ໄຟໄໝ້ໂຮງກັ່ນນ້ຳມັນຢູ່ເວເນຊູເອລາ

-           - ໄຟໄໝ້ໂຮງກັ່ນນ້ຳມັນຢູ່ເວເນຊູເອລາ
- kitchen vibe - ໄຟໄໝ້ໂຮງກັ່ນນ້ຳມັນຢູ່ເວເນຊູເອລາ

ໃນວັນທີ 20 ກັນຍາ 2022 ທີ່ຜ່ານມາ ເກີດເຫດໄຟໄໝ້ໂຮງກັ່ນນ້ຳມັນໃນເມືອງທ່າ ທາງຕອນເໜືອຂອງເວເນຊູເອລາ ບໍ່ມີຜູ້ໄດ້ຮັບບາດເຈັບ ແລະ ໂຮງກັ່ນນ້ຳມັນຍັງເປີດດຳເນີນງານຕາມປົກກະຕິ.

ພາບວິດີໂອທີ່ມີຜູ້ບັນທຶກໄວ້ໄດ້ ເຜີຍໃຫ້ເຫັນຄວັນສີດຳຂະໜາດໃຫຍ່ລອຍຂຶ້ນເໜືແເປວໄຟທີ່ກຳລັງລຸກໄໝ້ໂຮງກັ່ນນ້ຳມັນໃນເມືອງທ່າເປີໂຕລາຄຣູ ທາງຕອນເໜືອຂອງເວເນຊູເອລາ ຫລັງຈາກມີຝົນຟ້າຄະນອງໃນວັນທີ 19 ກັນຍາ ໂດຍໄຟໄດ້ລຸກໄໝ້ໜຶ່ງໃນຖັງກັກເກັບນ້ຳມັນພາຍໃນໂຮງກັ່ນ ນັບແຕ່ຕອນບ່າຍ ຈາກນັ້ນອີກບໍ່ເທົ່າໃດຊົ່ວໂມງຕໍ່ມາ ເຈົ້າໜ້າທີ່ມອດໄຟກໍສາມາດຄວບຄຸມໄຟໄວໄດ້.

ທັງນີ້, ລັດຖະມົນຕີພະລັງງານເວເນຊູເອລາ ລະບຸວ່າ: ບໍ່ມີຜູ້ໄດ້ຮັບບາດເຈັບຈາກເຫດການດັ່ງກ່າວ ແລະ ໂຮງກັ່ນນ້ຳມັນຍັງເປີດດຳເນີນງານໄດ້ຕາມປົກກະຕິ ໂດຍລະຫວ່າງເກີດເຫດ ທາງການໄດ້ອົບພະຍົບຜູ້ທີ່ອາໄສຢູ່ໃນບໍລິເວນດັ່ງກ່າວ ລວມທັງກຳມະກອນອອກຈາກພື້ນທີ່ ເພື່ອຄວາມປອດໄພ.

- 4 - ໄຟໄໝ້ໂຮງກັ່ນນ້ຳມັນຢູ່ເວເນຊູເອລາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!