜິດອາຍາອື່ນໆ ເຊິ່ງຕຳຫລວດສືບພົບລະຫວ່າງການສອບສວນເຖິງ 8 ຂໍ້ຫາ ໄດ້ແກ່: ເປັນຜູ້ກໍ່ເຫດວິວາດ, ສ້າງຄວາມເດືອດຮ້ອນລຳຄານ, ເຈດຕະນາທຳຮ້າຍຜູ້ອື່ນ, ປຸ້ນຊັບ ແລະ ລັກລອບຈັດການຫລິ້ນພະນັນຜິດກົດໝາຍ ແລະ ຕັດສິນລົງໂທດຕິດຄຸກລາວເປັນເວລາ 24 ປີ.

ທ້າວ ເສິນ ຍັງຈະຕ້ອງຈ່າຍຄ່າປັບໄໝທັງໝົດ 320.000 ຢວນ. ນອກຈາກນີ້ ລາວ ແລະ ຜູ້ສົມຮູ້ຮ່ວມຄິດອີກ 6 ຄົນ ເຊິ່ງຖືກຈັບກຸມ ຈະຕ້ອງຈ່າຍຄ່າປິ່ນປົວກຸ່ມຜູ້ຍິງທີ່ໄດ້ຮັບບາດເຈັບຈາກເຫດການດັ່ງກ່າວ.

ເຫດການວິວາດ ແລະ ທຳຮ້າຍຮ່າງກາຍຢູ່ເມືອງຖັງຊານ ໄດ້ປຸກກະແສການວິພາກວິຈານ ລວມທັງຄວາມກັງວົນກ່ຽວກັບບັນຫາດ້ານຄວາມປອດໄພຂອງຜູ້ຍິງ ເນື່ອງຈາກການໃຊ້ຄວາມຮຸນແຮງຂອງເພດຊາຍຕໍ່ເພດຍິງໃນປະເທດຈີນ.

- 4 - ຈີນລົງໂທດຫົວໜ້າແກ້ງອັນຕະພານຕີຜູ້ຍິງ ຢູ່ຮ້ານອາຫານ ຕິດຄຸກ 24 ປີ
- 5 - ຈີນລົງໂທດຫົວໜ້າແກ້ງອັນຕະພານຕີຜູ້ຍິງ ຢູ່ຮ້ານອາຫານ ຕິດຄຸກ 24 ປີ
- 3 - ຈີນລົງໂທດຫົວໜ້າແກ້ງອັນຕະພານຕີຜູ້ຍິງ ຢູ່ຮ້ານອາຫານ ຕິດຄຸກ 24 ປີ