ອັດຕາເງິນເຟີ້ສີລັງກາເດືອນສິງຫາປີນີ້ ເພີ່ມເຖິງລະດັບ 70%

- Inflation in Sri Lanka reached 702 in August Inflation - ອັດຕາເງິນເຟີ້ສີລັງກາເດືອນສິງຫາປີນີ້ ເພີ່ມເຖິງລະດັບ 70%
- kitchen vibe - ອັດຕາເງິນເຟີ້ສີລັງກາເດືອນສິງຫາປີນີ້ ເພີ່ມເຖິງລະດັບ 70%

ອັດຕາເງິນເຟີ້ຂອງສີລັງກາ ປະຈຳເດືອນສິງຫາຜ່ານມາ ເພີ່ມຂຶ້ນຫລາຍກວ່າ 70%.

ວັນທີ 22 ກັນຍາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດຂອງສີລັງກາ ລາຍງານ ດັດຊະນີລາຄາຜູ້ບໍລິໂພກ (NCPI) ເຊິ່ງເປັນຕົວເລກທາງສະຖິຕິຂັ້ນພື້ນຖານ ທີ່ໃຊ້ເພື່ອຄິດໄລ່ອັດຕາເງິນເຟີ້ ວ່າສະຖິຕິປະຈຳເດືອນສິງຫາຜ່ານມາຢູ່ລະດັບ 70,2% ເມື່ອທຽບໃສ່ໄລຍະເວລາດຽວກັນຂອງປີຜ່ານມາ ແລະ ເພີ່ມຂຶ້ນຈາກສະຖິຕິຂອງເດືອນກໍລະກົດ ເຊິ່ງຢູ່ລະດັບ 66,7%.

- Visit Laos Visit SALANA BOUTIQUE HOTEL - ອັດຕາເງິນເຟີ້ສີລັງກາເດືອນສິງຫາປີນີ້ ເພີ່ມເຖິງລະດັບ 70%

ທັງນີ້, ດັດຊະນີ NCPI ຂອງສີລັງກາເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈາກ 7,6% ເມື່ອທຽບໃສ່ແຕ່ລະປີ ໃນເດືອນຕຸລາປີຜ່ານມາ ຂຶ້ນມາເປັນເກືອບ 40% ໃນເດືອນພຶດສະພາຜ່ານມາ ແລ້ວເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຂະນະທີ່ເງິນຣູປີສີລັງກາອ່ອນຄ່າລົງຫລາຍກວ່າເຄິ່ງໜຶ່ງ ເມື່ອທຽບໃສ່ເງິນໂດລາສະຫະລັດ ນັບແຕ່ຕົ້ນປີນີ້.

ເຖິງຢ່າງໃດກໍຕາມ, ບົດວິເຄາະຈາກທະນາຄານກາງສີລັງກາຄາດຄະເນວ່າ: ຕໍ່ຈາກນີ້ ອັດຕາເງິນເຟີ້ຂອງປະເທດ “ຈະຊົງຕົວ” ເນື່ອງຈາກສະຖິຕິໃນລະດັບ 70,2% “ອາດຈະເປັນຈຸດສູງສຸດແລ້ວ”. ສະນັ້ນ ຂໍ້ມູນຈາກມະຫາວິທະຍາໄລຈອນ ຮອບກິນ ຂອງອາເມລິກາ ເປີດເຜີຍໃນເດືອນສິງຫາຜ່ານມາ ລະບຸວ່າ: ອັດຕາເງິນເຟີ້ຂອງສີລັງກາໃນເວລານີ້ຢູ່ລະດັບ 104% ສູງເປັນອັນດັບ 4 ຂອງໂລກ ຮອງຈາກຊິມບັບເວ ເຊິ່ງມີສະຖິຕິຢູ່ລະດັບ 479%, ກູບາ 135% ແລະ ຕວກກີ 132%.

- 3 - ອັດຕາເງິນເຟີ້ສີລັງກາເດືອນສິງຫາປີນີ້ ເພີ່ມເຖິງລະດັບ 70%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!