ໂຮງໝໍມະໂຫສົດ ຈັດກິດຈະກຳ ກວດ- ວັດແທກສາຍຕາ ສະຫລອງວັນສາຍຕາໂລກ

- 308480880 1990935287776908 1618007564378873501 n - ໂຮງໝໍມະໂຫສົດ ຈັດກິດຈະກຳ ກວດ- ວັດແທກສາຍຕາ ສະຫລອງວັນສາຍຕາໂລກ
- kitchen vibe - ໂຮງໝໍມະໂຫສົດ ຈັດກິດຈະກຳ ກວດ- ວັດແທກສາຍຕາ ສະຫລອງວັນສາຍຕາໂລກ
ໂຮງໝໍມະໂຫສົດ ຈັດກິດຈະກຳ ກວດ-ວັດແທກສາຍຕາ ໂດຍບໍ່ເສຍຄ່າ ເພື່ອສະເຫລີມສະຫລອງວັນສາຍຕາໂລກ 13 ຕຸລາ ໃນວັນທີ 22 ກັນຍາ 2022 ໂດຍມີບັນດາຄະນະອຳນວຍການ, ຄະນະພັກຮາກຖານ, ແພດ-ໝໍ ພາຍໃນໂຮງໝໍມະໂຫສົດ ພ້ອມດ້ວຍມວນຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ ແລະ ມີຄົນເຈັບທີ່ມີບັນຫາທາງສາຍຕາ ໄດ້ເຂົ້າກວດ-ວັດແທກສາຍຕາ, ພ້ອມທັງແຈກຢາຍແວ່ນຕາ ໃຫ້ແຕ່ລະຄົນ, ໃນກໍລະນີ ກວດພົບຜູ້ທີ່ເປັນພະຍາດຕາຂຸ້ນ ຫລື ຕາມີບັນຫາອື່ນໆ ກໍຈະໄດ້ຮັບການຮັກສາໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍ ໂດຍການໃຫ້ທຶນສະໜັບສະໜູນ ຈາກມູນນິທິເຟຣດໂຮໂລ ປະເທດອົດສະຕາລີ.
อาจเป็นรูปภาพของ 1 คน และ กำลังยืน  - 308353405 1990940534443050 1508063762415055883 n - ໂຮງໝໍມະໂຫສົດ ຈັດກິດຈະກຳ ກວດ- ວັດແທກສາຍຕາ ສະຫລອງວັນສາຍຕາໂລກ
ໂອກາດນີ້, ທ່ານ ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ກ່າວວ່າ: ວັນສາຍຕາໂລກ ແມ່ນງານໜຶ່ງ ທີ່ໄດ້ຈັດຂຶ້ນທຸກໆປີ ໃນອາທິດທີ 2 ຂອງເດືອນຕຸລາ ໃນປີນີ້ ກົງກັບວັນທີ 13 ຕຸລາ 2022 ແນໃສ່ໃຫ້ທຸກພາກສ່ວນມີສ່ວນຮ່ວມ ໃນການແກ້ໄຂບັນຫາຕາບອດ ຂອງແຕ່ລະປະເທດໃນທົ່ວໂລກ. ສຳລັບ ສປປ ລາວ ໃນການຈັດກິດຈະກຳໃນຄັ້ງນີ້ ເພື່ອໃຫ້ທົ່ວສັງຄົມ ຍົກສູງຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການປ້ອງກັນ ແລະ ການປິ່ນປົວພະຍາດຕາບອດ, ຊຶ່ງຈະນຳໄປສູ່ການໃຫ້ຄວາມສໍາຄັນ ຕໍ່ສິດທິໃນການເບິ່ງເຫັນ.
อาจเป็นรูปภาพของ 2 คน, ผู้คนกำลังยืน และ สถานที่ในร่ม  - 308490689 1990940621109708 2210144959077333791 n - ໂຮງໝໍມະໂຫສົດ ຈັດກິດຈະກຳ ກວດ- ວັດແທກສາຍຕາ ສະຫລອງວັນສາຍຕາໂລກ
ຕະຫລອດໄລຍະຜ່ານມາ ໂດຍປະຕິບັດຕາມພາລະບົດບາດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຂະແໜງຕາ ພາຍໃຕ້ການຊີ້ນຳໂດຍກົງ ຈາກໂຮງໝໍມະໂຫສົດ ແລະ ກະຊວງສາທາລະນະສຸກ ໄດ້ດຳເນີນ ແລະ ພັດທະນາວຽກງານຮັກສາສຸຂະພາບຕາ ໂດຍມີການພັດທະນາພື້ນຖານໂຄງລ່າງ ເຄື່ອງມື-ອຸປະກອນ, ສ້າງຄວາມເຂັ້ມແຂງທາງດ້ານວິຊາການຕາ, ເອົາໃຈໃສ່ກວດ ແລະ ປິ່ນປົວພະຍາດຕາ ໃຫ້ແກ່ພໍ່ແມ່ປະຊາຊົນ ຢູ່ທາງໃນໂຮງໝໍ ແລະ ເຄື່ອນໄຫວນອກໂຮງໝໍ ເຮັດໃຫ້ພໍ່ແມ່ປະຊາຊົນ ທຸກຖ້ວນໜ້າ ໄດ້ຮັບການບໍລິການຢ່າງໜ້າເພິ່ງພໍໃຈ.
ຕາມການຄາດຄະເນ ຂອງອົງການອະນາໄມໂລກ ໃຫ້ຮູ້ວ່າ ໃນທົ່ວໂລກມີປະ ຊາກອນປະມານ 2.2 ພັນລ້ານຄົນ ມີສາຍຕາບົກຜ່ອງ ແລະ 40-45 ລ້ານຄົນ ເປັນຄົນຕາບອດ, ໃນນັ້ນ 90% ຂອງຄົນຕາບອດ ແມ່ນອາໄສຢູ່ປະເທດທີ່ກໍາລັງພັດທະນາ, ອີງໃສ່ການເພີ່ມຂຶ້ນຂອງຈໍານວນປະຊາກອນ ແລະ ຈຳນວນຜູ້ສູງອາຍຸໃນທົ່ວໂລກ ຈຶ່ງມີການຄາດການວ່າ ຈໍານວນປະຊາກອນ ທີ່ມີສາຍຕາບົກຜ່ອງ ແລະ ຕາບອດ ມີຈຳນວນເພີ່ມຂຶ້ນ ເປັນສອງເທົ່າຕົວ ໃນປີ 2025, ຊຶ່ງກໍ່ໃຫ້ເກີດເລື່ອງອັນບໍ່ເພິ່ງປາຖະໜາ, ມັນສົ່ງຜົນກະທົບຕໍ່ສິດທິຂອງບຸກຄົນ ລວມທັງສົ່ງຜົນກະທົບຕໍ່ ການພັດທະນາເສດຖະກິດ-ສັງຄົມ ຢ່າງປາສະຈາກບໍ່ໄດ້.
อาจเป็นรูปภาพของ 6 คน, ผู้คนกำลังยืน และ สถานที่ในร่ม  - 308344906 1990935267776910 1582404864781581060 n - ໂຮງໝໍມະໂຫສົດ ຈັດກິດຈະກຳ ກວດ- ວັດແທກສາຍຕາ ສະຫລອງວັນສາຍຕາໂລກ
- 3 - ໂຮງໝໍມະໂຫສົດ ຈັດກິດຈະກຳ ກວດ- ວັດແທກສາຍຕາ ສະຫລອງວັນສາຍຕາໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!