ໄລຍະ ເດືອນ 7-8 ມີອັກຄີໄພເກີດຂຶ້ນ 5 ຄັ້ງ ມູນຄ່າຄວາມເສຍຫາຍ 400 ລ້ານກີບ
September 21, 2022 - 5:04 PM


ພັທ ພອນເທບ ບຸນປະເສີດ ຮອງຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນວ ໃຫ້ສໍາພາດຕໍ່ນັກຂ່າວ ປກສ ນວ ໃນວັນທີ 15 ກັນຍາ 2022 ວ່າ: ພາຍໃນ 2 ເດືອນ ຄື: ເດືອນກໍລະກົດ-ສິງຫາ 2022, ມີອັກຄີໄພເກີດຂຶ້ນ 5 ເລື່ອງ, ສ້າງຜົນເສຍຫາຍ ເປັນເງິນ 400.000.000 ລ້ານກີບ.
ທ່ານ ຮອງຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນວ ໃຫ້ຊີ້ແຈ້ງວ່າ: ອັກຄີໄພທີ່ເກີດຂຶ້ນຈໍານວນ 5 ຄັັ້ງ, ຜົນເສຍຫາຍມີ: ອາຄານສູນມິດຊູມີຊິ 1 ຫຼັງ, ເຮືອນ 1 ຫຼັງ, ສາງເກັບເຄື່ອງ 1 ສາງ ( ສີ່ຫ້ອງ) ແລະ ໄໝ້ກອງຂີ້ເຫຍື້ອຈຳນວນໜຶ່ງ, ລວມມູນຄ່າເປັນເງິນ 400.000.000 ກີບ, ເງິນໂດລາ 1.950.000 ໂດລາ, ເງິນບາດ 5.500.000 ບາດ, ເງິນຢວນ 1.200.000 ຢວນ, ສ່ວນສາເຫດ ເກີດຈາກໄຟຟ້າຊັອດໄໝ້ 02 ຄັ້ງ, ຈູດຂີ້ເຫຍື້ອຊະຊາຍ 2 ຄັ້ງ ແລະ ຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນ 1 ເລື່ອງ, ພວມດຳເນີນຄະດີ 3 ເລື່ອງ, ສຶກສາອົບຮົມ 02 ຄັ້ງ ( ຈູດຂີ້ເຫຍື້ອຊະຊາຍ ).
ໃນຕໍ່ໜ້າຄະນະພັກ-ຄະນະບັນຊາ ພະແນກຕໍາຫຼວດກັນສະກັດກັ້ນ ແລະ ຕ້ານອັກຄີໄພ ຈະສືບຕໍ່ເຮັດວຽກງານການເມືອງ – ແນວຄິດ ບັນດາພະນັກງານພາຍໃນພະແນກ ໃຫ້ມີການຕື່ນຕົວໃນການປະຕິບັດໜ້າທີ່ວິຊາສະເພາະ ມີຄວາມຫ້າວຫັນ ຕັ້ງໜ້າປະຕິບັດມະຕິ, ຄຳສັ່ງ ລະບຽບຂອງກົມກອງ, ສືບຕໍ່ເຮັດວຽກງານລົງໂຄສະນາ, ເຜີຍແຜ່ການປ້ອງກັນສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ບັນດາຄຸ້ມບ້ານ ຕາມທິດຊີ້ນຳຂອງເຈົ້າຄອງໃຫ້ສຳເລັດ, ພ້ອມທັງກະກຽມກຳລັງປະຈຳການຄອຍເຫດ ຕະຫຼອດ 24 ຊົວໂມງ ແລະ ກວດກາບັນດາພາຫະນະ ອຸປະກອນພາຍໃນລົດແຕ່ລະຄັນ ໃຫ້ມີຄວາມຮັບປະກັນໃນເວລາອອກປະຕິບັດໜ້າທີ່, ສືບຕໍ່ຊີ້ນຳ-ນຳພາ ບັນດາວຽກງານໃຫ້ມີການເຄື່ອນໄຫວຕາມພາລະບົດບາດ ແລະ ຕໍ່ເນື່ອງ ກັບວຽກງານວິຊາສະເພາະຂອງໃຜລາວ ໃຫ້ສຳເລັດຕາມເປົ້າໝາຍ.