ຍີ່ປຸ່ນ ເປີດຮັບນັກທ່ອງທ່ຽວ ຟຣີວີຊ່າ ເລີ່ມ 11 ຕຸລາ 2022 ນີ້
September 23, 2022 - 10:01 AM


ສຳນັກຂ່າວ Workpoint Today ລາຍງານໃຫ້ຮູ້ວ່າ: ໃນວັນທີ 22 ກັນຍາ 2022 ນີ້ ລັດຖະບານຍີ່ປຸ່ນກຽມຟື້ນຟູການທ່ອງທ່ຽວໃຫ້ກັບມາຢ່າງເຕັມຮູບແບບອີກຄັ້ງ ໂດຍ ທ່ານ ຟູມິໂອະ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນ ຢືນຢັນວ່າ ຈະຜ່ອນຜັນມາດຕະການການເດີນທາງເຂົ້າປະເທດໃຫ້ຢູ່ລະດັບດຽວກັນກັບ ສະຫະລັດ ດ້ວຍການເປີດໃຫ້ຄົນຕ່າງປະເທດສາມາດເດີນທາງເຂົ້າມາທ່ອງທ່ຽວໄດ້ ໂດຍໄດ້ຮັບການຍົກເວັ້ນວີຊ່າ ແລະ ການຈອງປີ້ຍົນ ທີ່ພັກ ແລະ ການບໍລິການອື່ນໆ ໂດຍບໍ່ຕ້ອງຜ່ານບໍລິສັດນຳທ່ຽວອີກຕໍ່ໄປ.
ນອກຈາກຈະເປີດຮັບຕ່າງປະເທດແລ້ວ ລັດຖ ະບານຍີ່ປຸ່ນຍັງຈະໃຫ້ສ່ວນຫລຸດສຳຫລັບຄົນຍີ່ປຸ່ນທີ່ທ່ອງທ່ຽວພາຍໃນປະເທດເພື່ອກະຕຸ້ນໃຫ້ທຸລະກິດທ່ອງທ່ຽວທັງສາຍການບິນ, ໂຮງແຮມ ແລະ ຮ້ານຂາຍເຄື່ອງກັບມາຟື້ນຟູອີກຄັ້ງ ພາຍຫລັງຜະເຊີນກັບການລະບາດຂອງພະຍາດໂຄວິດ-19 ໃນໄລຍະທີ່ຜ່ານມາ.