ປົ່ນປາທູ ມີໂອເມກ້າ 3 ບໍາລຸງສະໝອງ

- 4482 160715054603 - ປົ່ນປາທູ ມີໂອເມກ້າ 3 ບໍາລຸງສະໝອງ
- kitchen vibe - ປົ່ນປາທູ ມີໂອເມກ້າ 3 ບໍາລຸງສະໝອງ
ໃນປາທູ 100 ກຣາມ ຈະມີໂອເມກ້າ 3 ປະມານ 2 – 3 ກຣາມ ເຊິ່ງເປັນປະລິມານທີ່ພຽງພໍຕໍ່ຮ່າງກາຍທີ່ຈະໄດ້ຮັບໃນແຕ່ລະມື້ ແລະ ຄວາມເຊື່ອທີ່ວ່າເມື່ອກິນປາແລ້ວຈະສະຫຼາດນັ້ນຖືວ່າເປັນເລື່ອງຈິງ ເພາະການກິນປາທີ່ມີໂອເມກ້າ 3 ສຳລັບເດັກແມ່ນຈະຊ່ວຍເສີມສ້າງການຈະເລີນເຕີບໂຕ ແລະ ຊ່ວຍບຳລຸງສະໝອງໃຫ້ແຂງແຮງ. ລວມທັງຜູ້ເຖົ້າທີ່ຮ່າງກາຍເລີ່ມເສື່ອມໄປຕາມການເວລາ ເພາະສາມາດເຂົ້າໄປຊ່ວຍປັບສົມດຸນ ແລະ ເຮັດໃຫ້ຮ່າງກາຍແຂງແຮງນຳ ມື້ນີ້ເຮົາຈະມາເຮັດປົ່ນປາທູກິນກັບຜັກສົດ ແລະ ຜັກລວກ.
ສ່ວນປະສົມ: ປາທູ 4 ໂຕ, ໝາກເຂືອ 4 ໜ່ວຍ, ໝາກເຜັດ 5 ໜ່ວຍ ຫຼື ຕາມໃຈມັກ, ນ້ຳຕານ 1/4 ບ່ວງກາເຟ, ນ້ຳປາແດກດິບ 3 – 5 ບ່ວງແກງ, ເກືອ 1/2 ບ່ວງກາເຟ, ກະທຽມລາວ 3 ຫົວໃຫຍ່, ຫົວຜັກບົ່ວແດງ 3 ຫົວ, ຜັກຫອມປ້ອມ 2 ຕົ້ນ, ຫົວຜັກບົ່ວໃບ 2 ຕົ້ນ, ນ້ຳສະອາດ 1 ຖ້ວຍໃຫຍ່.
ວິທີປຸງແຕ່ງ:
1 ກ່ອນອື່ນແມ່ນປີ້ງປາທູ, ຫົວກະທຽມ, ໝາກເຜັດ ແລະ ຫົວຜັກບົ່ວແດງໃຫ້ສຸກດີ. ຈາກນັ້ນ, ເອົາປາທູມາໄຈ້ກ້າງອອກກຽມໄວ້ ຈຶ່ງເອົານ້ຳໃສ່ໝໍ້ຄ້າງໄຟປານກາງ ເມື່ອນ້ຳຟົດເອົາໝາກເຂືອ, ເກືອ ແລະ ນ້ຳປາແດກລົງຕົ້ມຈົນໝາກເຂືອສຸກ ຈຶ່ງຕັກໝາກເຂືອໃສ່ຖ້ວຍໄວ້.
2 ຫຼັງຈາກນັ້ນ, ເອົາຫົວກະທຽມ, ໝາກເຜັດ, ຫົວຜັກບົ່ວແດງ ແລະ ນ້ຳຕານໃສ່ຄົກຕຳໃຫ້ລະອຽດ ຈຶ່ງໃສ່ໝາກເຂືອ ແລະ ປາທູລົງໄປຕຳ ( ແລ້ວແຕ່ຄົນມັກມຸ່ນ ຫຼື ບໍ່ມຸ່ນ ) ເມື່ອຕຳແລ້ວກໍເອົານ້ຳປາແດກທີ່ຕົ້ມໃສ່ ( ໃສ່ຕາມໃຈ ມັກນ້ຳຫຼາຍ ຫຼື ໜ້ອຍ ) ຄົນໃຫ້ເຂົ້າກັນຊີມລົດຊາດຕາມໃຈມັກ ຕັກໃສ່ຖ້ວຍໂຮຍໜ້າດ້ວຍຫອມບົ່ວໃບ ແລະ ຫອມປ້ອມເສີບພ້ອມກັບຜັກສົດ ຫຼື ຜັກລວກ.
- 4 - ປົ່ນປາທູ ມີໂອເມກ້າ 3 ບໍາລຸງສະໝອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!