ADB ຮັກສາການຄາດຄະເນ “ເສດຖະກິດກຳປູເຈຍ” ປີ 2022 ເຕີບໃຫຍ່ 5,3%


ວັນທີ 21 ກັນຍາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ທະນາຄານພັດທະນາອາຊີ (ADB) ຄາດຄະເນການເຕີບໃຫຍ່ທາງເສດຖະກິດຂອງກຳປູເຈຍໃນປີ 2022 ຮັກສາໄວ້ໃນລະດັບ 5,3%, ແຕ່ຫລຸດຕົວເລກຄາດຄະເນສຳລັບປີ 2023 ເຫລືອ 6,2% ຈາກ 6,5% ເນື່ອງຈາກການເຕີບໃຫຍ່ຂອງເສດຖະກິດໂລກຊຸດໂຊມ.
ຜົນຜະລິດສິນຄ້າປະເພດເຄື່ອງແຕ່ງກາຍ, ສິນຄ້າເພື່ອການເດີນທາງ ແລະ ເກີບຂອງກຳປູເຈຍຍັງເຕີບໃຫຍ່ຢ່າງແຂງແຮງ ໂດຍເພີ່ມຂຶ້ນ 39,8% ເມື່ອທຽບໃສ່ແຕ່ລະປີ ໃນໄລຍະທຳອິດຂອງປີ 2022 ເຖິງວ່າເສດຖະກິດຂອງອາເມລິກາ ແລະ ເອີຣົບຈະຂະຫຍາຍຕົວຊ້າ.
ຂະແໜງການຜະລິດທີ່ບໍ່ແມ່ນເຄື່ອງແຕ່ງກາຍຍັງມີທ່າອ່ຽງເຕີບໃຫຍ່ຢ່າງຕໍ່ເນື່ອງ, ສ່ວນຂະແໜງການກໍ່ສ້າງຟື້ນຕົວແບບຄ່ອຍເປັນຄ່ອຍໄປ ໂດຍມີມູນຄ່າການນຳເຂົ້າວັດສະດຸການກໍ່ສ້າງເພີ່ມຂຶ້ນ 22,8%, ສ່ວນຜົນຜະລິດອຸດສາຫະກຳຄາດວ່າຈະເພີ່ມຂຶ້ນ 9,1% ໃນປີນີ້ ກ່ອນຈະຫລຸດລົງເຫລືອ 8,6% ໃນປີ 2023 ເນື່ອງຈາກອຸປະສົງພາຍນອກທີ່ອ່ອນແອລົງ.
ທ່ານ ເຈໂຢສນາ ວາຣມາ ຜູ້ອຳນວຍການທະນາຄານພັດທະນາອາຊີປະຈຳກຳປູເຈຍ ລະບຸວ່າ: ການສົ່ງອອກຜະລິດຕະພັນທີ່ຜະລິດໃນກຳປູເຈຍເພີ່ມຂຶ້ນ ແລະ ການຟື້ນຕົວແບບຄ່ອຍເປັນຄ່ອຍໄປຂອງຂະແໜງການກໍ່ສ້າງ ແລະ ບໍລິການ ໄດ້ເກື້ອໜູນການເຕີບໃຫຍ່ທາງເສດຖະກິດຂອງກຳປູເຈຍໃນປີ 2022 ເຖິງວ່າການເຕີບໃຫຍ່ຂອງຂະແໜງກະສິກຳຈະຫລຸດລົງ ເນື່ອງຈາກລາຄາເຊື້ອໄຟ ແລະ ປຸ໋ຍເພີ່ມສູງຂຶ້ນ ລວມທັງຝົນຕົກໜັກ.
ທ່ານ ວາຣມາ ລະບຸວ່າ: ມາດຕະການສະໜັບສະໜູນທາງເສດຖະກິດ ແລະ ສັງຄົມຂອງລັດຖະບານ ຄືໂຄງການຈັດສັນເງິນຊ່ວຍເຫລືອຄອບຄົວທີ່ທຸກຍາກ ແລະ ດ້ອຍໂອກາດ ມີປະສິດທິພາບໃນການບັນເທົາຜົນກະທົບຂອງລາຄາສິນຄ້າໂພກກະພັນທີ່ເພີ່ມສູງຂຶ້ນທົ່ວໂລກຕໍ່ກຸ່ມຄົນທຸກຍາກ.
ຂະນະດຽວກັນ, ທະນາຄານພັດທະນາອາຊີໄດ້ປັບເພີ່ມຕົວເລກຄາດຄະເນອັດຕາເງິນເຟີ້ໃນປີ 2022 ຂອງກຳປູເຈຍ ເປັນ 5% ຈາກເຄີຍຄາດຄະເນໄວ້ໃນເດືອນເມສາ 4,7% ເນື່ອງຈາກຜົນກະທົບອັນຮຸນແຮງຂອງລາຄາເຊື້ອໄຟເພີ່ມສູງຈາກຄວາມຂັດແຍ່ງຣັດເຊຍ-ອູແກຣນ. ຂະນະທີ່ໄດ້ຮັກສາຕົວເລກຄາດຄະເນຂອງປີ 2023 ໄວ້ໃນລະດັບ 2,2%.
ທະນາຄານພັດທະນາອາຊີ ລະບຸເຖິງຄວາມສ່ຽງຕໍ່ທ່າອ່ຽງການເຕີບໃຫຍ່ທາງເສດຖະກິດຂອງກຳປູເຈຍ ໄດ້ແກ່ ການເກີດຂຶ້ນຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຊະນິດກາຍພັນໃໝ່ໆທີ່ອັນຕະລາຍກວ່າເກົ່າ, ການແພ່ລະບາດຂອງພະຍາດໝາກສຸກລີງ, ສິນເຊື່ອທີ່ບໍ່ກໍ່ໃຫ້ເກີດລາຍໄດ້ທີ່ເພີ່ມຂຶ້ນຢ່າງວ່ອງໄວ, ການເຕີບໃຫຍ່ທີ່ອ່ອນແອຂອງຄູ່ຄ້າລາຍໃຫຍ່, ສະພາບຢຸດສະງັກຂອງຕ່ອງໂສ້ອຸປະທານທົ່ວໂລກ ລວມທັງລາຄາພະລັງງານ ແລະ ສິນຄ້າໂພກກະພັນເພີ່ມສູງເກີນຄາດ.